ລັດຖະມົນຕີຕ່າງປະເທດລາວ-ຣັດເຊຍຖະແຫລງການຮວ່ມໃນຂອບການຮ່ວມມື

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະໄດ້ຢ້ຽມຢາມ ສະຫະພັນຣັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 15-17 ມິຖຸນາ 2017 ໃນໂອກາດັ່ງກ່າວນີ້ສອງຝ່າຍໄດ້ຖະແຫລ່ງຂ່າວຮ່ວມກັນໃນຂອບການຮ່ວມມືດ້ານການພັດທະນາເສດຖະກິດ-ສັງຄົມ, ການລົງທຶນ, ການສືກສາ ແລະ ອື່ນໆ ແລະ ສືບຕໍ່ຢ້ຽມຢາມ ສາທາລະນະລັດ ອາເຊັກໄບຊານ ໃນລະຫວ່າງວັນທີ 18-20 ມິຖຸນາ 2017, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງລາວ-ຣັດເຊຍ ແລະ ລາວ-ອາເຊັກໄບຊານ.

https://www.facebook.com/421087478095038/videos/670140389856411/

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ