ລັດຖະບານປັບລົງລາຄານ້ຳມັນກາຊວນ ຊ່ວຍຊາວກະສິກອນ

20131122171501607
(ພາບປະກອບຂ່າວ)

 

ໄລ­ຍະ​ນີ້​ຊາວ​ກະ­ສິ­ກອນ​ໃນ​ທົ່ວປະ­ເທດ​ພວມ​ດຳ­ເນີນ​ການ​ຜະ­ລິດ​ ຢ່າງເປັນ​ຂະ​ບວນ, ລັດ​ເຫັນ​ໄດ້​ຄວາມ​ສຳ­ຄັນຈິ່ງ​ປັບ​ຫຼຸດ​ລົງ​ລາ­ຄາ​ກາ​ຊວນ ເພື່ອ​ໃຫ້ ປະ­ຊາ­ຊົນ​ໃຊ້​ເງິນ​ໜ້ອຍ​ລົງ​ສຳ­ລັບ​ຄ່ານ້ຳ­ມັນ.

ໂດຍ​ນັບ​ແຕ່​ເວ­ລາ 14:00 ໂມງ ຂອງ​ມື້­ນີ້ (18 ກໍ­ລະ­ກົດ) ຕາມ​ແຈ້ງ​ການ ຂອງ​ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ ຄ້າ ແມ່ນ​ໃຫ້​ບັນ­ດາ​ບໍ­ລິ­ສັດ​ນ້ຳ­ມັນ​ເຊື້ອ ໄຟ​ປັບ​ລົງ​ລາ­ຄາ​ຂາຍ­ຍ່ອຍ​ໜ້າ​ປ້ຳ­ນ້ຳ­ມັນກາ​ຊວນ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ, ສະເພາະ​ນະ­ຄອນ­ຫຼວງ​ວຽງ​ຈັນ​ລົງ 100 ກີບ ຈາກ 9.070 ກີບ​ຕໍ່​ລິດ ໃນ​ຄັ້ງ ກ່ອນ​ມາ​ເປັນ 8.970 ກີບ, ແຂວງ​ຄຳ ມ່ວນ ແລະ ສະ­ຫວັນ​ນະ​ເຂດ 8.990 ກີບ, ແຂວງ​ຈຳ­ປາ​ສັກ 9.030 ກີບ, ບໍ່​ແກ້ວ 9.070 ກີບ ແລະ ແຂວງ​ຊຽງ​ຂວາງ 9.230 ກີບ​ຫຼຸດ​ລົງ 80 ກີບ​ເມື່ອ​ທຽບ­ໃສ່ ການ​ປັບ​ຄັ້ງ​ຜ່ານ​ມາ.

ທ່ານ ເຫຼື່ອມ ຍົງ​ວົງ​ສິດ­ທິ ຫົວ­ໜ້າ ກົມ​ການ​ຄ້າ​ພາຍ​ໃນ​ໃຫ້​ຮູ້​ກ່ອນ​ໜ້າ​ນີ້ ວ່າ: ນ້ຳ­ມັນ​ເຊື້ອ​ໄຟ​ແມ່ນ​ໜຶ່ງ​ໃນ 4 ປະເພດ​ສິນ­ຄ້າ​ທີ່​ລັດ​ໃຫ້­ການ​ຄຸ້ມ​ຄອງ ຢ່າງ​ເປັນ​ລະ­ບົບ​ປົກ­ກະ­ຕິ ເພື່ອ​ຊ່ວຍ­ເຫຼືອ ປະ­ຊາ­ຊົນ​ພາຍ​ໃນ​ປະ­ເທດ​ໃຫ້​ສາ­ມາດຈ່າຍ​ເງິນ​ຊື້​ນ້ຳ­ມັນ​ໃນ​ລາ­ຄາ​ທີ່​ຖືກ ​ກວ່າ  ຊຶ່ງ​ແຕ່​ລະ​ປີ​ລັດ­ຖະ­ບານ​ຕ້ອງ​ໄດ້​ຖົມ​ຂຸມ​ນ້ຳ­ມັນ​ເຊື້ອ​ໄຟ​ເປັນ​ເງິນ​ ຈຳ­ນວນ​ຫຼາຍ ປີ 2013 ຜ່ານ​ມາ​ນີ້ ທີ່​ລາວ​ເຮົາ​ນຳ​ເຂົ້າ ນ້ຳ­ມັນ​ເຂົ້າ​ມາ​ທັງ​ໝົດ 1,2 ຕື້​ກວ່າ​ລິດ ແລະ ໄດ້​ຖົມ​ຂຸມ​ຫຼາຍ​ເຖິງ 447 ຕື້​ກີບ.

ທ່ານ ກ່າວ​ວ່າ ຖ້າ​ລັດ​ບໍ່​ມີ​ນະ­ໂຍ­ບາຍຖົມ​ຂຸມ ແລະ ປ່ອຍ​ໃຫ້​ເປັນ​ໄປ​ຕາມ​ລາ ຄາ​ຕົວ​ຈິງ​ຂອງ​ຕະ­ຫຼາດ​ໂລກ ປະ­ຈຸ​ບັນ ນ້ຳ­ມັນ­ກະ­ຊວນ​ຈະ​ຢູ່ລະ­ຫວ່າງ 15Œ-20 ພັນ​ກີບ​ຕໍ່​ລິດ ແຕ່​ຍ້ອນປະ­ເທດ​ເຮົາ​ຍັງ​ທຸກ​ຍາກ, ປະ­ຊາ­ຊົນ​ສ່ວນ ໃຫຍ່​ຍັງ​ຍືດ​ຖື​ອາ­ຊີບ​ກະ­ສິ­ກຳ ດັ່ງ­ນັ້ນ ເພື່ອ ຊ່ວຍ​ຫຼຸດ​ຕົ້ນ​ທຶນ​ການ​ຜະ­ລິດ​ກໍ​ຄື​ຄ່າ ໃຊ້​ຈ່າຍ ຂອງ​ພົນ­ລະ­ເມືອງ​ໃນ​ຮ່ວງ​ນ້ຳ ມັນ​ລັດ​ຈິ່ງ​ຍອມ​ທຸ່ມ​ງົບ​ຈຳ­ນວນ​ຫຼາຍແບກ​ຫາບ​ພາ­ລະ​ດັ່ງ­ກ່າວ​ໃນ​ທຸກໆ​ປີ ແລະ ຄວບ​ຄຸມ​ລາ­ຄາ​ຂາຍ​ນ້ຳ­ມັນ​ເຊື້ອ​ໄຟ​ໃຫ້​ຢູ່​ໃນ​ລະ­ບຽບ​ຕະ­ຫຼອດ​ມາ.

 

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ – ສັງຄົມ