ລັດເຊຍແລະເກົາຫຼີເໜືອ ປະສານສຽງພ້ອມຮົບກັບສະຫະລັດແລ້ວ

ຮູບພາບການທົດລອງລູກສອນໄຟຂອງເກົາຫຼີເໜືອວ່າງບໍ່ດົນມານີ້
ຮູບພາບການທົດລອງລູກສອນໄຟຂອງເກົາຫຼີເໜືອວ່າງບໍ່ດົນມານີ້

ເລິ່ມຈາກກໍລະນີທີ່ສະຫະລັດລົງມືໂຈມຕີຊີເຣຍ ເມື່ອວັນທີ 5 ເມສາ 2017 ທີ່ຜ່ານມາ ດ້ວຍຈະຫຼວດໂທມາຫັອກ ໂດຍອ້າງວ່າເປັນການຕອບໂຕ້ ທີ່ລັດຖະບານຊີເຣຍໃຊ້ອາວຸດເຄມີໂຈມຕີກຸ່ມກະບົດ ເຊິ່ງເຮັດໃຫ້ມີພົນລະເຮືອນເສຍຊີວິດໄປ 72 ຄົນ ໃນນັ້ນມີເດັກນ້ອຍລວມຢູ່ປະມານ 20 ຄົນ. ແຕ່ຝ່າຍລັດເຊຍໄດ້ກ່າວວ່າ ກອງທັບລັດຖະບານຊີເຣຍບໍ່ໄດ້ໃຊ້ອາວຸດເຄມີໂຈມຕີກຸ່ມກະບົດ ແຕ່ເປັນການໃຊ້ອາວຸດທຳມະດາໂຈມຕີ ແລ້ວໄປຖືກຄັງອາວຸດເຄມີຂອງຝ່າຍກະບົດ ເຮັດໃຫ້ມີສານເຄມີອັນຕະລາຍຮົ່ວໄຫຼອອກມາ.

ຮູບພາບການຍິງຈະຫຼວດຈາກເຮືອສູ້ສົບຂອງສະຫະລັດ ໂຈມຕີຊີຣີເມື່ອ 5 ເມສາ 2017 ທີ່ຜ່ານມາ

ການໂຈມຕີຂອງສະຫະລັດຕໍ່ຊີເຣຍດັ່ງກ່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດເຊຍເປັນຢ່າງສູງ ເນື່ອງຈາກລັດເຊຍໄດ້ໃຫ້ການສະໜັບສະໜຸນລັດຖະບານຊີເຣຍຢູ່ແລ້ວ ແລະຢູ່ໃນຊີເຣຍກໍມີກອງທັບລັດເຊຍປະຈຳການຢູ່ ແຕ່ການໂຈມຕີຂອງສະຫະລັດນັ້ນບໍ່ໄດ້ຂໍຄຳເຫັນ ຫຼືລຸລ່ວງໃດໆ ຕໍ່ຄະນະມົນຕີຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ລວມທັງລັດເຊຍທີ່ເປັນຜູ້ຢູ່ໃນຊີເຣຍເລີຍ.

ນັກວິເຄາະໄດ້ຕີລາຄາວ່າ ການໂຈມຕີຊີເຣຍຂອງທຣໍ້ານັ້ນ ແມ່ນການສົ່ງສານເຖິງຫຼາຍພາກສ່ວນ ເປັນການບອກປະຊາຊົນອາເມລິກາເອງວ່າ ໂດໂນ່ທຣໍ້າ ບໍ່ໄດ້ແມ່ນພວກດຽວກັບລັດເຊຍ ຕາມທີ່ຖືກກ່າວຫາໃນໄລຍະຊະນະການເລືອກຕັ້ງ (ຕອນນັ້ນມີຂ່າວວ່າລັດເຊຍໄດ້ແຮັກເຂົ້າລະບົບຄອມພິວເຕີຂອງສະຫະລັດ ແລ້ວຊ່ວຍທຣໍ້າໃຫ້ຊະນະການເລືອກຕັ້ງ), ເປັນການສົ່ງສານໄປຍັງເກົາຫຼີເໜືອວ່າ ຖ້າຍັງຂີ້ດື້ກໍຈະຖືກໂຈມຕີເຊັ່ນກັນກັບຊີເຣຍ, ເປັນການສົ່ງສານໄປຍັງລັດເຊຍວ່າ ສະຫະລັດບໍ່ໄດ້ຢ້ານລັດເຊຍ, ເປັນການສົ່ງສານໄປຍັງຈີນວ່າ ສະຫະລັດບໍ່ໄດ້ເກັງໃຈຈີນ (ການໂຈມຕີຊີເຣຍເກີດຂຶ້ນໃນຂະນະທ່ານ ສີຈິ້ນຜິງ ກຳລັງຢ້ຽມຢາມສະຫະລັດ), ເປັນການສົ່ງສານໃຫ້ໂລກຮູ້ວ່າ ສະຫະລັດຍັງມີອຳນາດໃຫຍ່ໂຕເໜືອໝູ່ໃນໂລກນີ້ ແລະອື່ນໆ

ແຕ່ການກະທຳຂອງສະຫະລັດດັ່ງກ່າວນັ້ນ ຄົງຈະບໍ່ແມ່ນເລື່ອງທີ່ດີ ເພາະລັດເຊຍໄດ້ປະກາດວ່າ ຖ້າຍັງມີການໂຈມຕີຊີເຣຍແບບນີ້ອີກ ສະຫະລັດຈະຖືກຕອບໂຕ້ຈາກກອງທັບລັດເຊຍທັນທີ ໃນຂະນະທີ່ ລັດເຊຍກັບອີລານກໍໄດ້ຮ່ວມກັນຕັ້ງກອງກຳລັງຂຶ້ນມາ ເຊິ່ງຖືກເບິ່ງວ່າເປັນກອງກຳລັງທີ່ຈັດຕັ້ງຂຶ້ນມາເພື່ອສູ້ກັບສະຫະລັດໂດຍກົງ. ເບິ່ງໂດຍລວມແລ້ວ ສະໜາມຮົບໃນຕາເວັນອອກກາງ ບໍ່ໄດ້ເຂົ້າຂ້າງຝ່າຍສະຫະລັດເລີຍ ລວມທັງກຸ່ມຕິດອາວຸດໃນຊີເຣຍເອງກໍມີຫຼາຍກຸ່ມ ທີ່ຈະອວ່າຍປາຍປືນໄປໃສ່ສະຫະລັດລວມທັງກຸ່ມ ISIS.

ທາງດ້ານເກົາຫຼີເໜືອນັ້ນ ສະຫະລັດໄດ້ຫັນຫົວເຮືອຮົບ ຈາກນ່ານນໍ້າສິງກະໂປໄປຈອດຢູ່ໃກ້ກັບເກົາຫຼີເໜືອ ເພື່ອກຽມພ້ອມທີ່ຈະໂຈມຕີໄດ້ທຸກເມື່ອ ແຕ່ວ່າ ເກົາຫຼີເໜືອກໍບໍ່ໄດ້ມີທ່າທີໃດໆ ທີ່ສະແດງໃຫ້ສະຫະລັດເຫັນວ່າຕົນເອງອ່ອນຂໍ້ ແຕ່ພັດຍັງປະກາດວ່າ ເກົາຫຼີເໜືອພ້ອມທີ່ຈະສູ້ຮົບກັບສະຫະລັດທຸກຮູບແບບ.

ເຮືອບັນທຸກເຄື່ອງບິນຮົບຂອງກອງທັບສະຫະລັດ ໃນມະຫາສະໝຸດປາຊິຟິກ / AFP PHOTO

ສຳນັກຂ່າວບີບີຊີລາຍງານມື້ນີ້ວ່າ ເກົາຫຼີເໜືອມີຖະແຫຼງການຕອບໂຕ້ຄວາມເຄື່ອນໄຫວຂອງສະຫະລັດອາເມລິກາ ໃນກໍລະນີເຄື່ອນກອງເຮືອຮົບມຸ່ງໜ້າໄປຍັງແຫຼມເກົາຫຼີແລ້ວວ່າ ຈະປົກປ້ອງຕົນເອງດ້ວຍອາວຸດທີ່ຊົງພະລັງ.

ສຳນັກຂ່າວທາງການຂອງເກົາຫຼີເໜືອ KCNA ລາຍງານຄຳຖະແຫຼງຂອງກະຊວງການຕ່າງປະເທດເກົາຫຼີເໜືອວ່າ ການທີ່ສະຫະລັດເອົາເຮືອຮົບມາປະຈຳການເປັນການກະທຳທີ່ບໍ່ໄດ້ໃຊ້ສະໝອງໃນການຮຸກຮານແລະເຮັດໃຫ້ສະຖານະການກ້າວສູ່ຂັ້ນວິກິດ.

“ສະຫະລັດຕ້ອງຮັບຜິດຊອບຢ່າງເຕັມທີ່ຕໍ່ຫາຍະນະທີ່ຈະເກີດຂຶ້ນນຳມາ ຈາກການກະທຳອັນທ້າທາຍນີ້ ເພາະເກົາຫຼີເໜືອພ້ອມຕອບໂຕ້ກັບການເຮັດສົງຄາມໃນທຸກຮູບແບບທີ່ສະຫະລັດຕ້ອງການເຊັ່ນກັນ” ເກົາຫຼີເໜືອກ່າວ.

ຝ່າຍປະເທດຈີນ ມື້ນີ້ ສຳນັກຂ່າວເອພີໄດ້ລາຍງານວ່າ ຈີນໄດ້ສົ່ງທະຫານຈຳນວນ 150,000 ຄົນ ເຂົ້າປະຈຳການຢູ່ເຂດຊາຍແດນຈີນ-ເກົາຫຼີເໜືອ ຮັກສາເຂດຊາຍແດນ ແລະຮັບມືກັບການອົບພະຍົບ ຖ້າຫາກສະຫະລັດລົງມືໂຈມຕີເກົາຫຼີເໜືອ.

ແນວໃດກໍຕາມ, ສົງຄາມອາດຈະບໍ່ເກີດຂຶ້ນ ຖ້າຫາກໂດໂນ່ທຣໍ້າຍອມເສຍປຽບ ແລ້ວກ່າວຂໍໂທດຕໍ່ການໂຈມຕີຊີເຣຍເມື່ອອາທິດທີ່ຜ່ານມາ. ແຕ່ຖ້າຫາກຍັງຈະສືບຕໍ່ໂຈມຕີຊີເຣຍອີກຕາມທີ່ໄດ້ຂູ່ໄວ້ ຫຼືລົງມືໂຈມຕີເກົາຫຼີເໜືອເມື່ອໃດ ກໍບໍ່ຮູ້ວ່າສົງຄາມນີ້ຈະກາຍເປັນສົງຄາມໂລກຄັ້ງທີ 3 ຫຼືບໍ່ ແລະສະຖານະການຂອງສົງຄາມຈະຮ້າຍແຮງຂະໜາດໃດ ເພາະການເຮັດສົງຄາມກັບເກົາຫຼີເໜືອນັ້ນ ໃຜໆກໍຮູ້ວ່າອາດຈະຖືກໂຈມຕີດ້ວຍອາວຸດນິວເຄຍກໍໄດ້.

1 COMMENT

  1. ແລະມັນຫໍແນ່ນອນທີ່ສຸດຖ້າຫາກ ອາເມລິກາໂຈມຕີເກົາຫລີເຫນືອກໍຕ້ອງໃຊ້ອາວຸດນິວເຄລຍຢ່າງບໍ່ຕ້ອງສົງໄສ ແລະຖ້າຫາກເກີດສົງຄາມຂຶ້ນມັນກໍຕ້ອງກາຍເປັນ ww3 ເພາະລຳພັງອາເມລິກາຍ່ອມບໍ່ສາມາດເອົາຊະນະເກົາຫລີ ລັດເຊຍ ອີລານ… ໄດ້ຢ່າງແນ່ນອນ ເພາະວ່່ເບື້ອງເລິກປະເທດເຫລົ່ານີ້ກັບຈີນ ເຂົາມີການຳົວພັນຊ່ວຍເຫລືອກັນທຸກດ້ານ ອີກຢ່າງອາເມລິກາກໍຕ້ອງດຶງເອົາພັນທະມິດຝ່າຍຕົນຢ່າງ ອີຢູ ຫລື ນາໂຕ້ ມາຮ່ວມຢູ່ແລ້ວ ໂດຍສະເພາະ ນາໂຕ້ ທີ່ອາເມລິກາຖືກເປັນຫົວຫອກຫົວດາບທີ່ສຸດໃນການກໍ່ສົງຄາມ ອາເມລິກາເຈາະຈົງທີ່ຈະກໍ່ສົງຄາມໂລກຢູ່ຕະຫລອດເວລາ ເພື່ອທີ່ຈະເຮັດໃຫ້ປະເທດມະຫາອຳນາດອື່ນໆທີ່ເປັນຄູ່ແຂ່ງ ຄູ່ປໍລະປັກ ຂອງຕົນພົບຄວາມອ່ອນແອ ແລະພັງພິນາດ ແລ້ວຕົນຈະທວງຄືນຄວາມເປັນເຈົ້່າໂລກແຕ່ຜູ້ດຽວ ຢ່າລືມວ່າປະເທດເອີລົບ ແລະນາໂຕ້ ບັນດາຜູ້ນຳ ນັກການເມືອງຕ່າງໆລ້ວນແຕ່ແມ່ນອາເມລິກາໃຫ້ການສະຫນັບສະຫນູນຢູ່ເບື້ອງຫລັງເພື່ອຫນູນໃຫ້ພວກເຂົາຂຶ້ນກຳອຳນາດແລ້ວນິຍົມອາເມລິກາ ຈຶ່ງໄດ້ບົງການ ໃຫ້ການຮ່ວມມືກັບອາເມລິກາທຸກຢ່າງ

Comments are closed.