ລາວກໍາລັງດໍາເນີນການສໍາຫຼວດສາ ເຫດຂອງການປະລະການຮຽນໃນ 6 ແຂວງ

ການປະລະການຮຽນ ສົ່ງຜົນກະທົບຕໍ່ເດັກ ແລະ ໄວໜຸ່ມໃຫ້ຕ້ອງພົບກັບຄວາມລໍາບາກໃນການພັດທະນາຂີດຄວາມສາມາດຂອງຕົນ ເຮັດໃຫ້ມີໂອກາດໄດ້ວຽກເຮັດງານທໍາໜ້ອຍກວ່າຄົນອື່ນ, ສ້າງລາຍຮັບໄດ້ບໍ່ຫຼາຍ ແລະ ຕ້ອງໃຊ້ຊີວິດກັບຄວາມສ່ຽງ.

ອີງຕາມການລາຍງານຈາກ UNICEF Laos ລາຍງານວ່າ ກະຊວງສຶກສາທິການ ແລະ ກິລາ, ອົງການຢູນີເຊັບ ແລະ ສະຫະພາບເອີຣົບ ກໍາລັງດໍາເນີນການສໍາຫຼວດສາເຫດຂອງການປະລະການຮຽນໃນ 6 ແຂວງທົ່ວປະເທດ: ແຂວງວຽງຈັນ, ໄຊຍະບູລີ, ຫຼວງພະບາງ, ຄໍາມວນ, ເຊກອງ ແລະ ຈໍາປາສັກ ສໍາລັບສົກປີສຶກສາ 2020-2021. ການສໍາຫຼວດໃນຄັ້ງນີ້ຈະສາມາດບອກເຖິງ ສາເຫດຂອງການເພີ່ມຂຶ້ນຂອງການປະລະການຮຽນໃນໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃນລະດັບຂັ້ນແຂວງ, ເມືອງ, ໂຮງຮຽນ ແລະ ບ້ານ.

ການຄົ້ນພົບສາເຫດຂອງການປະລະການຮຽນ ແມ່ນຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍແຫ່ງຊາດ ແລະ ສາກົນ ລວມທັງເປົ້າໝາຍການພັດທະນາແບບຢືນຍົງສໍາລັບການສຶກສາ.

ຮຽບຮຽງຂ່າວ: ພຸດສະດີ