ລາຍງານຄວາມພ້ອມຂອງສະຖານທີ່ຈັດກອງປະຊຸມສຸດຍອດອາຊຽນ

ໃນຕອນບ່າຍວານນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ລົງຕິດຕາມຄວາມຄືບໜ້າ ໃນການກະກຽມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28 ແລະ 29 ທີ່ຫໍປະຊຸມແຫ່ງຊາດ ເຊິ່ງ ທ່ານໄດ້ເນັ້ນໃຫ້ອະນຸກຳມະການ ຮັບຜິດຊອບໜ້າວຽກຕ່າງໆ ມີຄວາມຮັບຜິດຊອບສູງ ໃນການຈັດຕັ້ງປະຕິບັດໜ້າວຽກຂອງຕົນໃຫ້ມີຜົນສຳເລັດ ໂດຍສະເພາະແມ່ນສິ່ງອຳນວຍຄວາມສະດວກຕ່າງໆ.

ສຳລັບອະນຸກຳມະການ ສະຖານທີ່ ທ່ານ ວຽງໄຊ ພົມມະຈັນ ຮອງຫົວໜ້າກົມພິທີການທູດກະຊວງການຕ່າງປະເທດ ໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ດ້ານສະຖານທີ່ຈັດກອງປະຊຸມຍຸດຍອດອາຊຽນ ຄັ້ງທີ28 ແລະ29 ແລະກອງປະຊຸມອື່ນໆມີຄວາມພ້ອມແລ້ວໂດຍສະເພາະ ການກະກຽມຫ້ອງປະຊຸມ ທີ່ຫໍປະຊຸມແຫ່ງຊາດ, ການກວດສອບອຸປະກອນທີ່ຈຳເປັນ, ການຈັດວາງຫ້ອງຕ່າງໆ. ພ້ອມດຽວກັນການຈັດສັນຂະບວນລົດ ແລະ ສະຖານທີ່ຈອດລົດຂອງການນຳແມ່ນໄດ້ມີການປະສານງານກັບຂະແໜງການກ່ຽວຂ້ອງເປັນທີ່ຮຽບຮ້ອຍ.

ໃນດ້ານໂຮງແຮມທີ່ພັກ ໃຫ້ບັນດາປະມຸກລັດ , ຄະນະຜູ້ແທນ ກໍ່ມີການຈັດສັນໄວ້ເປັນທີ່ຮຽບຮ້ອຍ ແລ້ວ, ເຊິ່ງຍັງບາງປະເທດ ທີ່ມີການສະເໜີເພີ່ມຕື່ມ ພວກເຮົາກໍ່ມີການປະສານງານຄືນ ແລະ ຈັດສັນພ້ອມທັງປັບປຸງໃຫ້ທັນຕາມເວລາ.

ດ້ານສາທາລະນະສຸກ ເຫັນວ່າບໍ່ມີສະພາບຫຍັງເກີດຂຶ້ນ, ໃນຂະນະດຽວກັນ ພວກເຮົາກໍ່ມີທີມງານສະເພາະກິດ ໄດ້ລົງຕິດຕາມ, ດ້ານອາຫານ ແລະ ເຄື່ອງດື່ມ ຈາກການສຸ່ມຕິດຕາມ 90 ກວ່າລາຍການເຫັນວ່າມີຄວາມສະອາດປອດໄພ.

ຂ່າວຈາກ:

Lines Logo

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!