ລັດກຳນົດ 3 ເປີດ ເພື່ອເຮັດໃຫ້ກົນໄກດຳເນີນທຸລະກິດງ່າຍຂຶ້ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກ​ລັດຖະມົນຕີ ໄດ້​ກ່າວ​ຕໍ່​ກອງປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ໃນ​ວັນທີ 23 ຕຸລາ 2017 ມີ​ບາງ​ຕອນວ່າ: ໃນ​ດ້ານ​ເສດຖະກິດ ເພື່ອຢາກ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ລັດຖະ​ບານ​ໄດ້​ສຸມ​ງົບປະມານ​ທີ່​ມີຢູ່​ຢ່າງ​ຈຳກັດ ​ໃຫ້​ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ ແຕ່​ພ້ອມ​ດຽວກັນ​ນັ້ນ ການ​ດຶງ​ດູດ​ການ​ລົງທຶນເອກະ​ຊົນ​ພາຍ​ໃນ ແລະ ຕ່າງ​ປະເທດ ລັດຖະບານ​ໄດ້​ມີ​ຄວາມ​ພະຍາ​ຍາມ​ປັບປຸງ​ການ​ລົງທຶນ​ໃຫ້​ດີຂຶ້ນ ໂດຍ​ໄດ້​ປັບປຸງ​ກົດໝາຍ​ການລົງທຶນ ສ້າງຕັ້ງ​ຄະນະ​ກຳ​ມະການ​ຄຸ້ມ​ຄອງ​ການ​ລົງທຶນ​ຂັ້ນ​ສູນກາງ (​ຄລທສ) ຄະນະ​ກຳ​ມະການ​ຄຸ້ມ​ຄອງ​ການ​ລົງທຶນ​ຂັ້ນແຂວງ (​ຄລທຂ) ຫັນ​ເອົາ​ກົມ​ຄຸ້ມຄອງ ແລະ ສົ່ງເສີມ​ການ​ລົງທຶນ ກະຊວງ​ແຜນການ ແລະ ການລົງທຶນ​ໃຫ້​ຮັບຜິດຊອບ​ເປັນ​ກອງເລຂາ​ໃຫ້ ​ຄລທສ ແຂວງ​ກໍ່​ໃຫ້​ປະຕິ​ບັດ​ໄປ​ໃນ​ທິດ​ທາງ​ດຽວ​ກັນ ໂດຍເລັ່ງ​ໃສ່​ແກ້​ໄຂ​ບັນຫາ​ຂອດ​ອຸດ​ຕັນ ໃຫ້​ມີ​ຄວາມ​ວ່ອງໄວ​ທັນ​ກັບ​ສະພາບ​ການ ເມື່ອ​ເປັນ​ແນວ​ນັ້ນ ລັດຖະ​ບານ​ຈຶ່ງ​ໄດ້ສ້າງຕັ້ງ​ຄະນະ​ກຳມະ​ການ​ຄຸ້ມ​ຄອງ​ການ​ລົງທຶນ ເພື່ອ​ອະນຸມັດ​ການ​ລົງທຶນ​ຢູ່​ບ່ອນດຽວ ກໍ່​ຄືຢູ່​ກອງ​ເລຂາ​ຄະນະ​ກຳມະ​ການ​ຄຸ້ມ​ຄອງ​ການ​ລົງທຶນ ແນໃສ່​ເພື່ອ​ສ້າງ​ເງື່ອນໄຂ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ກັບ​ນັກລົງທຶນ​ເຂົ້າ​ມາ​ລົງທຶນ​ຢູ່​ລາວ ​ໃຫ້ນັບ​ມື້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ທ່ານ​ນາຍົກ​ຍັງ​ໄດ້​ຍົກ​ຕົວຢ່າງ ການ​ຈັດ​ອັນ​ດັບ​ຂອງ​ທະນາຄານໂລກ​ ໃນ​ຄວາມ​ສະດວກ​ຂອງ​ການດຳເນີນ​ທຸລະ​ກິດ​ຂອງ​ລາວ ໃນ​ປີ 2017 ເຊິ່ງ​ລາວ​ເຮົາ​ແມ່ນ​ຢູ່​ອັນດັບ​ທີ 139 ໃນ​ຈຳນວນ 190 ປະເທດ​ຂອງ​ໂລກ ແລະ ໃນ​ພາກ​ພື້ນອາຊີ​ອາຄະເນ​ຈັດ​ຢູ່​ໃນ​ອັນ​ດັບ​ທີ 9 ໃນ 11 ປະເທດ ເຊິ່ງ​ຫຼຸດ​ປະເທດພວກ​ເຮົາ​ມີ​ປະເທດ​ມຽນ​ມາ ແລະ ຕີ​ມໍ​ເລັສ​ເຕ ການ​ຈັດ​ອັນ​ດັບ​ດັ່ງກ່າວ ໄດ້​ອີງໃສ່ 10 ດັດ​ສະ​ນີ​ຍ່ອຍ ໂດຍ​ໄດ້​ມີ​ການ​ຈັດ​ຕາມ​ດັດ​ສະ​ນີຍ່ອຍ​ດັ່ງກ່າວ ​ສປປ ລາວ ຈັດ​ຢູ່ໃນ​ອັນ​ດັບ​ທີ 160 ຂອງ​ໂລກ ຍ້ອນ​ພວກ​ເຮົາ​ມີ​ຫຼາຍ​ຂັ້ນ​ຕອນໃນ​ການ​ອະນຸມັດ ແລະ ປັດຈຸບັນມີ 8 ຂັ້ນ​ຕອນ ແຕ່​ລະ​ຂັ້ນ​ຕອນຕ້ອງ​ໃຊ້​ເວລາ​ຫຼາຍ​ເກີນ​ໄປ ລວມທັງ​ໝົດ 60 ກວ່າ​ວັນ ຈຶ່ງ​ໄດ້​ໜັງສື​ອະນຸຍາດ​ອອກ​ມາ.

ໃນ​ຖານະ​ຫົວໜ້າ​ລັດຖະບານ ທ່ານ​ນາຍົກ​ໄດ້​ຈັດ​ກອງ​ປະຊຸມໂຕະມົນ​ລະຫວ່າງ​ພາກ​ລັດ​ກັບພາກ​ທຸລະ​ກິດ ໂດຍ​ໄດ້​ມີ​ການ​ພົບປະ​ກັບ​ນັກທຸລະກິດ​ຫຼາຍ​ກຸ່ມ ເພື່ອຊອກ​ຮູ້​ບັນຫາ​ການ​ດຳເນີນ​ທຸລະກິດ​ຢູ່​ລາວ ລວມ​ທັງ​ເດີນທາງ​ໄປພົບ​ປະ​ກັບ​ນັກ​ລົງທຶນ​ຢູ່​ຕ່າງ​ປະເທດ​ໃນ​ຫຼາຍ​ປະເທດ ໂດຍ​ໄດ້​ປະກາດ​ໃຫ້​ນັກ​ລົງທຶນ​ຕ່າງປະເທດ ຮັບ​ຮູ້​ນະໂຍບາຍ​ຂອງ​ລັດຖະບານລາວ​ ກ່ຽວ​ກັບ​ການ​ລົງທຶນ​ຢູ່​ລາວ ໂດຍ​ໄດ້​ປະກາດ 3 ເປີດຄື: ເປີດປະຕູ (ເປີດ​ໂອກາດ) ເປີດ​ສິ່ງ​ກີດຂວາງ ແລະ ເປີດ​ໃຈ​ໃຫ້​ຕ່າງ​ປະເທດໄດ້​ຮັບ​ຮູ້ ແລະ ໃນ​ປີ 2018-2019 ຈະ​ເຮັດ​ໃຫ້​ກົນ​ໄກ​ການ​ດຳເນີນ​ທຸລະ​ກິດ​ງ່າຍ​ຂຶ້ນ ແລະ ໃນຂະນະ​ດຽວ​ກັນ​ ກໍ່​ຈະ​ເຮັດ​ໃຫ້​ຂັ້ນຕອນ​ທີ່​ຍາກ​ຫຼຸດ​ລົງ.

 

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່