ລາຄາສິນຄ້າບໍລິໂພກໃນນະຄອນຫລວງວຽງຈັນ ຍັງຢູ່ໃນເກນປົກກະຕິດີ

ຜ່ານການລົງຕິດຕາມສະພາບລາຄາສິນຄ້າ ນັບແຕ່ໄລຍະສະຫຼອງປີໃໝ່ສາກົນ 2017  ແລະ ປີໃໝ່ປະຈຳຊາດຂອງຊາວຫວຽດ ນາມ ແລະ ຊາວຈີນມານີ້ ຢູ່ຕາມທ້ອງຕະຫຼາດໃນນະຄອນຫຼວງວຽງຈັນຄື: ຕະຫຼາດໂພນສະຫວ່າງ, ຕະຫຼາດສະພານທອງຕະຫຼາດຂົວດິນ ແລະ ແຫ່ງອື່ນໆ ເຫັນວ່າສິນຄ້າປະເພດເຄື່ອງບໍລິໂພກຫລາຍຢ່າງ ແມ່ນຢູ່ໃນເກນປົກກະຕິເຊັນ: ຊີ້ນງົວລາຄາຢູ່ໃນລະດັບເກົ່າ 70-75 ພັນກີບ/ກິໂລຊີ້ນໝູ 30-35 ພັນກີບ/ກິໂລ, ເປັດ-ໄກ່ 40-45 ພັນກີບ/ກິໂລ, ປານິນກະຊັງ 16-18 ພັນກີບ/ກິໂລ, ສ່ວນລາຄາພືດຜັກຕ່າງໆ ບາງຊະນິດມີລາຄາຫຼຸດລົງ ຫຼື ເພີ່ມຂຶ້ນກໍພຽງປະມານ 1 – 2 ພັນກີບ ຕາມລະດູການຂອງມັນຄື: ຜັກກາດຂາວ, ຜັກບົ້ງ, ຜັກຫົ່ມ, ຜັກຫອມ, ໝາກເຜັດ, ໝາກນາວ ແລະ ອື່ນໆ, ຂະນະທີ່ຊາວຄ້າຂາຍກໍຍອມຮັບວ່າ: ນັບແຕ່ປີໃໝ່ມານີ້ ລາຄາສິນຄ້າບໍລິໂພກ ແມ່ນຢູ່ໃນເກນປົກກະຕິດີຕາມກົນໄກຕະຫຼາດ, ທັງນີ້ກໍຍ້ອນຄວາມເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄວບຄຸມລາຄາສິນຄ້າຢ່າງເຂັ້ມງວດ ຂອງພາກສ່ວນກ່ຽວຂ້ອງ, ເຖິງວ່າຈະເປັນວັນສຳຄັນທີ່ມີຄວາມຕ້ອງການສິນຄ້າຂອງຜູ້ບໍລິໂພກຫຼາຍຂຶ້ນ, ແຕ່ກໍສາມາດຕອບສະໜອງໄດ້ພຽງພໍ ແລະ ຮັບປະກັນໃຫ້ລາຄາບໍ່ມີການເໜັງຕີງສູງ, ແຕ່ຄຽງຄູ່ກັນປີນີ້ພາກສ່ວນກ່ຽວຂ້ອງ ກໍຄວນຈະສືບຕໍ່ຕິດຕາມ ແລະ ຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫຼາດໃຫ້ເປັນປົກກະຕິ ເພື່ອສະກັດກັ້ນການສວຍໂອກາດ ທີ່ອາດຈະເກີດຂຶ້ນຮັບປະກັນໃຫ້ປະລິມານ ແລະ ລາຄາສິນຄ້າຢູ່ໃນຄວາມຍຸຕິທຳ.     

 

ແຫລ່ງຂ່າວ:

ລພນ