ລັດໃຫ້ເວລາບໍລິສັດຮັບເໝົາທາງດ່ວນແກ້ໄຂບັນຫາໃຫ້ສຳເລັດພາຍໃນ 120 ວັນ

ໃນວັນທີ 4 ກຸມພາ 2020 ກະຊວງແຜນການ ແລະ ລົງທຶນ ໄດ້ອອກໜັງສືແຈ້ງເຖິງບໍລິສັດ ຮ່ວມພັດທະນາທາງດ່ວນລາວ-ຈີນ ຈຳກັດ ກ່ຽວກັບການປັບປຸງການກຳນົດອັດຕາການເກັບຄ່າບໍລິການຜ່ານທາງ ແລະ ອັດຕາແລກປ່ຽນໃນໂຄງການສຳປະທານທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ.

ທາງດ່ວນນະຄອນຫຼວງວຽງຈັນ ຫາ ວັງວຽງໄດ້ເປີດນຳໃຊ້ໃນວັນທີ 20 ທັນວາ 2020 ເປັນຕົ້ນມາ ແຕ່ຜ່ານການຈັດຕັ້ງປະຕິບັດໃນໄລຍະທົດລອງນຳໃຊ້ນີ້ໄດ້ມີຫາງສຽງຂອງສັງຄົມພໍສົມຄວນ, ໂດຍສະເພາະກ່ຽວກັບການກຳນົດຄ່າບໍລິການຜ່ານທາງ ການກຳນົດອັດຕາແລກປ່ຽນ, ເຊິ່ງເຫັນວ່າປະຕິບັດດັ່ງກ່າວແມ່ນບໍ່ສອດຄ່ອງຕາມກົດໝາຍ ແລະ ລະບົບການກ່ຽວຂ້ອງທີ່ປະກາດໃຊ້ໃນປັດຈຸບັນ. ສະນັ້ນ, ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃນນາມຕາງໜ້າລັດຖະບານທີ່ເປັນຄູ່ສັນຍາ ໄດ້ຄົ້ນຄວ້າກ່ຽວກັບບັນຫາດັ່ງກ່າວຮ່ວມກັບບໍລິສັດ ຮ່ວມພັດທະນາທາງດ່ວນລາວ-ຈີນ ຈຳກັດ ເຊິ່ງໄດ້ມີການຈັດກອງປະຊຸມ 2 ຄັ້ງ. ເຊິ່ງເຫັນວ່າ ບໍລິສັດແມ່ນຂັດກັບກົດໝາຍ-ລະບຽບການ ແລະ ລະເມີດຕໍ່ສັນຍາສຳປະທານ.

ດ້ວຍເຫດດັ່ງກ່າວຈຶ່ງແຈ້ງມາຍັງບໍລິສັດປັບປຸງແກ້ໄຂ 5 ຂໍ້ບົກຜ່ອງ (ເຊິ່ງລາຍລະອຽດລະບຸໃນແຈ້ງການລຸ່່ມນີ້) ແລະ ໃຫ້ບໍລິສັດແກ້ໄຂໃຫ້ສຳເລັດໃນເວລາ 120 ວັນ. ໂດຍທາງບໍລິສັດຕ້ອງເຮັດລາຍງານຄວາມຄືບໜ້າການແກ້ໄຂຂໍ້ບົກຜ່ອງດັ່ງກ່າວທຸກໆ 30 ວັນ ໃຫ້ກົມສົ່ງເສີມການລົງທຶນຊາບ ເພື່ອເປັນບ່ອນອ້າງອີງລາຍງານຕໍ່ຂັ້ນເທິງ.

ຮຽບຮຽງຂ່າວ: ພຸຸດສະດີ