ລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ວັນທີ 3 ຕຸລາ 2021

0
1324

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນປະຈຸບັນ

ສະພາບການການຕິດເຊືື້ອພະຍາດໂຄວິດ-19 ໂດຍສະເພາະຕິດໃນຊຸມຊົນຍັງສູງ, ໃນມືື້ວານນີື້ ວັນທີ 2 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5,264 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 301 ຄົນ (ຊຸມຊົນ = 296 ຄົນ ຕິດເຊື້ອນໍາເຂົ້າ 05 ຄົນ) ເຮັດໃຫ້ຕົວເລກຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 25,217 ຄົນ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ມີ 133 ຄົນ, ຍັງສືບຕໍ່ປິ່ນປົວ 6,498 ຄົນ. ➢ ຂໍ້ມູນສຳລັບຄົນເຈັບທີ່ເສຍຊີວິດໃໝ່ 2 ຄົນ, ລາຍລະອຽດ ດ່ັງນີ້:

– ຜູ້ທີ 1: ເພດຍິງ, ອາຍຸ 48 ປີ, ອາຊີບ: ຊາວນາ, ບ້ານໜອງບັກແຮດ: ເມືອງປະທຸມພອນ, ແຂວງຈຳປາສັກ. ຜູ້ກ່ຽວມີພະຍາດປະຈຳໂຕ ຄື ຄວາມດັນເລືອດສູງ ແລະ ຫອບຫືດ. ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ເປັນເພື່ອນບ້ານ. ໃນວັນທີ 15​ ກັນຍາ 2021 ໄດ້ເກັບຕົວຢ່າງກວດຫາເຊ້ືອ ແລະ ຜົນກວດພົບເຊື້ອໂຄວິດ-19 ໃນວັນທີ 16 ກັນຍາ 2021. ວັນທີ 17 ກັນຍາ 2021 ຜູ້ກ່ຽວຖືກນຳສົ່ງເຂົ້ານອນຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ ແລະ ບໍ່ມີອາການສະແດງ. ໃນໄລຍະປິ່ນປົວ ອາການຂອງຜູ້ກ່ຽວຊຸດໂຊມລົງເລື້ອຍໆ ຈົນມາຮອດເວລາ 5 ໂມງເຊົ້າ ວັນທີ 27 ກັນຍາ 2021 ຜູ້ກ່ຽວໄດ້ເສຍຊີວິດລົງ.

– ຜູ້ທີ 2: ເພດຊາຍ, ອາຍຸ 84 ປີ, ອາຊີບ: ຜູ້ເຖົ້າ, ບ້ານນາມອນ,​ ເມືອງວັງວຽງ, ແຂວງວຽງຈັນ. ຜູ້ກ່ຽວມີປະຫວັດເປັນພະຍາດອັກເສບປອດເກືອບ 1​ ປີ. ຜ່ານມາ ບໍ່ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19. ວັນທີ 27 ກັນຍາ 2021 ຜູ້ກ່ຽວມີອາການໄອ ແລະ ຫາຍໃຈຝຶດ ຈຶ່ງໄດ້ໄປກວດຢູ່ໂຮງໝໍ 108 ແລະ ນອນປິ່ນປົວ 4 ມື້ ແຕ່ອາການບໍ່ດີຂຶ້ນ ຈຶ່ງນຳສົ່ງມາປິ່ນປົວຢູ່ໂຮງໝໍເມືອງວັງວຽງ. ວັນທີ 1 ຕຸລາ 2021 ແພດໄດ້ເກັບຕົວຢ່າງກວດຫາເຊື້ອ. ມາຮອດເວລາ 7 ໂມງເຊົ້າຂອງວັນທີ 2 ຕຸລາ 2021 ຄົນເຈັບມີອາການຊຸດໂຊມລົງກະທັນຫັນ ແລະ ເສຍຊີວິດລົງ ໃນເວລາ 8 ໂມງເຊົ້າ. ວັນທີ 3 ຕຸລາ 2021 ຜົນກວດອອກມາວ່າ ພົບເຊື້ອ ໂຄວິດ-19.

* ຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ 301 ຄົນ ມີດັ່ງນີ້:

– ການຕິດເຊືື້ອໃນຊຸມຊົນມີຈໍານວນ 296 ຄົນ ຄື: ຂໍລາຍງານກ່ຽວກັບຜູ້ຕິດເຊື້ອໃໝ່ ໂດຍຈະລໍາດັບຈາກແຂວງທີ່ຕິດເຊື້ອຫຼາຍສຸດ ຈົນໄປເຖິງແຂວງທີ່ຕິດເຊື້ອຕໍ່າສຸດຕາມລໍາດັບດັ່ງນີ້:

1. ນະຄອນຫຼວງ 150 ຄົນ: 

– ເມືອງຈັນທະບູລີ 32 ຄົນ ຈາກ 4 ບ້ານ: ຫ້ວຍຫົງ ​21 ​ຄົນ, ໜອງທາເໜືອ​8 ຄົນ, ບໍ່ນາງົວ 2 ຄົນ, ດົງປ່າແຫຼບ 1 ຄົນ

​ – ເມືອງສີໂຄດຕະບອງ 31 ຄົນ ຈາກ 20 ບ້ານ: ໜອງໜຽ້ວ 4​ ຄົນ, ໂນນສະຫວ່າງ​ 4 ຄົນ, ຫນອງບືກໄຕ້ ​4 ຄົນ, ໂພນຄຳ 2 ຄົນ​, ນາແຮ່ 2​ຄົນ, ໜອງແຕ່ງໃຕ້​1 ຄົນ, ສີໄຄທົ່ງ​ 1 ຄົນ, ເມືອງວາທົ່ງ 1 ຄົນ​, ທົ່ງປົ່ງ 1 ຄົນ​, ຍາພະ 1 ຄົນ​, ນາເລົາ 1 ຄົນ, 0ສີໄຄ່ທ່າ​1 ຄົນ​, ໂພນສະຫວາດເໜືອ 1 ຄົນ, ໂນນຂີເຫຼັກ 1 ຄົນ​, ໂພນສົມບູນ 1 ຄົນ​, ຊໍາເກດ 1 ຄົນ​, ວັດໄຕນ້ອຍ 1 ຄົນ​, ສີຊົມຊື່ນ​1 ຄົນ​, ຈັນສະຫວ່າງ 1 ຄົນ​, ວຽງຄຳ 1 ຄົນ​

– ເມືອງໄຊເສດຖາ 23 ຄົນ ຈາກ 11 ບ້ານ: ສະຖານທີ່ຄຸມຂັງ 9 ຄົນ​, ເມືອງນ້ອຍ 3​ ຄົນ​, ສົມສະຫງ່າ 2 ຄົນ​​, ຊຽງດາ 2 ຄົນ, ໂນນຄໍ້ເໜືອ 1 ຄົນ​, ນາຄວາຍ​ 1 ຄົນ​, ໂນນຄໍ້ໄຕ້​ 1 ຄົນ​​, ຄໍາສະຫວາດ 1 ຄົນ​​, ໂພນທັນ​1 ຄົນ​, ດຸງ​1 ຄົນ​, ທາດຫຼວງໃຕ້​ 1 ຄົນ​

– ເມືອງສີສັດຕະນາກ 26 ຄົນ ຈາກ 8​ ບ້ານ: ສະພານທອງ​9 ຄົນ, ສະພານທອງເໜືອ​ 6 ຄົນ, ທົ່ງພານທອງ ​4 ຄົນ, ບືງຂະຫຍອງ 2 ຄົນ, ດົງປາລານ 2 ຄົນ, ຈອມເພັດ 1 ຄົນ, ໂພນສະຫວັນເຫນຶອ 1 ຄົນ, ທ່າພະລານໄຊ​1 ຄົນ

– ເມືອງນາຊາຍທອງ 20​ ຄົນ ຈາກ 9​ ບ້ານ: ສີເກີດ 5 ​ຄົນ, ຫົວຂົວ 5 ຄົນ, ດົງຫຼວງ​ 3 ຄົນ, ເປິກ​ 2 ​ຄົນ, ນ້ຳຫຸມ ​1 ​ຄົນ, ຫຸມແບ່ງ​ 1 ​ຄົນ, ນາຊັບ ​1​ ຄົນ, ນາສ້ຽວ ​1 ​ຄົນ, ນາຊາຍໃຕ້ 1 ຄົນ

– ເມືອງໄຊທານີ 11 ຄົນ ຈາກ 7 ບ້ານ: ສາຍນໍ້າເງີນ​ 3​ ຄົນ, ສົມສະຫວັນ ​2 ຄົນ ​(ສູນກັກກັນຫຼັກ 27), ຕານມີໄຊ ​2​ ຄົນ, ໄຊສະຫວ່າງ ​1 ​ຄົນ, ຫລັກ 21 ​ມີ 1 ຄົນ, ດອນໜູນ 1 ຄົນ​, ນາ ​1 ຄົນ

– ເມືອງຫາດຊາຍຟອງ 8 ຄົນ ຈາກ 4 ບ້ານ:​ ດົງໂພສີ​ 5​ ຄົນ, ສະຫວ່າງ​1​ ຄົນ, ໂຄກຊາຍ​ 1​ ຄົນ, ທ່ານາ​ 1 ​ຄົນ 2.

2. ສະຫວັນນະເຂດ 32 ຄົນ:

– ເມືອງອຸທຸມພອນ ມີ 24 ກໍລະນີ: ບ້ານສີບຸນເຮືອງ, ພິນເໜຶອ, ມະນີວົງໄຊ, ວົງພັນສີ , ອຸດົມມີໄຊ, ເຊໂນ, ໄຊສົມບູນ ແລະ ໄຊຍະມຸງຄຸນ

– ນະຄອນໄກສອນ ມີ 07 ກໍລະນີ (ບ້ານນາແກ; ບ້ານໜອງເດີ່ນ; ບ້ານໂພໄຊ ແລະ ບ້ານວຽງສະຫວັນ) – ເມືອງໄຊບູລີ ມີ 01 ກໍລະນີ: ບ້ານນາແດງ

3. ຫຼວງພະບາງ 31 ຄົນ:

– ເມືອງງອຍ ມີ 20 ກໍລະນີ ປະກອບມີ : ບ້ານໜອງຂຽວ, ບ້ານປາກບາກ, ບ້ານປາກຈິມ, ບ້ານຫາດຮວນ, ບ້ານໂພນໄຊ ແລະ ບ້ານໃໝ່

– ເມືອງຊຽງເງີນ ມີ 06 ກໍລະນີ: ບ້ານປາກຂັນ ແລະ ບ້ານຊຽງເງີນ

– ເມືອງນໍ້າບາກ ມີ 05 ຄົນ: ບ້ານນະຄອນ

– ນະຄອນຫລວງພະບາງ ມີ 02 ຄົນ: ບ້ານຜາສຸກ 4. ໄຊສົມບູນ 28 ຄົນ:​ • ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາຮ່ວມເຮືອນດີ ຢູ່ບ້ານນໍ້າຄຸ້ມ – ບ້ານທ່າເຮືອ

– ບ້ານນໍ້າຄຸຍ: ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ມາເຮືອນດີ ຢູ່ບ້ານຖໍ້າດິນ

5. ຈຳປາສັກ 19 ຄົນ

6. ແຂວງວຽງຈັນ 17​ ຄົນ:

– ເມືອງວັງວຽງ ມີ 13 ກໍລະນີ: ບ້ານຫ້ວຍແຍ່, ບ້ານພູດິນແດງ, ບ້ານຜາທອງ, ບ້ານນໍ້າພາວ, ບ້ານນາມອນ, ບ້ານໂຊກໄຊ ແລະ ບ້ານໂພນສະຫວາດ

– ເມືອງໂພນໂຮງ ມີ 01 ກໍລະນີ: ບ້ານໂພນຫໍ ກ່ຽວພັນກັບເຮືອນດີ ຢູ່ບ້ານໂພນຫໍ

– ເມືອງທຸລະຄົນ ມີ 01 ກໍລະນີ: ບ້ານເກີນໃຕ້ ປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ ທີ່ເຮັດວຽກຢູ່ໂຮງງານທີໂອລາວ.

– ເມືອງຫີນເຫີບ ມີ 01 ກໍລະນີ: ບ້ານຫິນຕິດ ຊື່ງໄດ້ສໍາຜັດໃກ້ຊິດກັບຄົນຕິດເຊື້ອມາຈາກນະຄອນຫລວງວຽງຈັນ ທີ່ມາຮ່ວມງານໝັ້ນ ຢູ່ບ້ານຫິນຕິດ.

– ເມືອງແກ້ວອຸດົມ ມີ 01 ກໍລະນີ (ບ້ານພູເຂົາຄໍາ) ຊື່ງສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອທີ່ໄປເຮືອນດີ ຢູ່ບ້ານໂພນຫໍ.

7. ບໍ່ແກ້ວ 7 ຄົນ: ກໍາມະກອນກໍ່ສ້າງສະໜາມບິນເຂດພິເສດ ແລະ 01 ຄົນ ຈາກບ້ານດອນ ມູນ ເມືອງຕົ້ນເຜີ້ງ.

8. ບໍລິຄຳໄຊ 5 ຄົນ:​ ບ້ານ ຫ້ວຍໄຮ, ບ້ານ ທົງນາມີ ແລະ ບ້ານ ຫ້ວຍຄູນ

9. ຄຳມ່ວນ 4 ຄົນ: ເມືອງທ່າແຂກ ໃນນັ້ນມີພະນັກງານຕໍາຫຼວດເມືອງ 2 ຄົນ

10. ຫຼວງນ້ຳທາ 3 ຄົນ:​ ຊື່ງທັງໝົດສັນຊາດຈີນ ແລະ ເຂົ້າມາເຂດສາມຫຼ່ຽມຄໍາ.

* ສໍາລັບຜູ້ຕິດເຊືື້ອໃນຊຸມຊົນເຫຼົ່ານີີ້ ທີມແພດໝໍເຮົາ ຈະໂທຫາທ່ານໃຫ້ຊາບ ແລະ ຈະມີລົດໄປຮັບ ເພື່ອເຂົ້ານອນຕິດຕາມປິ່ນປົວຮັກສາ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້. ແຕ່ປັດຈຸບັນນີ້ ນະຄອນຫຼວງວຽງຈັນ ມີຈຳນວນຜູ້ຕິດເຊື້ອຫຼາຍ, ບາງທ່ານ ກໍ່ໃຫ້ຂໍ້ມູນ, ເບີໂທ ແລະ ບ້ານຢູ່ປັດຈຸບັນ ບໍ່ຖືກຕ້ອງ ຈຶ່ງເຮັດໃຫ້ຕ້ອງໃຊ້ເວລາໃນການຕິດຕໍ່. ດັ່ງນັ້ນ, ຫວັງວ່າ ພໍ່ແມ່ປະຊາຊົນ ຈະເຂົ້າໃຈ, ແຕ່ເຖິງຢ່າງໃດກໍ່ຕາມ ໃນໄລຍະລໍຖ້າ ກໍ່ຂໍໃຫ້ທ່ານປະຕິບັດດ່ັງນີ້: ທຳໃຈໃຫ້ສະຫງົບ, ແຍກໂຕອອກຈາກຄົນໃນຄອບຄົວ, ບໍ່ໃຊ້ສິ່ງຂອງຮ່ວມກັນ, ກະກຽມເຄື່ອງໃຊ້ທີ່ຈຳເປັນ, ບໍ່ອອກໄປຂ້າງນອກບ້ານ, ກິນອາຫານປົກກະຕິ ແລະ ກິນຄົນດຽວ, ນອນພັກຜ່ອນໃຫ້ພຽງພໍ ແລະ ຕິດຕາມອາການຕົນເອງ. o ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 05 ຄົນ ຄື: ນະຄອນຫຼວງ 03 ຄົນ ແລະ ສະຫວັນນະເຂດ 02 ຄົນ, ເຊິ່ງທັງໝົດນັ້ນ ແມ່ນໄດ້ມີການເກັບຕົວຢ່າງແລະ ສົ່ງໄປຈໍາກັດບໍລິ ເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກ ພວກກ່ຽວໄດ້ ຖືກນຳສົ່ງໄປປີ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້