ລັດຖະບານລາວ ຢືນຢັນຈະສືບຕໍ່ດໍາເນີນ ການກໍ່ສ້າງເສັ້ນທາງລົດໄຟ ລະຫວ່າງຈີນ-ລາວ!

image

ຂປລ. ລັດຖະບານລາວ ຢືນຢັນລະຫວ່າງ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VII ໃນວັນທີ 8 ກໍລະກົດ 2015 ນີ້ວ່າຈະສືບຕໍ່ດໍາເນີນ ການກໍ່ສ້າງໂຄງການ ເສັ້ນທາງລົດຈາກ ສປ ຈີນ ຫາ ສປປ ລາວ ຕາມແຜນເກົ່າທີ່ມີຢູ່ ໃນໄລຍະຜ່ານມາໂດຍບໍ່ປ່ຽນແປງ ແຕ່ຍັງບໍ່ມີການເປີດເຜີຍວັນເວລາ ຂອງການລົງມືກໍ່ສ້າງລະອຽດ ຂະນະທີ່ ບັນດາສະມາຊິກສະພາແຫ່ງຊາດ ​​ໄດ້ຍົກຫລາຍປະເດັນຂຶ້ນ ຢູ່ກອງປະຊຸມດັ່ງກ່າວ​​ ຢ່າງກົງໄປກົງມາ ເພື່ອເປັນການປະກອບສ່ວນ​​ເຂົ້າໃນການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ, ຄວາມເຂົ້າໃຈແລະ ນະໂຍບາຍຕ່າງໆ ເຂົ້າໃນການພັດທະນາແລະ ສ້າງສາປະເທດ ໃຫ້ຈະເລີ່ນຮຸ່ງ​​ເຮືອງຂຶ້ນເປັນກ້າວໆ ບົນພື້ນຖານຄຸນນະພາ, ​ຄວາມວ່ອງໄວ,ຮັດກຸມ, ຖືກຕ້ອງ, ລະອຽດແລະ ໂປ່ໃສ.

​ ໃນ​ໂອກາດ​ດັ່ງກ່າວ​ນີ້ ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້​ນໍາ​ວຽກ​ງານ​​ເສດຖະກິດການ​ຜະລິດ ​ແລະ ຈໍລະ​ຈອນ​​ ກໍໄດ້​ຕອບ​ຂໍ້​ຊັກ​ຖາມຂອງ​ບັນດາສະມາຊິກ​ ໃນ​ບາງ​ດ້ານ​​ເຊັ່ນ:  ພາຍໃນປີ 2018 ສປປ ລາວຈະຍົກເລີກອັດຕາພາສີ ນໍາເຂົ້າສິນຄ້າຈາກຕ່າງປະເທດ;  ຮຽກຮ້ອງໃຫ້ບັນດາສະມາຊິກ ສະພາແຫ່ງຊາດເອົາໃຈໃສ່ແລະ ຊ່ວຍຄິດເພື່ອຊອກຫາຈຸດບົ່ມຊ້ອນ ໃນແຕ່ລະຂົງເຂດໃຫ້ຈະແຈ້ງ ໂດຍສະເພາະ ເຮັດແນວໃດຈະເຮັດໃຫ້ ຕົ້ນການຜະລິດຂອງປະຊາຊົນແລະ ຜູ້ປະກອບການຕໍ່າ ​ເຊິ່ງສາມາດແຂ່ງຂັນໄດ້; ຄຸນນະພາບການບໍລິການທ່ອງທ່ຽວແລະ ການຄ້າ ບໍ່ຄວນ​​​ເກັບແພງ​​ເກີນໄປ ໃຫ້ຢູ່ສົມເຫດສົມຜົນ; ການຜະລິດເປັນສິນຄ້າ ຕ້ອງເບິ່ງຈຸດໄດ້ປຽບແລະເສຍປຽບຢ່າງລະອຽດ; ຕ້ອງເອົາໃຈໃສ່ແລະ ຊອກຫາວິທີປາບສັດຕູພືດ ໂດຍສະເພາະ ບັນຫາຕັກແຕນບຸກລຸກເນື້ອທີ່ການຜະລິດ ຂອງປະຊາຊົນຢູ່ແຂວງຫລວງພະບາງແລະ ພວມຂະຫຍາຍໄປ ແຂວງຫົວພັນທັນ​ເຫດການ; ຕ້ອງເບິ່ງຄືນເປົ້າໝາຍ ການເພີ່ມເນື້ອທີ່ປົກຫຸ້ມປ່າໄມ້ສີຂຽວ ພາຍໃນປີ 2020 ​ໃຫ້ໄດ້ 70% ​ໂດຍເນັ້ນໃຫ້ເອົາໃຈໃສ່ ບົວລະບັດຮັກສາແລະ ຕິດຕາມຄັກແນ່, ​ເລັ່ງແກ້ໄຂບັນຫາຫຍໍ້ທໍ້ຮີບດ່ວນ ໂດຍສະເພາະຢາເສບຕິດ, ຂີ້ລັກງັດແງະປຸ້ນຈີ້ແລະ ບັນຫາອື່ນໆ ​ໂດຍ​ມີ​ການ​ປະສົບ​ສົມທົບ ​ແລະ ປຶກສາ​ຫາລື​ຮ່ວມ​ກັນ​ລະອຽດ; ລັດຖະບານລາວ ຢືນຢັນຈຸດເດີມ​​ຈະສືບຕໍ່ກໍ່ສ້າງ ເສັ້ນທາງລົດ​ໄຟຈາກ ສປ ຈີນ ຫາ ສປປ ລາວໂດຍຈະຢືດຖືເອົາແລວທາງ​ເກົ່າ​ ທີ່ສໍາຫລວດຜ່ານມາສ່ວນວັນເວລາລົງມືກໍ່ສ້າງນັ້ນ ຈະແຈ້ງຕາມຫລັງເພາະຍັງມີການຄິດໄລ່ ບາງຂອດໃຫ້ມີຄວາມຈະແຈ້ງຂຶ້ນຕື່ມ; ​ແລະ ບັນຫາອື່ນໆ.

ພ້ອມນີ້ ບັນດາສະມາຊິກສະພາບາງທ່ານ ກໍໄດ້ຍົກບາງບັນຫາມີດັ່ງນີ້: 2 ປີຜ່ານມາ ລັດຖະບານຫ້າມບໍ່​​ໃຫ້ຂຸດຄົ້ນແລະ ຕັດໄມ້ແບບຊະຊາຍ ເພື່ອເປັນສິນຄ້າ​​ໂດຍບໍ່ໄດ້ຮັບອະນຸຍາດແຕ່ບັນຫານັ້ນ ຍັງເຫັນວ່າ​​ການລັກລອບຂຸດຄົ້ນໄມ້ແລະຂາຍໄມ້ເຖື່ອນ ໃນ​ບາງ​ແຂວງຍັງປະກົດ​ມີ​ ດ້ວຍ​ເຫດ​ດັ່ງກ່າວ​ ຂໍ​ໃຫ້​​ໃຊ້​ມາດ​ຕະການ​ເດັດຂາດ; ການ​ຄຸ້ມ​ຄອງ​ງົບປະມານ​ຂອງ​ລັດ​ ຍັງ​ບໍ່ ​ມີ​ກົນ​ໄກ​ຈະ​ແຈ້ງ ​ແລະ ຮັດກຸມ​ເຮັດ​ໃຫ້ການ​ເກັບ​ລາຍ​ບໍ່​ໄດ້​ຕາມ​ແຜນ; ການ​ຕັດ​ໄມ້​ຂາຍ​ຈໍານວນ​ໜຶ່ງ​ ຍັງ​ບໍ່​ເຫັນ​ລາຍ​ຮັບ​ຄັກ​ແນ່ ​ໝາຍວ່າ​ລາຍ​ຮັບ​ເຂົ້າ​ງົບປະ​ມາ​ນລັດ​ຍັງ​ມີ​ໜ້ອຍ ສະ​ນັ້ນ​ ການຂາຍ​ໄມ້​ຄວນ​ປະມູນ ​ເປັນ​ຈຸດ​ລວມສູນ​ບ່ອນ​ດຽວ ​ໂດຍ​ມີ​ລັກສະນະ​ເອກະ​ພາບ​ຄັກ​ແນ່ ​ແລະ ບໍ່​ຄວນ​ປະ​ມູນ​ຂາຍ​ແບບ​ຊະຊາຍ; ໃຫ້​ເບິ່ງ​ຄືນ ​ແລະ  ​ ແກ້​ໄຂ​ບັນຫາ​ແຮງ​ງານ​ຕ່າງ​ດ້າວ​ ເຂົ້າ​ມາຊອກ​ວຽກ​ເຮັດ​ງານ​ທໍາ​ ແບບ​ເລື່ອນລອຍ ​ແລະ ສວຍ​ໂອກາດ​ຍາດ​ອາຊີບ​ ສະຫງວນ​ຂອງ​ຄົນລາ​ວ​ ​ໃນ​ນັ້ນ​ມີ​ບາງ​ຄົນ​ບໍ່​ຢາກ​ກັບ​ບ້ານ​ເກີດ​ ໝາຍວ່າ​ຕ້ອງການ​ຢາກ​ຢູ່​ເລີຍ ​ເຊິ່ງບັນຫາ​ເຫລົ່າ​ນັ້ນ​ ຄວນ​ໄດ້​ຮັບ​ການ​ແກ້​ໄຂໃຫ້​ເປັນ​ຮູບ​ປະ​ທໍາ.
ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ