ລາຍງານສະພາບການແຜ່ລະບາດຂອງໂຄວິດ-19 ວັນທີ 24 ມັງກອນ 2022

0
1017

ຕາມການລາຍງານຈາກຄະນະສະເພາະກິດ ໂດຍທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ລາຍງານດັ່ງຕໍ່ໄປນີ້:

ສະພາບການລະບາດພະຍາດໂຄວິດ-19 ໃນທົ່ວໂລກມີທ່າອ່ຽງຫຼຸດລົງ ສົມທຽບໃສ່ໃນໄລຍະຜ່ານມາ, ຫຼາຍປະເທດໃນ ຢູໂລບ ແມ່ນ ກະກຽມຫຼຸດຜ່ອນມາດຕະການທາງສັງຄົມ ເພື່ອກັບມາຟື້ນຟູເສດຖະກິດອີກຮອບໃໝ່ ສະເພາະ ສປປ ລາວ ມື້ນີ້ກໍ່ເປັນອີກມື້ໜຶ່ງ ການລະບາດຢູ່ໃນປະເທດຂອງພວກເຮົາຢູ່ໃນທ່າອ່ຽງຫຼຸດລົງ ໂດຍສະເພາະໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງອື່ນໆ ແຕ່ກໍ່ຍັງມີບາງແຂວງ ຍັງໂຕເລກຜູ້ຕິດເຊື້ອສູງ ການຫຼຸດລົງດັ່ງກ່າວນີ້ ກໍ່ແມ່ນຜົນມາຈາກປະຊາຊົນບັນດາເຜົ່າ ພະນັກງານ, ກໍາລັງປະກອບອາວຸດ ກໍ່ຄືທຸກພາກສ່ວນໃນສັງຄົມ ສ່ວນຫຼວງຫຼາຍ ແມ່ນໄດ້ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດໄດ້ວາງອອກ, ເປັນຕົ້ນ ປະຊາຊົນໄດ້ຕື່ນຕົວໄປສັກວັກຊິນປ້ອງກັນໂຄວິດ-19 ຕາມຈຸດບໍລິການຕ່າງໆ ຈໍານວນຫຼວງຫຼາຍ ການໃຊ້ຜ້າປິດປາກ-ດັງ ແລະ ການຮັກສາໄລຍະຫ່າງ ແມ່ນໄດ້ກາຍເປັນຄວາມສີ້ນເຄີຍຂອງສັງຄົມໃນຍຸກປະຈຸບັນ. ແຕ່ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຍັງໄດ້ສືບຕໍ່ເຝົ້າລະວັງ ແລະ ສະຖານທີບໍລິການປິ່ນປົວໃຫ້ມີຄວາມກຽມພ້ອມໃນການຮອງຮັບຄົນເຈັບພ້ອມທັງອຸປະກອນການແພດ ແລະ ຢາປິ່ນປົວໃຫ້ສາມາດຕອບສະໜອງຕໍ່ຄວາມຕ້ອງການແຕ່ລະໄລຍະຂອງການລະບາດຂອງພະຍາດໂຄວິດ-19 ແລະ ເລັ່ງການສັກວັກຊີນໃຫ້ບັນລຸເປົ້າໝາຍ ສູງກວ່າ 80 ເປີເຊັນ ໂດຍໄວເພື່ອໃຫ້ ປະເທດຂອງພວກເຮົາ ສາມາດເປີດປະເທດ ຕ້ອນຮັບການທ່ອງທ່ຽວສີຂຽວ ແລະ ຟື້ນຟູເສດຖະກິດ.

ໃນປັດຈຸບັນ, ປະຊາຊົນຈຳນວນໜື່ງກໍ່ຍັງກວດເຊື້ອຕົນເອງດ້ວຍເຄື່ອງກວດແບບໄວ ດັ່ງນັ້ນ, ຖ້າພົບເຊື້ອກໍ່ໃຫ້ ລາຍງານ ແລະ ໂທຂໍຄຳປືກສາຈາກ ທີມງານແພດສາຍດ່ວນ 164 ໃນການຂຶ້ນທະບຽນລະຫັດຄົນເຈັບໄວ້ ເພື່ອສະດວກໃນການນຳສົ່ງຄົນເຈັບເຂົ້າປິ່ນປົວຢູ່ໂຮງໝໍກໍລະນີທີ່ມີອາການໜັກ.
ກ່ອນຈະຈົບຖະແຫຼງຂ່າວໃນມື້ນີ້ , ຂ້າພະເຈົ້າຂໍຮຽກຮ້ອງໃຫ້ບັນດາທ່ານເປັນເຈົ້າການນຳກັນໃນການປະຕິບັດມາດຕະການປ້ອງກັນຕົນເອງ ແລະ ປ້ອງກັນຄົນອ້ອມຂ້າງຢ່າງເຄັ່ງຄັດ ແລະ ຮີບຮ້ອນໄປສັກວັກຊິນປ້ອງກັນພະຍາດໂຄວິດ-19 ລວມທັງ ເຂັ້ມກະຕຸ້ນ.

ມາຮອດປະຈຸບັນນີ້ ສປປ ລາວ
ສັກເຂັມທີ 1 ໄດ້ 4,675,433 (ອັດຕາປົກຄຸມ 63.72%)
ແລະ ທຸກເຂັມທີ່ແນະນໍາ 3,918,229 (ອັດຕາປົກຄຸມ 53.40%)
ກຸ່ມອາຍຸ 12-17 ປີ ໄດ້ຮັບການສັກວັກຊີນ ເຂັມທີ 1 = 59,3%
ຖ້າພວກເຮົາຫາກສາມາດບັນລຸອັດຕາການສັກຢາໃນແຕ່ລະເມືອງ ແຂວງ ສູງກວ່າ 80 ເປີເຊັນ, ປະຊາຊົນລາວບັນດາເຜົ່າກໍ່ຈະມີພູມປ້ອງກັນໝູ່ (Herd Immnunity) ແລະ ອັດຕາການຕິດເຊື້ອໃໝ່ ກໍ່ຈະຫຼຸດລົງໃນລະດັບທີ່ສາມາດຄວບຄຸມໄດ້ ແລະ ພວກເຮົາກໍ່ສາມາດກັບຄືນມາໃຊ້ຊິວິດປົກກະຕິແບບໃໝ່ໂດຍໄວ.