ລັດກຳລັງຄົ້ນຄວ້າຜ່ອນຜັນລາຄາໄຟຟ້າ ແລະ ນໍ້າປາປາຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ

ສຳນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະກັບສະພາບຕົວຈິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງປັດຈຸບັນນະໂຍບາຍນີ້ ສ່ວນຫຼາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາ.

ຫຼ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ໃຫ້ມີການຄົ້ນຄວ້າຜ່ອນຜັນເຊິ່ງປະກອບມີ:

  1. ລາຄາ ຕໍ່ເວລາໃນການຊຳລະຄ່າໄຟຟ້າ ແລະ ນໍ້າປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ.
  2. ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດການປັບຫຼຸດ ອັດຕາດອກເບັ້ຍພື້ນຖານ ແລະ ຫຼຸດອັດຕາສ່ວນເງິນແຮ ຝາກບັງຄັບ ຂອງທະນາຄານ ທຸລະກິດ ລົງຕາມຄວາມເໝາະສົມ ໃນແຕ່ລະໄລຍະ.
  3. ເຫັນດີໃຫ້ທະນາຄານ ແຫ່ງ ສປປ ລາວ ກຳນົດໃຫ້ບັນດາ ທະນາຄານທຸລະກິດ ປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກ ການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ນະໂຍບານການເລື່ອນ ເວລາຊຳລະຕົ້ນທຶນ ແລະ ດອກເບັ້ຍ, ປັບຫຼຸດອັດຕາດອກເບັ້ຍ, ສະໜອງເງິນກູ້ບ້ວງໃໝ່ ໃຫ້ບັນດາຫົວໜ່ວຍທຸລະກິດ, ການປັບໂຄງສ້າງໜີ້, ການຈັດຊັ້ນໜີ້ ແລະ ອື່ນໆ ຕາມທີ່ກຳນົດໄວ້ໃນ ຂໍ້ຕົກລົງສະບັບເລກທີ 238/ທຫລ ລົງວັນທີ 26 ມີນາ 2020 ແລະ ເລື່ອນການຊຳລະພັນທະ ການປະກອບສ່ວນ ປະກັນສັງຄົມແບບບັງຄັບ ຂອງຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບ ເປັນໄລຍະເວລາ 3 ເດືອນ ເຊັ່ນກັນ.

 

ຮຽບຮຽງຂ່າວ: ພຸດສະດີ