ລັດຄາລິຟໍເນຍ ສັ່ງອົບພະຍົບປະຊາຊົນດ່ວນ ເພາະຢ້ານເຂື່ອນໂອໂຣວິລແຕກ

0
1808

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ກຸມພາ 2017 ວ່າທາງການທ້ອງຖິ່ນຢູ່ໃນລັດຄາລິຟໍເນຍຂອງສະຫະລັດໄດ້ສັ່ງອົບພະຍົບປະຊາຊົນທີ່ຢູ່ທາງໃຕ້ຂອງເຂື່ອນໂອໂຣວິລດ່ວນ ເຊິ່ງເປັນເຂື່ອນທີ່ສູງທີ່ສຸດຂອງສະຫະລັດ

ທາງການໄດ້ແຈ້ງຜ່ານສື່ສັງຄົມອອນລາຍໃຫ້ປະຊາຊົນອົບພະຍົບດ່ວນ ເຊິ່ງໄດ້ບອກວ່າບໍ່ແມ່ນການສ້ອມແປງ ແລະຂໍໃຫ້ອົບພະຍົບໄປທາງພາກຕາເວັນອອກ, ທາງພາກຕາເວັນຕົກ, ທາງພາກໃຕ້ ແລະຫ້າມອົບພະຍົບໄປທາງພາກເໜືອ, ຂະນະທີ່ສຳນັກງານຊັບພະຍາກອນນໍ້າ ຂອງລັດຄາລິຟໍເນຍ ເຕືອນວ່າທາງລະບາຍນໍ້າລົ້ນ ອາດແຕກໃນເວລາບໍ່ພໍເທົ່າໃດຊົ່ວໂມງ

16735994_966667396768069_272745263_n

ທາງການເລີ່ມປ່ອຍນໍ້າອອກຈາກເຂື່ອນ ໂດໂຣວິລ ຢ່າງລະມັດລະວັງ ຕັ້ງແຕ່ວັນທີ 9 ກຸມພາ 2017 ຫຼັງຈາກພົບວ່າກ້ອນຄອນກີດ ຂະໜາດໃຫຍ່ຫຼາຍກ້ອນຫຼຸດອອກໄປຈາກທາງລະບາຍນໍ້າ ລະດັບນໍ້າຢູ່ໃນເຂື່ອນເມື່ອວັນສຸກ ວັນທີ 10 ກຸມພາ ຢູ່ຕໍ່າຈາກດ້ານເທິງສຸດຂອງເຂື່ອນບໍ່ຮອດ 2 ແມັດ ເພາະມີຝົນຕົກໜັກ ແລະຫິມະຕົກໃນຊ່ວງກ່ອນໜ້ານີ້, ຫຼັງຈາກທີ່ຜ່ານມາຫຼາຍປີ ລັດຄາລິຟໍເນຍປະເຊີນກັບພາວະແຫ້ງແລ້ງ

ເຂື່ອນນີ້ ຕັ້ງຢູ່ທາງພາກຕາເວັນອອກ ຂອງເມືອງໂອໂຣວິລ ທີ່ມີປະຊາກອນຢູ່ 16,000 ກວ່າຄົນ, ເຂື່ອນມີຄວາມສູງ 230 ແມັດ ໃຊ້ເວລາກໍ່ສ້າງຕັ້ງແຕ່ປີ 1962-1968 ເປັນເຂື່ອນທີ່ສູງທີ່ສຸດໃນສະຫະລັດອາເມລິກາ