ລັດຖະມົນຕີ ຮສສ ສະເໜີຮ່າງກົດໝາຍການຄຸ້ມຄອງໄພພິບັດ

ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 24 ມິຖຸນາ 2019 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດໄດ້ພິຈາລະນາ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍສະບັບດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ.

ໃນໂອກາດນີ້ ທ່ານ ຄຳແພງ ໄຊສົມແພງ ໄດ້ຍົກໃຫ້ເຫັນເຖິງເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງກົດໝາຍດັ່ງກ່າວ ເພື່ອແນໃສ່ເຮັດໃຫ້ວຽກຄຸ້ມຄອງໄພພິບັດໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ທັນສະໄໝ ແນໃສ່ເຝົ້າລະວັງ ຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິບັດຕໍ່ສຸຂະພາບ ຊີວິດ ຊັບສິນຂອງລັດ ລວມໝູ່ ປະຊາຊົນ ສິ່ງແວດລ້ອມ ແລະ ໂຄງລ່າງພື້ນ ຖານ ພ້ອມທັງຟື້ນຟູ ບູລະນະ ແລະ ກໍ່ສ້າງຄືນໃໝ່ຫຼັງໄພພິບັດ ຮັບປະກັນການສະໜອງຂໍ້ມູນ-ຂ່າວສານ ວ່ອງໄວ ຊັດເຈນ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດຕາມທິດສີຂຽວ ແລະ ຍືນຍົງ.

ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ປະກອບມີ 10 ພາກ 8 ໝວດ 76 ມາດຕາ ໂດຍໄດ້ມີການກໍານົດຫຼັກການ ລະ ບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ຕິດຕາມກວດກາການເຄື່ອນໄຫວວຽກງານຄຸ້ມຄອງໄພພິບັດເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ