ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ

0
707

ໃນຕອນບ່າຍຂອງໃນວັນທີ 13 ກັນຍາ 2022 ນີ້, ຢູ່ທີກະຊວງປ້ອງກັນປະເທດ ໄດ້ມີພິທີຕ້ອນຮັບ ສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-17 ກັນຍາ 2022 ນີ້, ໂດຍການຕ້ອນຮັບຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ພາຍຫຼັງສໍາເລັດພິທີຕ້ອນຮັບ ຢ່າງເປັນທາງການ, ທັງສອງຝ່າຍ ກໍໄດ້ພົບປະແລກປ່ຽນຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາການປະຕິບັດອະນຸສັນຍາຮ່ວມມືລະຫວ່າງ ສອງກະຊວງ ປ້ອງກັນປະເທດລາວ-ຫວຽດນາມ ພວກເຮົາແມ່ນໄດ້ບັນລຸໝາກຜົນຫຼາຍດ້ານ ຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງ ປະຕິບັດອານຸສັນຍາໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບນຳກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບລາວ-ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ.

ພ້ອມດຽວກັນນີ້ທັງສອງຝ່າຍກໍໄດ້ເຫັນດີເປັນເອກະພາບບົນພື້ນຖານແມ່ນປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກທັງສອງ ຝ່າຍ ແລະ ອະນຸສັນຍາວ່າດ້ວຍການຮ່ວມືຊ່ວຍເຫຼືອເຊິ່ງ ແລະ ກັນລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ 2020-2024 ແລະ ແຜນການຮ່ວມມືໃນປີ 2022.

ຮັກສາການພົບປະສ້າງສັນຊາຍແດນຂັ້ນລັດຖະມົນຕີ ທ້າຍປີ 2022 ນີ້ ເຊິ່ງລາວຈະເປັນເຈົ້າພາບຈັດ, ການຮ່ວມມືທາງດ້ານວຽກງານພັກ-ວຽກງານການເມືອງ, ການກໍ່ສ້າງກໍາລັງ, ວຽກງານແລກປ່ຽນ ຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມບໍລິເວນຊາຍແດນໂດຍສະເພາະ 2 ກຸ່ມບ້ານ ຢູ່ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ເຊິ່ງສອງຝ່າຍ ໄດ້ເປິດໂຄງການຢ່າງເປັນທາງການ. ສືບຕໍ່ວຽກງານຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍ ສະຫຼະຊີວິດຢູ່ລາວໃນສະໄໝສົງຄາມກັບຄືນປະເທດ. ສືບຕໍ່ຊຸກຍູ້ວຽກງານເຕັກນິກ ແລະ ອຸດສາຫະກໍາປ້ອງກັນຊາດສອງຝ່າຍ ເປັນຕົ້ນແມ່ນ : ການຊ່ວຍເຫຼືອລ້າ ການຈັດຫາທາງດ້ານສາວຸດຍຸດໂທປະກອນການແບກຫາບທີ່ຝ່າຍຫວຽດນາມສາມາດຜະລິດ ແລະ ຈໍາໜ່າຍໃຫ້ຝ່າຍລາວໄດ້, ສືບຕໍ່ຊຸກຍູ້ວຽກງານຮ່ວມມື ແລະ ອໍານວຍຄວາມສະດວກໃນການຂົນສົ່ງອຸປະກອນເຕັກນິກການທະຫານຜ່ານດິນແດນຂອງຫວຽດນາມ ມາຍັງ ສປປ ລາວ, ເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງພະນັກງານທະຫານໜຸ່ມລາວ ຢູ່ ສສ ຫວຽດນາມ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ, ພິເສດແມ່ນສະເໜີເພີ່ມຈໍານວນນັກຮຽນຮຸ່ນສືບທອດ ເຈີນກັວກຕ່ວນ ໃນປີສາມະຄີມິດຕະພາບ ລາວ-ຫວຽດນາມ 2022 ນີ້, ສະເໜີໃຫ້ສອງກະຊວງປ້ອງກັນປະເທດເຮົາສືບຕໍ່ສ້າງບັນດາກິດຈະກໍາພົບປະ ສ້າງສັນ ເຊັ່ນ: ແລກປ່ຽນທາງດ້ານສິລະປະການສະແດງ, ວັດທະນະທຳ ແລະ ແລກປ່ຽນນາຍທະຫານໜຸ່ມເຊິ່ງກັນ ແລະ ກັນ. ສືບຕໍ່ຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນ ໃນປີສາມະຄີມິດຕະພາບ ລາວ-ຫວຽດນາມ 2022 ຂອງທັງສອງກອງທັບໃຫ້ມີບັນຍາກາດເບີກບານມ່ວນຊື່ນ ລວມໄປເຖິງບັນຫາອື່ນໆທີ່ທັງສອງຝ່າຍໄດ້ຕົກລົງ ແລະ ເຫັນດີຮ່ວມກັນ.

ໂອກາດນີ້ ສະຫາຍ ພົນເອກ ຟານ ວັນຢາງ ກໍໄດ້ຕີລາຄາສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານກ່ຽວກັບການເດີທາງມາຢ້ຽມຢາມໃນຄັ້ງນີ້ ກໍ່ເພື່ອເປັນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ, ຄວາມປອງດອງອັນແໜ້ນແຟ້ນ, ສະໜິດສະໜົມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດໄປ, ພ້ອມທັງເປັນ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມ ຂະຫຍາຍ ແລະ ແຕກດອກອອກ ຜົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: Lao people’s Army News