ລາຄານໍ້າມັນທົ່ວປະເທດທຸກຊະນິດຈະມີການປັບລົງລິດລະ 300ກີບ

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເລກທີ 0349/ອຄ.ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 1 ເມສາ 2020 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ແຈ້ງປັບລົງລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ.

ການປັບລາຄາຄັ້ງນີ້ແມ່ນໄດ້ເພີ່ມຄັງແຮ 100 ກີບ ທຸກຊະນິດ ແລະ ປັບລົງລາຄານໍ້າມັນເຊື້ອໄຟ 300 ກີບທຸກຊະນິດ ເຊິ່ງການປັບລາຄາໃໝ່ໃນຄັ້ງນີ້ແມ່ນຈະເລີ່ມປະຕິບັດຕັ້ງແຕ່ເວລາ 6:00ນາທີ ຂອງວັນທີ 2 ເມສາ ເປັນຕົ້ນໄປ.

 

ຮຽບຮຽງຂ່າວ: ​ພຸດສະດີ