ລັກຊັບພົນລະເມືອງເພາະຕິດການພະນັນ ສຸດທ້າຍໄປບໍ່ລອດ

ໃນວັນທີ 19 ພຶດສະພາ 2017, ມີຄົນຮ້າຍກໍ່ເຫດລັກຄຳ ນໍ້າໜັກ 18 ບາດ ແລະ ເງິນບາດ 100,000 ກວ່າບາດ ຢູ່ໃນລົດໃຫຍ່ 2 ຄັນ ທີ່ຈອດຢູ່ ເດີນເຕະບານ ເຂດບ້ານໜອງພະຍາ ເມືອງໄຊທານີ ນະຄອນຫຼວງ ວຽງຈັນ. ຜ່ານການຕິດຕາມຂອງເຈົ້າໜ້າທີ່ຕໍາຫຼວດ 3 ມື້ຈຶ່ງສາມາດຈັບຕົວຜູ້ກໍ່ເຫດໄດ້ ຄື: ທ້າວ ສິນທະວົງ ອາຍຸ 23 ປີ ຢູ່ບ້ານໜອງ ພະຍາ ເມືອງໄຊທານີ ໂດຍອ້າງວ່າ ລັກເອົາໄປໃຊ້ໜີ້ ການພະນັນ.

ທ້າວ ສິນທະວົງ ຮັບສາລະພາບວ່າ: ໃນວັນທີ 19 ພຶດສະພາ 2017, ໄດ້ເຂົ້າໄປເບິ່ງກຸ່ມນັກທຸລະກິດ ແຂ່ງຂັນເຕະບານ. ຮອດເວລາ 19:00 ໂມງ, ຜູ້ກ່ຽວໄດ້ເລາະໄປຕາມແຄມເດີ່ນບານ ສັງເກດເຫັນກຸນແຈລົດ ໃຫຍ່ 2 ຄັນ ຫ້ອຍໄວ້ຢູ່ຕາໜ່າງອ້ອມເດີ່ນບານ ຈຶ່ງໄດ້ຈັບເອົາ ແລ້ວຍ່າງ ໄປຫາສະຖານທີ່ຈອດລົດ ແລ້ວບີບກຸນແຈ່ລົດຄັນທີ 1 ເປັນລົດຟໍຈູນເນີ ແລ້ວໄຂປະຕູລົດກວດຄົ້ນລົດພົບເງິນບາດຈຳນວນ 39,000 ບາດ ເງິນ ກີບ 400,000 ກີບ. ຈາກນັ້ນ, ກໍບິບກຸນແຈ່ລົດຄັນທີ 2 ທີ່ເປັນລົດ ເລັກ ຊັດ, ເຊິ່ງຢູ່ໃນລົດ ມີເງິນບາດ 65,000 ບາດ, ເງິນກີບ 1,110,000 ກີບ, ສາຍຄໍຄຳ 2 ເສັ້ນ, ໂມງຄຳ 1 ໜ່ວຍ ລວມນໍ້າໜັກ 18 ບາດ. ພາຍ ຫຼັງເອົາເງິນແລະ ຄໍາໄດ້ແລ້ວ ແມ່ນເອົາກຸນແຈ່ ໄປຖີ້ມຢູ່ຂ້າງຫ້ອງ ນໍ້າ ຂອງເດີ່ນບານ ແລ້ວກໍຫຼົບໜີ ໄປຮ້ານອີນເຕີເນັດ ເພື່ອເອົາເງິນຈຳນວນ 104,000 ບາດ ໄປໃຊ້ເຈົ້າໜີ້ການພະນັນ ແລະ ໃຊ້ຈ່າຍຫຼິ້ນກິນ ຈົນໝົດ. ສ່ວນຄຳຈຳນວນດັ່ງກ່າວ ແມ່ນໄດ້ເອົາໄປຝັງໄວ້ຢູ່ແຄມ ເຮືອນໜູ່ຢູ່ບ້ານ ດຽວກັນ ໂດຍເຈົ້າຂອງເຮືອນບໍ່ຮູ້ເຫັນນຳຕໍ່ການກະທຳຂອງຜູ້ກ່ຽວ.

ປັດຈຸບັນ ເຈົ້າໜ້າທີ່ກຳລັງສະຫຼຸບສຳນວນຄະດີ ເພື່ອສົ່ງໃຫ້ສານຕັດ ສິນຕາມດຳເນີນຄະດີກັບຜູ້ກ່ຽວ, ສ່ວນຂອງກາງຈຳນວນໜຶ່ງສາມາດ ເກັບກູ້ຄືນໄດ້ແລ້ວ ມີເງິນ 100,000 ບາດ ແລະ ຄຳຈຳນວນ 18 ບາດ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີ່ມເປັນທີ່ຮຽບຮອຍແລ້ວ.

ແຫລ່ງ: ໜັງສືພືມປ້ອງກັນຄວາມສະຫງົບ