ລັດຖະບານອາເມລິກາ ແຈ້ງດ່ວນ ໃຫ້ນັກການທູດທີ່ປະຈຳໃນມຽນມາ ເດີນທາງກັບປະເທດທັນທີ

0
1852

ລັດຖະບານອາເມລິກາ ໄດ້ອອກຖະແຫຼງການໃຫ້ນັກການທູດ ແລະ ສະມາຊິກຄອບຄົວທີ່ບໍ່ມີພາລະກິດ ຫຼື ວຽກດ່ວນສຳຄັນ ໃນມຽນມາ ໃຫ້ເດີນທາງກັບຄືນປະເທດດ່ວນ. ຫຼັງກອງທັບມຽນມາ ປາບປາມຜູ້ປະທ້ວງທີ່ຕໍ່ຕ້ານລັດຖະປະຫານນັບມື້ນັບຮຸນແຮງຂຶ້ນ.

ໂດຍຄຳສັ່ງດັ່ງກ່າວມີຂື້ນຫຼັງຝ່າຍປົກຄອງຂອງປະທານາທິບໍດີ ໂຈ ໄບເດັນ ປະກາດໂຈະຂໍ້ຕົກລົງການຄ້າ ແລະ ການລົງທຶນຈົນກວ່າປະຊາທິປະໄຕຂອງມຽນມາ ຈະໄດ້ຮັບການຟື້ນຟູ. ໃນຂະນະນັ້ນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາ ຮຽກຮ້ອງໃຫ້ບໍລິສັດຕ່າງປະເທດທັງຫຼາຍ ພິຈາລະນາຕັດສາຍພົວພັນກັບພາກສ່ວນທຸລະກິດຕ່າງໆ ທີ່ໃຫ້ການສະໜັບສະໜູນກອງທັບມຽນມາ.

ນອກຈາກນີ້, ຍັງມີການເຜີຍແພ່ຮູບພາບ ຂອງຕຳຫຼວດຖືອາວຸດຍ່າງໄປມາບໍລິເວນເຮືອນຊານ ຂອງປະຊາຊົນ ໃນເມືອງ Thaketa, Yangon, ພ້ອມຮ້ອງສັ່ງໃຫ້ປະຊາຊົນອອກມາອານາໄມຕາມຖະໜົນຫົນທາງ ບໍ່ດັ່ງນັ້ນຈະຖືກຍິງ. ຫຼັງຈາກຜູ້ປະທ້ວງໄດ້ ນຳເອົາຂີ້ເຫຍື້ອອອກມາຖີ້ມຕາມຖະໜົນຕ່າງໆ ເພື່ອຄັດຄ້ານລັດຖະປະຫານມຽນມາ.

ປັດຈຸບັນ, ຍອດຜູ້ເສຍຊີວິດຫຼ້າສຸດ ມີຈຳນວນ 521 ຄົນ (30 ມີນາ 2021).