ລາວຂາດດຸນການຄ້າ 45 ກວ່າລ້ານໂດລາສະຫະລັດໃນເດືອນຕຸລາ

ໃນເດືອນຕຸລາຂອງປີນີ້ ລາວຂາດດຸນການຄ້າ 45 ກວ່າລ້ານໂດລາສະຫະລັດ ຂະນະທີ່ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ບັນລຸໄດ້ປະມານ 819 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 387 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 432 ລ້ານໂດລາສະຫະລັດ.

ອີງຕາມສູນຂໍ້ມູນຂ່າວສານທາງດ້ານການຄ້າ ສປປ ລາວ, ສີນຄ້າສົ່ງອອກຫຼັກ ມູນຄ່າ 387 ລ້ານໂດລາສະຫະລັດ ປະກອບມີ: ແຮ່ທອງ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ, ໝາກກ້ວຍ, ຄໍາປະສົມ (ຄຳແທ່ງ), ເຄື່ອງນຸ່ງຫົ່ມ, ກາເຟ, ຢາງພາລາ, ຢາສູບ, ສາລີ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ. ໝວດສີນຄ້ານໍາເຂົ້າຫຼັກ ມູນຄ່າ 432 ລ້ານໂດລາສະຫະລັດ ປະກອບມີ: ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ, ນ້ຳມັນກາຊວນ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ), ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…), ນ້ຳມັນແອັດຊັງ, ແອັດຊັງພິເສດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ, ແກ້ວປະເສີດ ຫຼື ເຄິ່ງປະເສີດ, ຝຸ່ນ(ປຸ໋ຍ) ແລະ ເຍື່ອໄມ້ ແລະ ເສດເຈ້ຍ.

ບັນດາປະເທດທີ່ ສົ່ງອອກຫຼັກ ມີ ຈີນ, ຫວຽດນາມ, ໄທ, ອີນເດຍ  ແລະ ເຢຍລະມັນ, ສ່ວນປະເທດນຳເຂົາຫຼັກລວມມີ ໄທ, ຈີນ, ຫວຽດນາມ, ຍີ່ປຸ່ນ ແລະ ສະຫະລັດອາເມລິກາ. ຢ່າງໃດກໍຕາມ, ມູນຄ່າການນໍາເຂົ້າ ແລະ ສົ່ງອອກດັ່ງກ່າວແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.