ລັດຖະບານມາເລເຊຍ ມອບວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ

0
898

ລັດຖະບານມາເລເຊຍ ມອບວັກຊີນຊິໂນຟາມ ປ້ອງກັນພະຍາດໂຄວິດ-19 ຈຳນວນ 500,000 ໂດສ ໃຫ້ແກ່ ກະຊວງສາທາລະນະສຸກ ສປປ ລາວ ຮັບໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ວັນທີ 20 ມິຖຸນາ 2022, ສປປ ລາວ ໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຍິ່ຫໍ້ຊິໂນຟາມ ຈາກລັດຖະບານແຫ່ງ ມາເລເຊຍ ຈຳນວນ 500,000 ໂດສ, ເຊິ່ງວັກຊີນຈຳນວນດັ່ງກ່າວໄດ້ຂົນສົ່ງມາຮອດ ສະໜາມບິນສາກົນວັດໄຕ ແລະ ໄດ້ມີພິທີຮັບຢາວັກຊີນດັ່ງກ່າວຂຶ້ນທີ່ ສະໜາມບິນສາກົນວັດໄຕ ໂດຍຕາງໜ້າຈາກກະຊວງສາທາລະນະສຸກ ແລະ ສະຖານທູດມາເລເຊຍ ປະຈຳ ສປປ ລາວ ເຂົ້າຮ່ວມພິທີດັ່ງກ່າວ.

ການຊ່ວຍເຫຼືອດ້ານວັກຊີນຈາກລັດຖະບານມາເລເຊຍ ໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແມ່ນເປັນຄັ້ງທີ 2, ມາເຖິງປະຈຸບັນ ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານວັກຊີນ ຈາກລັດຖະບານມາເລເຊຍ ມີເຖິງ 780,400 ໂດສ, ອັນເປັນການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນການຊຸກຍູ້ໃຫ້ປະເທດລາວດໍາເນີນນະໂຍບາຍ ພູມຄຸ້ມກັນແຫ່ງຊາດ ແລະ ສາມາດບັນລຸການສັງວັກຊີນໃຫ້ແກ່ພົນລະເມືອງລາວ ໃຫ້ໄດ້ 80% ໃນປີ 2022 ນີ້ ກໍຄື ການເພີ່ມທະວີ ການສ້າງພູມຄຸ້ມກັນໃຫ້ປະຊາຊົນລາວ ເພື່ອເສີມສ້າງຄວາມເຂັ້ມແຂງໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄ ວິດ-19 ຢູ່ໃນ ສປປ ລາວ.