ລັດຖະມົນຕີກີລາອາຊຽນ ຮັບຮອງຖະແຫຼງການວຽງຈັນ

ລັດຖະມົນຕີກີລາອາຊຽນ ຮັບຮອງຖະແຫຼງການວຽງຈັນ

ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ II ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ທີ່​ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ຜູ້​ແທນ​ຈາກ​ປະເທດ​ສະມາຊິກ​ເຂົ້າ​ຮ່ວມ ຂະນະ​ທີ່​ກອງ​ປະຊຸມ​ຄັ້ງ​ນີ້ ໄດ້​ປຶກສາ​ຫາລື​ຫຼາຍ​ບັນຫາ ເພື່ອ​ພັດທະນາ​ວຽກ​ງານ​ກີລາ-ກາ​ຍະ​ກຳ ແລະ ຮັບຮອງ​ເອົາ​ຖະແຫຼງການ​ວຽກ​ງານ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ກີລາ ຊຶ່ງ​ເປັນ​ເອກະສານ​ພື້ນຖານ​ໃນ​ການ​ຮ່ວມ​ມື​ກີລາ​ອາ​ຊຽນ ໃນ​ຊຸມ​ປີ​ຕໍ່ໜ້າ.

ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ໄດ້​ເປັນ​ກຽດ​ຂຶ້ນ​ກ່າວ​ໄຂ​ກອງ​ປະຊຸມ​ຄັ້ງ​ນີ້ ຊຶ່ງ​ມີ​ບາງ​ຕອນ​ທ່ານ​ໄດ້​ກ່າວ​ວ່າ: ໃນ​ໄລຍະ​ຜ່ານ​ມາ ລັດຖະບານ​ລາວ ໄດ້​ຊຸກຍູ້ ແລະ ສົ່ງເສີມ​ກີລາ-ກາ​ຍະ​ກຳ​ຕະຫຼອດ​ມາ ໂດຍ​ໄດ້​ຈັດການ​ແຂ່ງຂັນ​ລະດັບ​ຊາດ ແລະ ທ້ອງຖິ່ນ​ຢ່າງ​ເປັນ​ຂະ​ບວນ​ການ​ຟົດຟື້ນ ແລະ ເປັນ​ປົກກະຕິ ສຳລັບ​ປີ 2014 ທີ່​ຈະ​ມາ​ເຖິງ​ນີ້ ​ສປປ ລາວ ຈະ​ໄດ້​ຈັດ​ງານ​ມະ​ຫະ​ກຳ​ກີລາ​ນັກຮຽນ​ມັດທະຍົມ​ສຶກ​ສາ​ທົ່ວ​ປະເທດ​ຂຶ້ນ ທີ່​ແຂວງ​ຈຳປາ​ສັກ ແລະ ງານ​ມະ​ຫະ​ກຳ​ກີລາ​ແຫ່ງ​ຊາດ​ຢູ່​ແຂວງ​ອຸດົມ​ໄຊ ແລະ ໃນ​ໄລຍະ​ຜ່ານ​ມາ ​ສປປ ລາວ ຍັງ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ​ຊີເກມ ຄັ້ງ​ທີ 25 ໃນ​ປີ 2009 ກີລາ​ມະຫາວິທະຍາໄລ​ອາ​ຊຽນ ຄັ້ງ​ທີ 16 ປີ 2012 ແລະ ຍັງ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ໃນ​ລະດັບ​ອາ​ຊຽນ ອາຊີ ແລະ ສາກົນ ພ້ອມ​ນັ້ນ​ຍັງ​ຖື​ເອົາ​ວຽກ​ງານ​ກີລາ-ກາ​ຍະ​ກຳ ເປັນ​ການ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບ ແລະ ການ​ເຊື່ອມ​ໂຍງ​ກັບ​ບັນດາ​ປະເທດ​ເພື່ອນ​ມິດ ທັງ​ໃນ​ພາກ​ພື້ນ ແລະ ສາກົນ.

ສຳລັບ​ຜົນສຳເລັດ​ຂອງ​ກອງ​ປະຊຸມ ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ​ກະຊວງ​ສຶກ​ສາ​ທິ​ການ-ກີລາ ໄດ້​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ແຕ່​ລະ​ປະເທດ​ສະມາຊິກ​ອາ​ຊຽນ ໄດ້​ສະເໜີ​ບົດຮຽນ ແລະ ປະສົບ​ການ​ຂອງ​ຕົນ​ໃນ​ການ​ສົ່ງເສີມ ແລະ ການ​ພັດທະນາ​ກີລາ ເຫັນ​ດີ​ໃຫ້​ແຕ່​ລະ​ປະເທດ ແຕ່ງຕັ້ງ​ຈຸດ​ປະສານ​ງານ​ຂອງ​ຕົນ ຕາມ​ເວລາ​ອັນ​ຄວນ ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຂອງ​ບັນດາ​ປະເທດ​ສະມາຊິກ ໃນ​ການຈັດຕັ້ງ​ກິດຈະກຳ​ຕ່າງໆ ເພື່ອ​ສະຫຼອງ​ປີ 2013 ປີ​ແຫ່ງ​ອຸດສາຫະກຳ​ກີລາ​ອາ​ຊຽນ ເຊັ່ນ: ມາ​ເລ​ເຊຍ ສິງກະໂປ ບຣູ​ໄນ ໂດຍ​ສະເພາະ​ແມ່ນ ​ສປປ ລາວ ທີ່​ໄດ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ ເຈົ້າ​ໜ້າທີ່​ອາວຸໂສ​ກີລາ​ອາ​ຊຽນ ຄັ້ງ​ທີ III ແລະ ກອງ​ປະຊຸມ​ລັດຖະມົນຕີ​ກີລາ​ອາ​ຊຽນ ຄັ້ງ​ທີ II.

ນອກ​ນັ້ນ ກອງ​ປະຊຸມ​ຍັງ​ໄດ້​ແລກປ່ຽນ​ຄຳ​ເຫັນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສະໝັກ ເປັນ​ເຈົ້າພາບ​ຮ່ວມ​ກີລາ​ເຕະບານໂລກ ໃນ​ຊຸມ​ປີ 2030 ຕໍ່​ກັບ​ບັນຫາ​ນີ້ ເຈົ້າ​ໜ້າທີ່ ແລະ ພາກສ່ວນ​ກ່ຽວຂ້ອງ​ຂອງ​ແຕ່​ລະ​ປະເທດ ສືບຕໍ່​ຄົ້ນຄວ້າ.

ກອງ​ປະຊຸມ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ທັນວາ 2013 ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ທ່ານ ເລ ເລືອງ ມິງ ເລຂາທິການ​ໃຫຍ່​ອາ​ຊຽນ ພ້ອມ​ບັນດາ​ລັດຖະມົນຕີ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ ແລະ ບັນດາ​ພາກສ່ວນ​ກ່ຽວຂ້ອງ ເຂົ້າ​ຮ່ວມ.

ຂ່າວ​ແຈ້ງ​ຕື່ມ​ອີ​ກວ່າ: ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 4 ທັນວາ​ຜ່ານ​ມາ ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ໄດ້​ເປັນ​ກຽດ​ຈັດ​ງານ​ລ້ຽງ​ຕ້ອນຮັບ ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ຂຶ້ນ ທີ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ຊຶ່ງ​ໃນ​ງານ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ຊົມ​ການສະແດງ​ສິລະ​ປະ ບົດ​ເພງ ແລະ ບົດ​ຟ້ອນ​ຕ່າງໆ​ທີ່​ສື່​ເຖິງ​ເອກະລັກ ແລະ ວັດທະນະທຳ​ລາວ ໂດຍ​ສະເພາະ ແມ່ນ​ສື່​ເຖິງ​ສາຍ​ພົວພັນ ແລະ ການ​ຮ່ວມ​ມື​ຂອງ​ບັນດາ​ປະເທດ​ສະມາຊິກ​ອາ​ຊຽນ.

ທີ່ມາhttp://www.vientianemai.net