ລັດຖະບານມາເລເຊຍສະແດງຄວາມເສຍໃຈ ແລະ ພ້ອມຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ

ລາຍງານເມື່ອວັນທີ 24 ກໍລະກົດ 2018 ຈາກເຫດໄພພິບັດແຫ່ງຊາດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ມວນນ້ຳມະຫາສານໄຫຼເຂົ້າຖ້ວມເມືອງ ສະໜາມໄຊ ແຂວງ ອັດຕະປື, ມາຕັ້ງແຕ່ຄືນວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ໄດ້ກາຍເປັນຂ່າວໃຫຍ່ໂດ່ງດັງໄປທົ່ວໂລກ ໂດຍສະເພາະສະມາຊິກອາຊຽນ ໄດ້ສະແດງເຈດຈຳນົງໃຫ້ການຊ່ວຍເຫຼືອ ສປປ ລາວ.

ໂດຍ ທ່ານ ນາງ ດຣ. ວັນອາຊີຊະ ອິສມາອິວ ຮອງນາຍົກລັດຖະມົນຕີ ແລະ ເປັນພັນລະຍາຂອງທ່ານ ດຣ. ໂມຮຳໝັດ ມະຫາເທ ລັດຖະມົນຕີມາເລເຊຍ ໃນນາມລັດຖະບານມາເລເຊຍ ໄດ້ລົງຂໍ້ຄວາມໃນ ທະວິສເຕີ ສະແດງຄວາມເສຍໃຈຕໍ່ເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອັນໄດ້ສົ່ງຜົນໃຫ້ມີການສູນເສຍຊີວິດ ແລະ ຊັບສິນ ຫຼາຍພັນຄົນທີ່ບໍ່ມີທີ່ຢູ່ອາໃສ ແລະ ຫຼາຍຮ້ອຍຄົນສູນຫາຍ

“ຂ້າພະເຈົ້າຂໍອະທິຖານ ໃຫ້ທຸກຂະບວນການດຳເນີນໄປດ້ວຍດີ ແລະ ພາວະນາຜູ້ສູນຫາຍຈະປອດໄພ,​ໃນນາມລັດຖະບານມາເລເຊຍ ພ້ອມທີ່ຈະໃຫ້ການຊ່ວຍເຫຼືອແກ່ ສປປ ລາວ”

 

ແຫລ່ງຂ່າວ:​ ອິດສະຫຼະ