ລາງວັນປະເທດທີ່ໜ້າທ່ອງທ່ຽວ ທີ່ສຸດໃນໂລກ ຈະນຳເອົາຊື່ສຽງ ແລະ ກຽດສັກສີມາສູ່ ສປປ ລາວ ເຮົາ

ລາງວັນປະເທດທີ່ໜ້າທ່ອງທ່ຽວ ທີ່ສຸດໃນໂລກ ຈະນຳເອົາຊື່ສຽງ ແລະ ກຽດສັກສີມາສູ່ ສປປ ລາວ ເຮົາ

 

ວັນ​ທີ 7 ພຶດສະພາ 2013 ນີ້ ທ່ານ ​ສຈ.​ດຣ. ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ຖະແຫຼງ​ຂ່າວ ວັດທະນະທຳ ແລະ ທ່ອງ​ທ່ຽວ (ຖວ​​ທ) ໄດ້​ຖະແຫຼງ​ຂ່າວ​ຕໍ່​ມວນ​ຊົນ​ໃນ​ໂອກາດ​ທີ່ ​ສປປ ລາວ ເຮົາ ໄດ້​ຖືກ​ຄັດ​ເລືອກ​ເປັນ​ປະເທດ​ທີ່​ໜ້າ​ທ່ຽວ​ຊົມ​ທີ່​ສຸດ​ໃນ​ໂລກ ສຳລັບ​ປີ 2013.

ການ​ຖະແຫຼງ​ຂ່າວ​ຄັ້ງ​ນີ້ ທ່ານ​ລັດຖະມົນຕີ​ກະຊວງ ຖວ​​ທ ໄດ້​ແຈ້ງ​ໃຫ້​ຊາບ​ວ່າ: ລາງວັນ​ປະເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ແມ່ນ​ລາງວັນ​ອັນ​ຊົງ​ກຽດ​ລະດັບ​ໂລກ ເຊິ່ງ​ຢັ້ງຢືນ ແລະ ອອກ​ໃຫ້​ໂດຍ​ສະພາ​ການທ່ອງທ່ຽວ ແລະ ການ​ຄ້າ​ຂອງ​ສະຫະພາບ​ເອີ​ຣົບ​ປີ​ລະ​ຄັ້ງ ແລະ ໃນ​ແຕ່​ລະ​ປີ​ກໍ​ມີ​ແຕ່​ປະເທດ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ຮັບ​ລາງວັນ​ນີ້ ການ​ມອບ​ລາງວັນ​ດັ່ງກ່າວ ໄດ້​ເລີ່ມ​ປະຕິບັດ​ນັບ​ແຕ່​ປີ 2007 ເປັນຕົ້ນ​ມາ ແລະ ໃນ​ປີ 2013 ນີ້ ແມ່ນ ​ສປປ ລາວ ເປັນ​ປະເທດ​ທີ່​ໄດ້​ຮັບ​ລາງວັນ​ດັ່ງກ່າວ ເປັນ​ປະເທດ​ທີ 5 ແລະ ຈັດ​ພິທີ​ມອບ-ຮັບ​ໃນ​ວັນ​ທີ 9 ພຶດສະພາ​ນີ້ ລາງວັນ​ອັນ​ຊົງ​ກຽດ​ນີ້​ຈະ​ຖືກ​ມອບ​ໃຫ້​ແກ່​ປະເທດ ທີ່​ມີ​ເງື່ອນໄຂ​ຄົບ​ຖ້ວນ​ຕາມ​ຫຼັກການ 3 ປະການ ທີ່​ພະ​ແນກ​ທ່ອງ​ທ່ຽວ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ອົງການ​ອຸຍ​ແນດ​ສະ​ໂກ ແລະ ສະພາ​ການທ່ອງທ່ຽວ ແລະ ການ​ຄ້າ​ຂອງ​ສະຫະພາບ​ເອີ​ຣົບ ໄດ້​ກຳນົດ​ຄື: 1. ການທ່ອງທ່ຽວ​ທີ່​ມີ​ຄວາມ​ຍຸຕິ​ທຳ ມີ​ຈັນ​ຍາ​ບັນ 2. ການທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບປະກັນ​ຄວາມ​ປອດ​ໄພ 3. ການທ່ອງທ່ຽວ​ທີ່​ເອົາໃຈໃສ່​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ວັດທະນະທຳ ທາງ​ດ້ານ​ປະຫວັດສາດ ແລະ ທາງ​ດ້ານ​ທຳ​ມະ​ຊາດ​ເປັນ​ຢ່າງ​ດີ ໝາຍ​ຄວາມ​ວ່າ ປະເທດ​ທີ່​ໄດ້​ຮັບ​ລາງວັນ​ນີ້ ຕ້ອງ​ເປັນ​ປະເທດ​ທີ່​ຖື​ເອົາ​ວຽກ​ງານ​ການທ່ອງທ່ຽວ ເປັນ​ຊັບພະຍາກອນ​ຢ່າງ​ໜຶ່ງ​ໃນ​ການ​ພັດທະນາ​ວັດທະນະທຳ-ສັງຄົມ ເປັນ​ປະເທດ​ທີ່​ເຄົາລົບ​ນັບຖື​ຕໍ່​ຈັນ​ຍາ​ບັນ ມີ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ທາງ​ດ້ານ​ວັດທະນະທຳ ມໍລະດົກ​ທາງ​ດ້ານ​ປະຫວັດສາດ ກໍ​ຄື​ມໍລະດົກ​ທາງ​ດ້ານ​ທຳ​ມະ​ຊາດ ແລະ ເປັນ​ປະເທດ​ທີ່​ສາມາດ​ພິສູດ​ໄດ້​ວ່າ ມີ​ການ​ພັດທະນາ​ການທ່ອງທ່ຽວ​ຢ່າງ​ຍືນ​ຍົງ ໂດຍ​ໄດ້​ເອົາໃຈໃສ່​ຕໍ່​ຄວາມ​ປອດ​ໄພ​ຂອງ​ນັກ​ທ່ອງ​ທ່ຽວ ສົ່ງເສີມ​ທ່ອງ​ທ່ຽວ ແຕ່​ມີ​ຄວາມ​ຍຸຕິ​ທຳ ສະໜອງ​ຜູ້​ບໍລິການ ແລະ ນັກ​ທ່ອງ​ທ່ຽວ ມີ​ການ​ສະໜອງ​ສິ່ງ​ອຳນວຍ​ຄວາມ​ສະດວກ ມີ​ເສັ້ນທາງ​ເຂົ້າ​ສູ່​ແຫຼ່ງ​ທ່ອງ​ທ່ຽວ​ທີ່​ສຳຄັນ​ທາງ​ດ້ານ​ວັດທະນະທຳ​ທາງ​ດ້ານ​ປະຫວັດສາດ ມີ​ການ​ລົງທຶນ​ໃສ່​ການ​ປົກ​ປັກ​ຮັກສາ​ແຫຼ່ງ​ປະຫວັດສາດ​ລົງທຶນ​ໃສ່​ການ​ອະນຸ​ຮັກ​ວັດ​ທະ​ນຳ​ທຳ ແລະ ນຳ​ໃຊ້​ລາຍ​ຮັບ​ຈາກ​ທ່ອງ​ທ່ຽວ​ເຂົ້າ​ໃນ​ການ​ສ້າງ​ເສດຖະກິດ-ສັງຄົມ​ຢ່າງ​ເໝາະ​ສົມ ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ເປັນ​ປະເທດ​ທີ່​ພັດທະນາ​ທຳ​ການທ່ອງທ່ຽວ ທີ່​ສອດຄ່ອງ​ກັບ​ກົດໝາຍ​ການທ່ອງທ່ຽວ​ສາກົນ ກໍ​ຄື​ລະບຽບ​ການ​ທີ່​ສະພາ​ການທ່ອງທ່ຽວ ແລະ ການ​ຄ້າ​ຂອງ​​​ສະຫະພາບ​ເອີ​ຣົບ​ວາງ​ອອກ.

ສຳລັບ ​ສປປ ລາວ ເຮົາ ຍາມ​ໃດ​ພັກ ແລະ ລັດຖະບານ​ເຮົາ ໄດ້​ກຳນົດ​ແນວທາງ​ນະໂຍບາຍ​ພັດທະນາ​ການທ່ອງທ່ຽວ​ທາງ​ດ້ານ​ວັດທະນະທຳ​ທາງ​ດ້ານ​ທຳ​ມະ​ຊາດ ແລະ ທາງ​ດ້ານ​ປະຫວັດສາດ ແລ້ວ​ຖື​ເອົາ​ວຽກ​ງານ​ການທ່ອງທ່ຽວ​ເປັນ​ວຽກ​ງານ​ບູ​ລິ​ມະ​ສິດ​ອັນ​ໜຶ່ງ​ໃນ​ຂະແໜງການ​ເສດຖະກິດ ເພື່ອ​ສ້າງ​ລາຍ​ຮັບ​ເປັນ​ເງິນຕາ​ເຂົ້າ​ປະເທດ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ສັງຄົມ ກະຈາຍ​ລາຍ​ໄດ້​ໃຫ້​ແກ່​ທ້ອງຖິ່ນ​ຕ່າງໆ ປະກອບສ່ວນ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາເຜົ່າ.

ຜ່ານ​ການຈັດຕັ້ງ​ປະຕິບັດ​ແນວທາງ​ນະໂຍບາຍ​ດັ່ງກ່າວ​ນັ້ນ ຕັ້ງແຕ່​ຊຸມ​ປີ 1990 ເປັນຕົ້ນ​ມາ ວຽກ​ງານ​ການທ່ອງທ່ຽວ​ຂອງ ​ສປປ ລາວ ໄດ້​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ ດ້ວຍ​ຈັງຫວະ​ທີ່​ວ່ອງໄວ ບັນດາ​ພື້ນຖານ​ໂຄງ​ລ່າງ​ຮັບ​ໃຊ້​ການທ່ອງທ່ຽວ​ແມ່ນ​ໄດ້​ຮັບ​ການ​ເອົາໃຈໃສ່​ກໍ່ສ້າງ ແລະ ປັບປຸງ ຍົກ​ລະດັບ​ຂຶ້ນ​ເລື້ອຍໆ ເປັນຕົ້ນ​ມາ ທັງ​ໝົດ​ເທົ່າ​ນີ້​ໄດ້​ທັງ​ປັດ​ໄຈ ແລະ ເງື່ອນໄຂ​ເອື້ອ​ອຳນວຍ​ເຮັດ​ໃຫ້​ການທ່ອງທ່ຽວ​ລາວ​ໄດ້​ຮັບ​ການ​ພັດທະນາ ແລະ ສົ່ງເສີມ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ປະເທດ ແລະ ໄດ້​ຮັບ​ການ​ຍ້ອງຍໍ​ຊົມເຊີຍ​ຈາກ​ສາກົນ​ຫຼາຍໆ​ພາກສ່ວນ ແລະ ການ​ທີ່ ​ສປປ ລາວ ໄດ້​ຮັບຮອງ​ວັນ​ດັ່ງກ່າວ ປີ 2013 ນີ້ ແມ່ນ​ໄດ້​ເອົາ​ຊື່​ສຽງ ແລະ ກຽດ​ສັກ​ສີ​ມາສູ່​ປະເທດ​ພວກ​ເຮົາ ເວົ້າ​ລວມ ເວົ້າ​ສະເພາະ ກໍ​ແມ່ນ​ການ​ສ້າງ​ຊື່​ສຽງ ແລະ ພາບ​ພົດ​ທີ່​ດີ​ແກ່​ຂະແໜງ​ການທ່ອງທ່ຽວ​ຂອງ ​ສປປ ລາວ.

ບົນ​ຈິດໃຈ​ແຫ່ງ​ຄວາມ​ເບີກບານ​ມ່ວນຊື່ນ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ພວກ​ເຮົາ​ທີ່ ​ສປປ ລາວ ໄດ້​ຮັບ​ລາງວັນ​ປະເທດ​ທີ່​ໜ້າ​ທ່ອງ​ທ່ຽວ​ທີ່​ສຸດ​ໃນ​ໂລກ ປະຈຳ​ປີ 2013 ເຊິ່ງ​ເປັນ​ລາງວັນ​ອົນ​ຊົງ​ກຽດ​ນີ້ ແລະ ເພື່ອ​ເຮັດ​ໃຫ້​ການທ່ອງທ່ຽວ​ຂອງ​ລາວ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ແລະ ຍືນ​ຍົງ ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ ທຸກ​ຂະແໜງການ ໃນ​ລະດັບ​ສູນ​ກາງ ກໍ​ຄື​ທ້ອງຖິ່ນ ຕະຫຼອດ​ຮອດ​ພາກສ່ວນ​ທຸລະ​ກິດ​ໃນ​ຂະແໜງ​ການທ່ອງທ່ຽວ ຈົ່ງ​ໄດ້​ເພີ່ມ​ທະວີ​ພົວພັນ​ປະສານ​ງານ ສ້າງ​ເງື່ອນໄຂ ແລະ ປັດ​ໄຈ​ອຳນວຍ​ຄວາມ​ສະດວກ​ໃນ​ດ້ານ​ຕ່າງໆ ສຳລັບ​ການ​ເດີນທາງ​ເຂົ້າ-ອອກ ການທ່ອງທ່ຽວ​ຢູ່​ພາຍ​ໃນ​ປະເທດ​ເຮົາ ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ທາງ​ດ້ານ​ຊີວິດ ແລະ ຊັບ​ສິນ​ຂອງ​ນັກ​ທ່ອງ​ທ່ຽວ ປັບປຸງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ບໍລິການ​ໃຫ້​ມີ​ມາດຕະຖານ​ສູງ​ຂຶ້ນ​ເລື້ອຍໆ ສ້າງ​ສະພາບ​ແວດ​ລ້ອມ​ທີ່​ດີ​ຢູ່​ຕາມ​ສະຖານທີ່​ບໍລິການ ແລະ ຕາມ​ແຫຼ່ງ​ທ່ອງ​ທ່ຽວ​ຕ່າງໆ ສະກັດ​ກັ້ນ ແລະ ຫຼີກເວັ້ນ​ການ​ຕົວະ​ຕົ້ມ​ຫຼອກ​ລວງ ເອົາ​ລັດ​ເອົາ​ປຽບ​ນັກ​ທ່ອງ​ທ່ຽວ ສະກັດ​ກັ້ນ ແລະ ກຳຈັດ​ຜົນ​ກະທົບ​ທາງ​ລົບ​ຕໍ່​ສິ່ງແວດລ້ອມ ທຳ​ມະ​ຊາດ ຕໍ່​ວັດທະນະທຳ-ສັງຄົມ ຕໍ່​ຮີດຄອງ​ປະເພນີ​ອັນ​ດີງາມ​ຂອງ​ຊາດ ແລະ ຂອງ​ແຕ່​ລະ​ທ້ອງຖິ່ນ.

ທີ່ມາhttp://www.vientianemai.net