ລາວກວດພົບຜຸ້ຕິດເຊື້ອໂຄວິດ-19 ໃນມື້ນີ້! 14 ຄົນ

ຄະນະສະເພາະກິດຄວບຄຸມ ປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໃນັວນທີ 23 ພະຈິກ 2020 ວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວ ເພີ່ມອີກ 14 ກໍລະນີ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:ປັດຈຸບັນ ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 14 ກໍລະນີ, ໃນນັ້ນ ເປັນຄົນສັນຊາດລາວ 1 ຄົນ ແລະ ຄົນຕ່າງຊາດ 13 ຄົນ, ໃນຈຳນວນ 14 ຄົນນີ້ມີເດັກອາຍຸຕໍ່າສຸດ 1 ຄົນ ອາຍຸ 12 ປີ ເຊິ່ງເປັນບຸກຄົນທຳອິດທີ່ມີເກນອາຍຸຕໍ່າສຳລັບຜູ້ຕິດເຊື້ອໂຄວິດທີ່ກວດພົບຢູ່ ສປປ ລາວ

ປະຈຸບັນ, ປະເທດລາວມີ 39 ກໍລະນີທີ່ຖືກຢືນຢັນກ່ຽວກັບ ໂຄວິດ-19, ໃນກໍລະນີທີ 25 ແມ່ນໄດ້ຮັບຜົນໃນການກວດພົບເຊື້ອໄວຣັດໃນວັນທີ 16 ພະຈິກຫລັງຈາກເດີນທາງຈາກປະເທດຮັງກາຣີສ່ວນຂໍ້ມູນລາຍລະອຽດເພີ່ມເຕີມ ທີມຂ່າວພວກເຮົາຈະລາຍງານໃຫ້ຊາບພາຍຫຼັງຕື່ມອີກ.

ຮຽບຮຽງຂ່າວ: ພຸດສະດີ