ລັດຖະມົນຕີມຽນມາ ເຕືອນກຸ່ມພະສົງຫົວຮຸນແຮງ ໃຫ້ຢຸຕິສ້າງຄວາມບາດໝາງ ທາງສາສະໜາ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 14 ກໍລະກົດຜ່ານມານີ້ວ່າ ທ່ານ ອ່ອງ ໂກ ລັດຖະມົນຕີກະຊວງສາສະໜາມຽນມາ ໄດ້ອອກມາກ່າວເຕືອນພະສົງກຸ່ມມະບະທາ ຊຶ່ງເປັນກຸ່ມພະສົງຊາດນິຍົມຫົວຮຸນແຮງ ໃຫ້ຫລີກລ່ຽງການໃຊ້ຄຳເວົ້າ ເພື່ອສ້າງຄວາມບາດໝາງ ຄຽດຊັງທາງສາສະໜາ ເນື່ອງຈາກກຸ່ມດັ່ງກ່າວນີ້ ເປັນຜູ້ຢູ່ເບື້ອງຫລັງຂອງການໂຄສະນາ ໂດຍໃຊ້ຄຳເວົ້າຕໍ່ຕ້ານຊາວມຸດສະລິມ ພາຍໃນປະເທດມຽນມາ ແລະ ນຳມາຊຶ່ງຄວາມບາດໝາງທາງສາສະໜາ ໃນທົ່ວສັງຄົມມຽນມາ ທີ່ເຮັດໃຫ້ເກີດມີຄວາມຮຸນແຮງທາງສາສະໜາ ຫລາຍຄັ້ງຜ່ານມາ.

ທັງນີ້ ຄຳກ່າວເຕືອນດັ່ງກ່າວ ແມ່ນມີຂຶ້ນຫລັງຈາກທີ່ພະສົງ ຈາກກຸ່ມມະບະທາ ໄດ້ອອກມາກ່າວວິຈານ ທ່ານ ນາງ ອອງຊານຊູຈີ ວ່າເປັນຜະເດັດການ ທີ່ຕັ້ງໃຈຈະລົ້ມກຸ່ມຊາວພຸດກຸ່ມນີ້ລົງ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!