ລັດກຽມພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນເມືອງໂຂງ

ລັດຖະບານລາວກຽມພັດທະນາໂຄງການໄຟຟ້າພະລັງງານແສງຕາເວັນເມືອງໂຂງ ມີກໍາລັງຕິດຕັ້ງ 760 ເມກາວັດ

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 5 ພະຈິກ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ, ໄດ້ມີພິທີລົງນາມ ໃນສັນຍາພັດທະນາໂຄງການ (PDA) ໄຟຟ້າພະລັງງານແສງຕາເວັນເມືອງໂຂງ ແຂວງຈໍາປາສັກ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ເມືອງໂຂງ ຄຣີນ ເອເນີຈີ ຈໍາກັດ.

ໂຄງການດັ່ງກ່າວ, ໄດ້ສໍາເລັດການສຶກສາສຶກສາເນື້ອທີ່ຄວາມອາດສາມາດ ທ່າແຮງດ້ານເສດຖະກິດ ແລະ ສະພາບຜົນກະທົບຕົວຈິງ ທີ່ອາດເກີດຂຶ້ນຈາກການພັດທະນາຢ່າງຮອບດ້ານ ແລະ ໄດ້ຮັບຜົນສະຫຼຸບວ່າ: ໂຄງການດັ່ງກ່າວ, ມີຄວາມເປັນໄປໄດ້ທີ່ສາມາດພັດທະນາໄດ້ ມີກໍາລັງຕິດຕັ້ງຮອດ 760 ເມກາວັດ ແບ່ງເປັນ 5 ໄລຍະ, ໂດຍເລີ່ມຕົ້ນພັດທະນາໄລຍະທໍາອິດ ກໍາລັງຕິດຕັ້ງຈະຢູ່ປະມນ 135 ເມກາວັດ ໃນເນື້ອທີ່ 236 ເຮັກຕາ ໃນບໍລິເວນໃກ້ກັບສະຖານີໄຟຟ້າບ້ານຫາດ, ເຊິ່ງເປັນຈຸດເຊື່ອມຕໍ່ສໍາຄັນໃນການສົ່ງໄຟຟ້າອອກໄປຈໍາໜ່າຍໃຫ້ປະເທດກໍາປູເຈຍ.

ທ່ານ ພັດທະລະພົງ ຄົງວິຈິດ ໄດ້ໃຫ້ຮູ້ວ່າ ພະລັງງານແສງຕາເວັນ ນັບເປັນພະລັງງານທົດແທນ ແລະ ທັງເປັນທາງເລືອກທີ່ສຳຄັນ ໃນການສ້າງຄວາມຫຼາກຫຼາຍຂອງແຫຼ່ງຜະລິດພະລັງງານ ທັງຍັງເປັນພະລັງງານສະອາດ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມບໍ່ຫຼາຍ ສອດຄ້ອງກັບທິດການພັດທະ ນາສີຂຽວຍືນຍົງ ຂອງລັດຖະບານ.

ຮຽບຮຽງຂ່າວ: ພຸດສະດີ