ລັດຖະບານ ທຣໍ້າ ພົບກັບຊັດດາວຄັ້ງທີ 2 ໃນຮອບ 3 ອາທິດ

ວຸດທິສະພາສະຫະລັດບໍ່ສາມາດລົງມະຕິຮ່າງແຜນງົບປະມານສະບັບໃຫມ່ໄດ້ ໃຫ້ທັນກຳນົດການ ສົ່ງຜົນເຮັດໃຫ້ລັດຖະບານຂອງປະທານາທິບໍດີ ໂດນອລ ທຣໍ້າ ຕ້ອງປະສົບກັບພາວະ ຊັດດາວ ຄັ້ງທີ 2 ພາຍໃນໄລຍະເວລາຫ່າງກັນບໍ່ຮອດ 1 ເດືອນ. ດ້ານທຳນຽບຂາວຫວັງວ່າການຊັດດາວໃນຄັ້ງນີ້ຄົງຈະບໍ່ຍາວນານ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງວໍຊີງຕັນ ປະເທດສະຫະລັດອາເມລິກາ ເມື່ອວັນທີ 9 ກຸມພາ ວ່າ: ສຳນັກງານບໍລິຫານ ແລະ ງົບປະມານປະຈຳທຳນຽບຂາວ (OMB) ອອກຖະແຫລງການໃນຕອນເຊົ້າຂອງມື້ນີ້ຕາມເວລາທ້ອງຖີ່ນວ່າ ທ່ານ ມິກ ມຸລເວນຽນ, ຜູ້ອຳນວຍການຂອງ OMB ສັ່ງການໃຫ້ເຈົ້າຫນ້າທີ່ຂອງຫນ່ວຍງານທຸກຫນ່ວຍງານພາຍໃຕ້ສັງກັດຂອງລັດຖະບານກາງ ວ່າມີຄວາມຈຳເປັນທີ່ຈະຕ້ອງເຂົ້າປະຕິບັດຫນ້າທີ່ວຽກຕໍ່ຫລືບໍ? ເນື່ອງຈາກວຸທິສະພາບໍ່ສາມາດລົງມະຕິຮ່າງແຜນງົບປະມານຊົ່ວຄາວໄດ້ທັນຕາມກຳນົດ ເພື່ອໃຫ້ລັດຖະບານກາງມີເງີນພຽງພໍໃຊ້ຈ່າຍຈົນເຖີງວັນທີ 23 ມີນາ 2018.

ການຊັດດາວຄັ້ງນີ້ຖືວ່າເປັນຄັ້ງທີ 2ແລ້ວ ໃນສະໄຫມຂອງປະທານາທິບໍດີ ໂດນອລ ທຣໍ້າ ແລະ ເກີດຂື້ນໃນລະຍະເວລາຫ່າງຈາກການຊັດດາວຄັ້ງທຳອິດພຽງ 3 ອາທິດ ທີ່ກິນເວລາລະຫວ່າງວັນທີ 20-22 ມັງກອນ ທີ່ຜ່ານມາ ຊື່ງການຊັດດາວຄັ້ງນັ້ນເປັນຜົນຈາກການທີ່ວຸດທິສະພາບໍ່ສາມາດບັນລຸຂໍ້ຕົກລົງກ່ຽວກັບຜູ້ອົບພະຍົບໄດ້ຢ່າງເດັດຂາດ ໂດຍສະເພາະໂຄງການຜູ້ອົບພະຍົບ ດາກ້າ ຫລື ດີມເມີສ ທີ່ເກີດຂື້ນເມື່ອປີ 2012 ເປັນການມອບຄວາມຄຸ້ມຄອງໃຫ້ແກ່ຊາວອົບພະຍົບປະມານ 800,000 ຄົນ ທີ່ລົກລອບເດີນທາງເຂົ້າປະເທດເມື່ອຍັງເຍົາໄວ ແລະ ໂຄງການດັ່ງກ່າວຈະຫມົດອາຍຸໃນວັນທີ 5 ມີນາ ນີ້.

ແຫລ່ງຂ່າວຕ່າງປະເທດ DRN