ລະວັງ! ໂຈນແຫກກະເປົ໋າໃນບຸນທາດຫຼວງ!!

img_1031

 

ໄພ​ສັງຄົມ​ຢູ່​ບ້ານ​ເຮົາ​ປະຈຸ​ບັນ ມີ​ຂຶ້ນ​ໃຫ້​ເຫັນ​ຢູ່​ເລື້ອຍໆບໍ່ວ່າ​ຈະ ​ເປັນ​ເລື່ອງປຸ້ນ​ຈີ້ຊີງ​ເອົາ​ຊັບ, ຂີ້ລັກ​ງັດ​ແງະ, ​ແຫກ​ກະ​ເປ໋ົາ

​ແລະ ​ເຫດການ​ຕ່າງໆ ​ຊຶ່ງໄດ້ສ້າງ​ຄວາມ​ເສຍ​ຫາຍ​ທັງຊີວິດ​ ແລະ ຊັບ​ສິນ ​ ​​ເໝືອນດັ່ງກັບ​ເຫດ​ການ​ໂຈນສວຍ​ໂອກາດ​

ແຫກ​ກະ​ເປົ໋າຢູ່​ໃນ​ງານ​ບຸນ​ ນະມັດສະການ​ພະທາດຫຼວງ​ໃນ​ວັນ​ທີ 2 ຕຸລາ​ຜ່ານ​ມາ.

 

ທ່ານ ພັນ​ເອ​ກ ​ແສງ​ເພັດ ພົມ​ມະ​ລີ  ຮອງ​ກອງ​ບັນຊາ​ການ ປກສ ນະຄອນຫຼວງ ຜູ້​ຮັບຜິດຊອບ​ຊີ້ນຳ​ລວມ​ໃນງານບຸນ​ນະ

ມັດສະການ​ພະທາດຫຼວງ​ໃຫ້​ສຳພາດ​ກັບ​ ນັກ​ຂ່າວ​ສັງຄົມຕອນບ່າຍ​ວັນ​ອາທິດທີ 2 ຕຸລາ 2014 ​​ເວລາ​ປະມານ 17:30 ໂມງ,

​ໄດ້ຮັບ​ແຈ້ງ​ຄວາມ​ຈາກ​ແມ່ບົວ ອາຍຸ 50 ປີ ປະຊາຊົນບ້ານ​ຈັນ​ສະຫວ່າງ ​ເມືອງ​ສີ​ໂຄດ​ຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວ​

ເປັນ​ຜູ້​ເສຍ​ຫາຍ​ທີ່ຖືກ​ກຸ່ມ​ຄົນ​ບໍ່ດີ​ມາ​ລັກ​ແຫກ​ກະ​ເປົ໋າ​ ຜູ້ກ່ຽວ​ໄດ້​ມາ​ທ່ຽວຊົມ​ງານ​ບຸ​ນນະມັດສະການ​ພະທາດຫຼວງວຽງຈັນ

ຫຼັງຈາກ​​ທ່ຽວຊົມ​ງານ​ແລ້ວ​ກໍ​ຈະ​ກັບ​ບ້ານ​ໃນ​ຂະນະເວລາ​ນັ້ນ ຜູ້ກ່ຽວກໍ​ໄດ້​ເປີດ​ກະ​ເປົ໋າ​ກວດກາ​ເບິ່ງ​ຊັບສິນ​ຂອງ​ຕົນ​ຈິ່ງ​ໄດ້​ຮູ້​

ວ່າ​ ຕົນ​ຖືກ​ໂຈ​ນ​ແຫກ​ກະ​ເປົ໋າ ສ່ວນວ່າເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ໄລຍະ​ເວລາໃດ​ກໍບໍ່ຮູ້ ​ຊຶ່ງ​ຄາດ​ເດົາ​ອາດ​ເກີດ​ຂຶ້ນ​ໃນ​ຂະ

ນະ​ທີ່​ຄົນ​ແອ​ອັດ ຊຶ່ງຊັບ​ສິນ​ທີ່​ໂຈນ​ໄດ້​ຈາກ​ການ​ແຫກ​ກະ​ເປ໋ົາຂອງ​ ແມ່​ບົວ​ ໃນ​ຄັ້ງນີ້ແມ່ນ​ເງິນ  5 ​ແສນ​ກີບ.

 

ເພື່ອ​ເປັນ​ການ​ຫຼີກເວັ້ນ​ປາກົດ​ການຫຍໍ້​ທໍ້​ໃນ​ສັງຄົມ​ເຊັ່ນ: ເກີດ​ມີ​ຄົນ​ບໍ່​ດີ​ສວຍໂອກາດ​ລັກ​ຊັບ, ງັດ​ແງະ, ຊີງ​ຊັບ, ດຶງ​ກະເປ໋ົາ,

ປຸ້ນ​ຈີ້ ​ໃນ​ບໍລິເວນ​ງານ​ບຸນນະມັດສະການ​ພະທາດຫຼວງວຽງຈັນ ທ່ານ ພັນ​ເອ​ກ ​ແສງ​ເພັດ ພົມ​ມະ​ລີ ຮຽກຮ້ອງ​ໃຫ້​ພໍ່​ແມ່​ປະຊາ

ຊົນທຸກ​ຖ້ວນໜ້າ​ທີ່​ມາງານ​ດັ່ງກ່າວ ໃຫ້​ມີ​ສະຕິ​ລະວັງ​ຕົວ​ສະເໝີ ທັງ​ນີ້​ ກໍ​ເພື່ອ​ຄວາມ​ປອດ​ໄພ​ຂອງ​ຊັບ​ສິນ​ໃນ​ຕົວທ່ານ​ເອງ.​

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ