ລັດຖະມົນຕີກຊວງສຶກສາມາດາກັສກາ ຖືກປົດ ຫຼັງໃຊ້ງົບ 2 ລ້ານໂດລາ ຊື້ຂະໜົມອົມແຈກນັກຮຽນ

ເວັບໄຊ sanook ລາຍງານໃຫ້ຮູ້ວ່າ ທ່ານ ນາງ ແອນດຣີ ຣາໂຈລີນ່າ ປະທານາທິບໍດີມາດາກັສກາ ມີຄຳສັ່ງປົດ ທ່ານ ນາງ ຣິຈາໂຊອາ ແອນເດຍມານານາ ລັດຖະມົນຕີກະຊວງສຶກສາ ຫຼັງພົບວ່າໃນງົບກວ່າ 2.2 ລ້ານໂດລາ ເພື່ອຊື້ “ຂະໜົມອົມ” ໄປແຈກໃຫ້ກັບນັກຮຽນທົ່ວປະເທດ ເຊິ່ງມັນເປັນການໃຊ້ງົບປະມານທີ່ບໍ່ຖືກຕ້ອງ.

ລັດຖະມົນຕີກະຊວງສຶກສາທິການມາດາກັສກາ ອະທິບາຍວ່າ ຂະໜົມອົມທີ່ນຳໄປແຈກໃຫ້ນັກຮຽນນັ້ນມີສ່ວນປະສົມຂອງສະໝຸນໄພທ້ອງຖິ່ນທີ່ເຊື່ອວ່າຊ່ວຍປ້ອງກັນໄວຣັດໂຄວິດ-19 ໄດ້.

ການແຈກຂະໜົມ 3 ກ້ອນໃຫ້ນັກຮຽນຕໍ່ 1 ຄົນ ເປັນເລື່ອງທີ່ຖືກວິຈານຢ່າງໜັກ ໂດຍສະເພາະການໃຊ້ງົບປະມານຈຳນວນຫຼາຍ ເຊິ່ງປະທານາທິບໍດີມາດາກັສກາ ລະບຸວ່າເປັນການກະທຳໂດຍການຕັດສິນໃຈລຳພັງຂອງລັດຖະມົນຕີກະຊວງສຶກສາຜູ້ນີ້ ຈຶ່ງນຳໄປສູ່ການປົດອອກຈາກຕໍາແໜ່ງທັນທີ.

 

ຮຽບຮຽງຂ່າວ: ພຸດສະດີ