ລະວັງ! ຮັບປະທານອາຫານຄຸນນະພາບຕ່ຳ ສ່ຽງເພີ່ມອັດຕາການຕາຍ

ເມື່ອບໍ່ດົນມານີ້ມີຜົນການສຶກສາຂອງສະຖາບັນວັດແທກ ແລະ ປະເມີນຜົນດ້ານສຸຂະພາບໃນເມືອງຊີແອັຕເຕິລ ສະຫະລັດອາເມຣິກາ ທີ່ໄດ້ເປີດເຜີຍເຖິງບັນຫາການບໍລິໂພກອາຫານທີ່ມີຄຸນນະພາບຕ່ຳ ຫຼື ບໍ່ມີຄຸນນະພາບທາງໂພຊະນາການ ຊຶ່ງທຽບເທົ່າກັບການສູບຢາທີ່ກໍ່ໃຫ້ເກີດຄວາມສ່ຽງພະຍາດມະເຮັງ ພະຍາດຫົວໃຈ ແລະ ອື່ນໆ.

ຈາກການວິໄຈຫຼາຍກວ່າ 195 ປະເທດໄດ້ຊີ້ໃຫ້ເຫັນເຖິງສາເຫດຂອງຄວາມກັງວົນນັ້ນກໍຄື ການຮັບປະທານອາຫານທີ່ມີຄຸນນະພາບຕ່ຳພວມເພີ່ມອັດຕາການຕາຍຢ່າງໄວວາກວ່າການສູບຢາ ໂດຍຜູ້ຊ່ຽວ ຊານໄດ້ອະທິບາຍວ່າ ທຸກໆ 1 ຊົ່ວໂມງຂອງການຮັບປະທານອາຫານຄຸນນະພາບຕ່ຳ ແລະ ດື່ມສິ່ງມຶນເມົາ (ແອລກໍຮໍ) ຫຼາຍເກີນໄປໂດຍບໍ່ຄຳນຶງເຖິງໂພຊະນາການຈະກາຍເປັນໄພຄຸກຄາມສຸຂະພາບທີ່ມະນຸດຕ້ອງຜະເຊີນຫຼາຍທີ່ສຸດ ຈິ່ງສົ່ງຜົນໃຫ້ເກີດພາວະແຊກຊ້ອນໃນລະບົບຫົວໃຈ ທັງຍັງເກີດຄວາມສ່ຽງຫົວໃຈວາຍກະທັນຫັນ ແລະ ພະຍາດເບົາຫວານຊະນິດທີ 2 ອີກດ້ວຍ ຢ່າງໃດກໍຕາມ ການຮັບປະທານອາຫານຄຸນນະພາບຕ່ຳກໍສອດຄ່ອງກັບຂໍ້ມູນທີ່ເຄີຍເຜີຍແຜ່ກ່ອນໜ້ານີ້ວ່າ ທົ່ວໂລກມີຜູ້ເສຍຊີວິດປະມານ 11 ລ້ານຄົນຊຶ່ງເຊື່ອມໂຍງກັບການຮັບປະທານອາຫານທີ່ບໍ່ດີຕໍ່ສຸຂະພາບ ຂະນະທີ່ມີຄົນຈຳນວນຫຼາຍກວ່າ 8 ລ້ານເສຍຊີວິດຈາກການສູບຢາ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ໄທຣັດ