ລາຍງານຜູ້ຕິດເຊື້ອ ແລະ ເສຍຊີວິດໃໝ່ ວັນທີ 11 ພະຈິກ 2021

0
1080

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ
ວັນທີ 10 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.540 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 945 ຄົນ (ຕິດເຊື້ອພາຍໃນ ມີ 942 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 942 ຄົນ ຈາກ 14 ແຂວງ ເຊິ່ງລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 503 ຄົນ: ມາຈາກ 160 ບ້ານ, ໃນ 8 ເມືອງ
1. ເມືອງຈັນທະບູລີ ມີ 16 ບ້ານ (56 ກໍລະນີ)
2.​ເມືອງສີໂຄດຕະບອງ ມີ 32 ບ້ານ (75 ກໍລະນີ)
3.​ເມືອງໄຊເສດຖາ ມີ 39 ບ້ານ (130 ກໍລະນີ)
4.​ເມືອງສີສັດຕະນາກມີ 14 ບ້ານ (52 ກໍລະນີ)
5.​ເມືອງ ນາຊາຍທອງ ມີ 09 ບ້ານ (26 ກໍລະນີ)
6.​ເມືອງໄຊທານີ ມີ 29 ບ້ານ (105 ກໍລະນີ)
7.​ເມືອງຫາດຊາຍຟອງ ມີ 19 ບ້ານ (36 ກໍລະນີ)
8.​ປາກງື່ມ ມີ 02 ບ້ານ (02 ກໍລະນີ)
9.​ຕ່າງແຂວງ (11 ກໍລະນີ)
10.​ຍັງສືບຕໍ່ເອົາຂໍ້ມູນ (11 ກໍລະນີ)
2. ແຂວງຫຼວງພະບາງ ມີ 98 ຄົນ ມາຈາກ 25 ບ້ານ, ໃນ 8 ເມືອງ
3. ແຂວງຈຳປາສັກ ມີ 57 ຄົນ ມາຈາກ 31 ບ້ານ, ໃນ 7 ເມືອງ
4. ແຂວງຜົ້ງສາລີ ມີ 54 ຄົນ ມາຈາກ 8 ບ້ານ, ໃນ 2 ເມືອງ
5. ແຂວງບໍ່ແກ້ວ ມີ 48 ຄົນ ມາຈາກ 15 ບ້ານ, ໃນ 3 ເມືອງ
6. ແຂວງວຽງຈັນ ມີ 47 ຄົນ ມາຈາກ 9 ບ້ານ, ໃນ 4 ເມືອງ
7. ແຂວງໄຊຍະບູລີ ມີ 39 ຄົນ ມາຈາກ 12 ບ້ານ, ໃນ 3 ເມືອງ
8. ແຂວງເຊກອງ ມີ 27 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
9. ແຂວງຄຳມ່ວນ ມີ 24 ຄົນ ມາຈາກ 10 ບ້ານ, ໃນ 2 ເມືອງ
10. ແຂວງຫຼວງນ້ຳທາ ມີ 23 ຄົນ ມາຈາກ 12 ບ້ານ, ໃນ 2 ເມືອງ
11. ແຂວງສະຫວັນນະເຂດ ມີ 13 ຄົນ ມາຈາກ 8 ບ້ານ, ໃນ 4 ເມືອງ
12. ແຂວງບໍລິຄຳໄຊ ມີ 04 ຄົນ ມາຈາກ 4 ບ້ານ, ໃນ 2 ເມືອງ
13. ແຂວງອຸດົມໄຊ ມີ 03 ຄົນ ມາຈາກ 2 ບ້ານ, ໃນ 1 ເມືອງ
14. ແຂວງສາລະວັນ ມີ 02 ຄົນ ມາຈາກ 2 ບ້ານ, ໃນ 2 ເມືອງ

ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບເພື່ອເຂົ້ານອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 03 ຄົນ ຈາກ ນະຄອນຫຼວງວຽງຈັນ 01 ຄົນ, ສາລະວັນ 01 ຄົນ ແລະ ຄໍາມ່ວນ 01 ຄົນ, ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.
•​ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50.977 ຄົນ, ເສຍຊີວິດສະສົມ 93 ຄົນ (ໃໝ່ 02), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 449 ຄົນ, ກໍາລັງປິ່ນປົວ 10.219 ຄົນ.
​ລາຍລະອຽດຜູ້ເສຍຊີວິດໃໝ່ 02 ຄົນ ມີດັ່ງນີ້:
ຜູ້ທີ 1. ເພດຍິງ, ອາຍຸ 67ປີ, ອາຊີບ: ແມ່ເຮືອນ, ບ້ານຢູ່ປະຈຸບັນບ້ານດອນກວດ, ເມືອງວຽງຄຳ, ແຂວງວຽງຈັນ
-​ພະຍາດປະຈໍາຕົວ: ມະເຮັງທໍ່ນໍ້າບີ Cholangiocarcinoma
-​ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນ
-​ຕິດເຊື້ອຈາກສະມາຊິກຄົນໃນຄອບຄົວ
-​ວັນທີ 28 ຕຸລາ 2021: ຜູ້ກ່ຽວເຂົ້ານອນໂຮງໝໍແຂວງວຽງຈັນ ດ້ວຍອາການເບຶ້ອງຕົ້ນຖ່າຍດຳ, ຕົວເຫລືອງຕາເຫລືອງ, ເຈັບແຫນ້ນທ້ອງ ນອນໂຮງໝໍ ໄດ້ 06 ວັນ
•​ຄົນໃກ້ຊິດ ໄດ້ແຈ້ງຜົນກວດພະຍາດໂຄວິດ-19 ວ່າພົບເຊື້ອ
•​ມາຮອດທີ 02 ພະຈິກ 2021: ຜູ້ກ່ຽວ ໄດ້ເກັບຕົວຢ່າງມາກວດ ແລ້ວພົບເຊື້ອ ແລະ ແຕ່ ເວ
ລາ 17:00 ໂມງ ໄດ້ສົ່ງຕໍ່ມາສູນປິ່ນປົວໂຄວິດຢາເສບຕິດໂພນໂຮງ
-​ແຕ່ວັນທີ 02-10 ພະຈິກ 2021: ໄລຍະເວລາການປິ່ນປົວການຕອບສະໜອງຕໍ່ການປິ່ນປົວບໍ່ດີ ຄົນເຈັບອາການຊຸດໂຊມລົງເລື້ອຍຯ ກິນດື່ມບໍ່ໄດ້ ອິດເມື່ອຍ ຈ່ອຍ ໂຕເຫລືອງໂຕເຫລືອງ ທ້ອງເບັງ
•​ເວລາ 5:20 ໂມງ: ຄົນເຈັບມີພາວະຫົວໃຈຢຸດເຕັ້ນ, ແພດໄດ້ສຸມໃສ່ເຊີດຊູເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ
•​ມາຮອດເວລາ 6:27 ໂມງ ຂອງວັນທີ 10 ພະຈິກ 2021: ຄົນໄດ້ເສຍຊີວິດ
ຜູ້ທີ 2. ເພດຍິງ, ອາຍຸ 99 ປີ, ອາຊີບ: ແມ່ເຮືອນ, ບ້ານໂພນກຸງ, ນະຄອນປາກເຊ, ແຂວງຈໍາປາສັກ
-​ພະຍາດປະຈໍາຕົວ: ເປັນພະຍາດເບົາຫວານ ຫລາຍກວ່າ 10 ປີ (ສັກຢາເບົາຫວານ ເປັນປະຈໍາ) ແລະ ຄວາມດັນເລືອດສູງ
-​ໄດ້ສັກຢາວັກຊີນ J&J ຄົບ 01 ເຂັມ
-​ຜູ້ກ່ຽວ ໄດ້ສໍາຜັດກັບຄົນໃນຄອບຄົວ ທີ່ຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ
-​ວັນທີ 04 ພະຈິກ 2021: ຜູ່ກ່ຽວມີອາການໄຂ້ ແລະ ໄອ
-​ວັນທີ 08 ພະຈິກ 2021: ຜູ້ກ່ຽວໄດ້ມາກວດ ແລະ ປີ່ນປົວຢູ່ໂຮງໝໍແຂວງດ້ວຍອາການງ້ວງຊືມ, ໄຂ້ ແລະ ໄອ ພ້ອມທັງເກັບຕົວຢ່າງມາກວດຊອກກາພະຍາດໂຄວິດ-19 ຊື່ງຜົນກວດອອກມາພົບເຊື້ອ ແລ້ວສົ່ງເຂົ້ານອນປີ່ນປົວ.
-​ໄລຍະເວລາການປີ່ນປົວ ຢູ່ສູນດັ່ງກ່າວ ແຕ່ວັນທີ 08-09 ພະຈິກ 2021, ເປັນເວລາ 02 ມື້
-​ມາຮອດເວລາ 23:40 ໂມງ ຂອງວັນທີ 09 ພະຈິກ 2021: ຄົນເຈັບໄດ້ເສັຍຊີວິດ