ລະບຽບຄ່າແຮງງານ “ຂັ້ນຕໍ່າ” ຢູ່ ສປປ.ລາວ ທີ່ຄວນຮູ້ ເພື່ອບໍ່ໃຫ້ຖືກເອົາປຽບທາງດ້ານແຮງງານ

ອີງຕາມແຈ້ງການແນະນຳກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ.ລາວ ເລກທີ 808/ຮສສ ລົງວັນທີ 9 ກຸມພສາ 2015 ໄດ້ກຳນົດລາຍລະອຽດກ່ຽວກັບຄ່າແຮງງານຂັ້ນຕໍ່າໄວ້ດັ່ງລຸ່ມນີ້

I. ຈຸດປະສົງ

1.1 ເພື່ອປັບປຸງການດຳລົງຊິວິດຂອງຊາວຜູ່ອອກແຮງງານໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ທັງໃນ ແລະ ນອກລະບົບ ແລະ ຜູ່ເຮັດວຽກໃນຄົວເຮືອນ ໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂື້ນກ່ວາເກົ່າ ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ກັບ ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການສັງຄົມ;

1.2 ເພື່ອເຮັດໃຫ້ຜູ່ໃຊ້ແຮງງານໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດການປັບປຸງຄ່າແຮງງານຂັ້ນຕ່ຳສຸດ ໃຫ້ແກ່ຜູ່ອອກແຮງງານ;

1.3 ເພື່ອເຮັດໃຫ້ຜູ່ອອກແຮງງານ ໄດ້ຮັບຜົນປະໂຫຍດ ຫລື ຄ່າຕອບແທນຈາກການເຮັດວຽກຢ່າງເຫມາະສົມ ແລະ ຍຸຕິທຳ ກັບລາຍໄດ້ທີ່ຕົນຄວນຈະໄດ້ຮັບຈາກການເຮັດວຽກ.

II. ຄຳນິຍາມຄ່າແຮງງານຂັ້ນຕ່ຳສຸດ

2.1 ຄ່າແຮງງານຂັ້ນຕ່ຳສຸດທີ່ກຳນົດໄວ້ໃນແຈ້ງການແນນນຳສະບັບນີ້ ແມ່ນລະດັບເງີນເດືອນ ຫລື ຄ່າແຮງງານທີ່ລັດຖະບານປະກາດໃຊ້ໃນແຕ່ລະໄລຍະ ເພື່ອຮັບປະກັນການດຳລົງຊີວິດຂັ້ນພື້ນຖານຂອງຜູ່ອອກແຮງງານ;

2.2 ຄ່າແຮງງານຂັ້ຍຕ່ຳສຸດ ເປັນເງີນເດືອນ ຫລື ຄ່າແຮງງານຂັ້ນຕ່ຳສຸດ ທີ່ຜູ່ໃຊ້ແຮງງານຕ້ອງຈ່າຍໃຫ້ຜູ່ອອກແຮງງານທີ່ເຮັດວຽກ ບໍ່ເກີນ 26 ວັນຕໍ່ເດືອນ, ຫົກວັນຕໍ່ອາທິດ ແລະ ແປດຊົ່ວໂມງຕໍ່ມື້ ໂດຍບໍ່ລວມເອົາເງີນອື່ນໆເຊັ່ນ: ເງິນເຮັດວຽກເພີ່ມໂມງ, ເງິນບຳເນັດ, ເງິນຊຸກຍຸ້ມາເຮັດວຽກ, ເງິນຄ່າອາຫານ, ຄ່າທີ່ພັກ, ຄ່າຮັບສົ່ງ ແລະ ເງິນນະໂຍບາຍອື່ນໆ ທີ່ເປັນສະຫວັດດີການຂອງຫົວຫນ່ວຍແຮງງານເຂົ້ານຳ.

III. ເປົ້າຫມາຍ ແລະ ຂອບເຂດການນຳໃຊ້.

3.1 ຄ່າແຮງງານຂັ້ນຕ່ຳສຸດ ມີເປົ້າຫມາຍນຳໃຊ້ສຳລັບຜູ່ອອກແຮງງານ ທີ່ເຮັດວຽກໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ຂອງທຸກພາກສ່ວນເສດຖະກິດ-ສັງຄົມ, ຜູ່ເຮັດວຽກນອກລະບົບ ແລະ ໃນຄົວເຮືອນ ທີ່ຍັງບໍ່ມີສີມື, ບໍ່ທັນມີຄວາມຊຳນານງານ ແລະ ບໍ່ມີວຸດທິທາງວິຊາຊີບໃດໆ;

3.2 ຜູ່ອອກແຮງງານທີ່ມີສີມື, ມີຄວາມຊຳນານງານ ຫລື ເຮັດວຽກໃນໄລຍະເວລາໃດຫນຶ່ງມາແລ້ວ ຫລື ມີວຸດທິດ້ານວິຊາການໃດຫນຶ່ງ ຕ້ອງໄດ້ຮັບເງິນເດືອນ ຫລື ຄ່າແຮງງານ ສູງກ່ວາຄ່າແຮງງານຂັ້ນຕ່ຳສຸດ, ໂດຍກຳນົດເປັນເງິນເດືອນພື້ນຖານ ທີ່ລະບຸໄດ້ໃນກົດລະບຽບພາຍໃນຫົວຫນ່ວຍແຮງງານ ຫລື ສັນຍາແຮງງານ.

IV. ເນື້ອໃນ ແລະ ຫລັກການກຳນົດຄ່າແຮງງານຂັ້ນຕ່ຳສຸດ.

4.1 ຄ່າແຮງງານຂັ້ນຕ່ຳສຸດຂອງຜູ່ອອກແຮງງານຕາມຂໍ້ 3.1 ທີ່ໄດ້ເຮັດວຽກຄົບຕາມເງື່ອນໄຂຕາມຂໍ້ 2.2 ຂ້າງເທິງ ແມ່ນເທົ່າກັບ 900,000 ກີບ(ເກົ້າແສນກີບຖ້ວນ) ຕໍ່ຄົນຕໍ່ເດືອນ;

4.2 ຄ່າແຮງງານຂອງຜູ່ອອກແຮງງານທີ່ເຮັດວຽກແບບມຶບເຫມົາ, ແບບຕາມຜະລິດຕະພັນປະຈຳຢູ່ຫົວຫນ່ວຍແຮງງານ ຫລື ສະຖານທີ່ໃດຫນຶ່ງທີ່ຜູ່ໃຊ້ແຮງງານຈັດໃຫ້ນັ້ນ ໂດຍລວມແລ້ວແມ່ນບໍ່ໃຫ້ ຕໍ່ຳກ່ວາຄ່າແຮງຂັ້ນຕ່ຳສຸດ ທີ່ໄດ້ກຳນົດໄວ້ໃນແຈ້ງການສະບັບນີ້;

4.3 ຖ້າຜູ່ໃຊ້ແຮງງານ ນຳໃຊ້ຜູ່ອອກແຮງງານເຮັດວຽກຢູ່ໃນຫນ້າວຽກທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ມີຕວາມຫຍຸ້ງຍາກຕໍ່ການດຳລົງຊີວິດເຊັ່ນ: ເຮັດວຽກກັບທາດເບື່ອ, ທາດເຄມີ, ກຳມັນຕະພາບລັງສີ, ພະຍາດຕິດແປດ, ກິ່ນອາຍ, ຄວັນ, ຢູ່ຂຸມ ຫລື ອຸໂມງໃຕ້ດິນ, ຢູ່ພື້ນນ້ຳ, ຢູ່ບ່ອນສູງ, ຢູ່ສະຖານທີ່ມີຄວາມຮ້ອນ ຫລື ເຢັນຜິດປົກກະຕິ, ເຮັດວຽກກັບເຄື່ອງມືສັ່ນສະເທືອນເປັນປະຈຳ ແລະ ຜູ່ທີ່ຖືກສົ່ງໄປເຮັດວຽກ ຢູ່ວຽກຢູ່ເຂດທຸລະກັນດ່ານຫ່າງໄກສອກຫລີກ, ບ່ອນທີ່ສະພາບການກິນຢູ່, ພັກເຊົາຫຍູ້ງຍາກນັ້ນ ໃຫ້ຜູ່ໃຊ້ແຮງງານເພີ່ມຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ່ອອກແຮງງານຜູ່ນັ້ນບໍ່ໃຫ້ຕ່ຳກ່ວາ 15% ຂອງຄ່າແຮງງານຂັ້ນຕ່ຳສຸດທີ່ກຳນົດໄວ້ໃນແຈ້ງການແນະນຳສະບັບນີ້;

4.4 ຜູ່ໃຊ້ແຮງງານຕ້ອງພິຈາລະນາຂຶ້ນເງິນເດືອນ ຫລື ຄ່າແຮງງານໃຫ້ຜູ່ອອກແຮງງານທີ່ມີຄວາມສາມາດ, ມີຄວາມບຸກບືນ, ມີຄວາມສຳເລັດໃນຫນ້າທີ່ວຽກງານ ແຕ່ລະໄລຍະຢ່າງເຫມາະສົມ. ນອກຈາກເງິນເດືອນ ຫລື ຄ່າແຮງງານແລ້ວ, ຜູ່ໃຊ້ແຮງງານ ຄວນພິຈາລະນາໃຫ້ບຳເນັດ, ລາງວັນ ແລະ ຜົນປະໂຫຍດອື່ນໆ ແກ່ຜູ່ອອກແຮງງານ ທີ່ມີຜົນງານດີເດັ່ນອີກດ້ວຍ.

V. ການຈັດຕັ້ງປະຕິບັດ.

5.1 ບັນດາຫົວຫນ່ວຍແຮງງານຕ່າງໆ ທີ່ເຄື່ອນໄຫວໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ຂອງພາກສ່ວນເສດຖະກິດ-ສັງຄົມ, ຜູ່ອອກແຮງງານທັງທີ່ເຮັດວຽກຢູ່ໃນ ແລະ ນອກລະບົບ ແລະ ຜູ່ເຮັດວຽກໃນຄົວເຮືອນ ໃນຂອບເຂດທົ່ວປະເທດ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈຂອງແຈ້ງການແນນຳສະບັບນີ້ຢ່າງເຂັ້ມງວດ;

5.2 ຫົວຫນ່ວຍແຮງງານ ຫລື ຜູ່ໃຊ້ແຮງງານໃດ ໄດ້ເບີກຈ່າຍຄ່າແຮງງານຂັ້ນຕ່ຳສຸດໃຫ້ຜູ່ອອກແຮງງານຂອງຕົນເທົ່າກັບ ຫລື ສູງກ່ວາລະດັບຄ່າແຮງງານຂັ້ນຕ່ຳສຸດນີ້ແລ້ວ ແມ່ນໃຫ້ສືບຕໍ່ປະຕິບັດຕາມປົກກະຕິ. ຖ້າຫົວຫນ່ວຍແຮງງານ ຫລື ຜູ່ໃຊ້ແຮງງານໃດ ຫາກເບີກຈ່າຍຕໍ່ຳກວ່າຕ້ອງດຳເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະນຳສະບັບນີ້;

5.3 ກົມຄຸ້ມຄອງແຮງງານ, ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ນະຄອນ ແລະ ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ໃນຂອບເຂດທົ່ວປະເທດ ມີຫນ້າທີ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຜີຍແຜ່, ແນະນຳ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດແຈ້ງການແນະນຳສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ;

5.4 ແຈ້ງການແນະນຳສະບັບນີ້ ປ່ຽນແທນແຈ້ງການແນະນຳສະບັບເລກທີ 2951/ຮສສ, 23 ພະຈິກ 2011 ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບແຕ່ວັນທີ 01 ເດືອນ ເມາສາ(04) ປີ 2015 ເປັນຕົ້ນໄປຈົນກວ່າຈະມີການປ່ຽນແປງໃຫມ່.

ແຫລ່ງຂໍ້ມູນຈາກ: iJobs.la

1 COMMENT

  1. ຖ້າຈະເວົ້າໄປ ການຄິດໄລ່ຄ່າແຮງງານໃສ່ແຮງງານຄົນໃນປະເທດເຮົາເອງ ຍັງມີການກົດດັນເຊັ່ນເລື່ອງນີ້: ຂ້າພະເຈົ້າມີໝູ່ຄົນ1ໄປເຮັດວຽກໃຫ້ຫ້າງແຫ່ງ1ໃນເຂດທອ້ງຖີ່ນ ທີ່ເຂົາຮຽກວ່າ ຊູບເປີມາເກັດ ໃນແຂວງຕອນເໜືອຂອງລາວ ຫ້າງນີ້ຕັ້ງຢູ່ໃຈກາງແຂວງ ເປັນຫ້າງຂອງນາຍທືນຈີນ.ການເຮັດວຽກຄິດເປັນຄ່າທຽບໃສ່ກັບເວລາ.ຜູ່ຮັບຈ້າງເຮັດວຽກ ມີ2ແບບ:ເຮັດ1ຕອນແລະໝົດມື້. ເວລາເລີ່ມວຽກເເມ່ນ07:00ໂມງເຊົ້າ-14:00ໂມງບ່າຍ.ຄິດຄ່າຈ້າງ900 000 ກີບ/ເດືອນ…ສວ່ນເຮັດໝົດມື້ແມ່ນແຕ່ 07:00ເຊົ້າ-ຮອດຕອນທ່ຽງຕົງພັກກິນເຂົ້າທ່ຽງແຕ່15ນາທີ ເລີ່ມວຽກຕໍ່-ຮອດ21:15ໂມງຄ່ຳຈີ່ງໄດ້ພັກ.ຄິດເປັນຄ່າແຮງງານ 1 800 000ກີບ/ເດືອນ…..ລະບຽບການເຮັດວຽກອ່າວວ່າໂຫດແດ່ຈັກນອ່ຍ…ຄົນງານແຕ່ລະຄົນຕອ້ງເຮັດໜ້າທີ່ຂອງຕົນລະອຽດເຊັ່ນ:ມາຕົງເວລາຫຼືກອ່ນເວລາ ຖ້າກາຍ 3 ນາທີຈະຕັດເງີນໄປ1 000ກີບ/ຄັ້ງ ວຽກທີ່ເຮັດເວລາຮອດປຸບຕອ້ງເຊັດຖູທຳຄວາມສະອາດສີນຄ້າແຖວຄວາມຮັບຜິດຊອບຂອງຕົນໃຫ້ສະອາດທຸກມື້ແລະກວດກາວັນ ເດືອນ ປີ ອາຍູສີນຄ້າລະອຽດ ຖ້າໃຜບໍ່ແຈ້ງອາຍຸສີນຄ້າໃກ້ໝົດວັນທີ່,ຕໍ່ຫົວໜ້າຄົນຄຸມງານແມ່ນຈະຖືກຕັດເງີນຕາມຈຳນວນຄ່າສີນຄ້າຕົວຢ່າງ:ສະບູ ໝົດອາຍຸ ມີສະບູ10ກອ້ນ ກະຄູນລາຄາອອກເປັນເງີນທີ່ຖືກປັບໄໝ…ຫຼັງເລິກງານຕອນເເລງທຸກຄົນຕອ້ງເຊັດຖູເຂດຄວາມຮັບຜິດຊອບໃຜມັນສະອາດແລ້ວຈື່ງກັບເຮືອນ.ໝາຍຄວາມວ່າພວກໃດຮັບຜິດຊອບຕອນພາກແລງ-ຄ່ຳແມ່ນຕອ້ງເຊັດຖູທຳຄວາມສະອາດພື້ນຫ້າງຈົນແລ້ວກະວ່າ21:ປາຍ-21:30ໂມງ ຈື່ງໄດ້ກັບເຮືອນ…ສວ່ນສະວັດດີການແມ່ນ1/. 1ຄົນໃຫ້ອະນຸຍາດພັກ2ມື້/ເດືອນ..ຖ້າພັກກາຍກະຄິດໄລ່ເງີນຫັກເງີນເດືອນອອກປະມານ7000ກ-10 000ກີບ/ມື້(ຂໍອະໄພອັນນີ້ບໍ່ຄອ່ຍຊັດເຈນ)2/. ຖ້າໃຜເຮັດວຽກດີແມ່ນໃຫ້ສະວັດດີການ50 000ກີບ/ປີເລືອນຂື້ນ(1 800 000+5 000=1 850 000ກີບ/ຄົນ/ປີ)ສຳລັບພະນັກງານໃນຫ້າງທີ່ມິຄວາມມູ້ງໝັ້ນເອົາໃຈໃສ່ໃນໜ້າທີ່ແມ່ນເຈົ້າຂອງຈະພາໄປທ່ຽວ1ຄັ້ງ/ປີ…ຕາມທັດສະນະສວ່ນຕົວ ຄິດວ່າວິທີການຄູມງານເຫັນວ່າລະອຽດຮອບຄອບດີມີວິໄນດີ ແຕ່ທີ່ຂໍ້ເສຍແມ່ນມັນໂຫດເກີນໄປຖ້າທຽບໃສ່ຄ່າແຮງງານ/ກັບເວລາເຮັດວຽກ ຖ້າເອົາມາປຽບທຽບກັນເຫັນວ່າມັນເອົາປຽບຄົນງານເກີນໄປ…ໜຳຊ້ຳຜູ່ເປັນນາຍຈ້າງທີ່ເປັນຄົນຕ່າງຊາດມັກຈະເອົາປຽບຄົນງານທີ່ເປັນຄົນລາວເຮົາດວ້ຍຫຼາຍວິທີການເຊັ່ນ:ດູຖູກດ່າຮ້າຍບໍ່ໃຫ້ກຽດຂູດຮີດແຮງານຕ່າງໆ.ນີ້ເປັນປະກົດການທີ່ສັງຄົມພົບເຫັນ..ແລະທີ່ສຳຄັນພວກນາຍທືນຕ່າງຊາດທີ່ມາລົງທືນຄ້າຂາຍໃນລາວຍັງສະແດງອາການບໍ່ສຸພາບຕໍ່ລູກຄ້າທີ່ເປັນເຈົ້າຖີ່ນຖືກລັງແກ ແຕ່ບໍ່ເຫັນມີໃຜສະແດງຄວາມຮັບຜິດຊອບເບີ່ງແຍງຫຼືຕຳນິໂດຍການໃສ່ລະບຽບກັບຜູ່ກະທຳຜິດກະທຳຍາບຄາຍຕ່າງໆນາໆໃສ່ຄົນລາວ…ຍີ່ງເປັນການໃຫ້ທ່າເຮັດໃຫ້ນາຍທືນຕ່າງຊາດທີ່ນິດໄສບໍ່ດີນີ້ເຂົ້າມາບ້ານເຮົາແລ້ວລັງແກ່ຄົນລາວເຮົາທຸກຮູບແບບເຊັ່ນ:ລັງແກຂູດຮິດຄ່າແຮງງານ ດ່າຮ້າຍຄົນງານແລະລູກຄ້າຄົນລາວໄປແນວເສຍໆຫາຍໆ..ເມື່ອເປັນເຊັ່ນນີ້ ເຮົາຈະມີວິທີແກ້ໄຂແນວໃດດີ… ຂໍອະໄພ ຫາກການປະກອບຄວາມເຫັນນີ້ບາງຖອ້ຍຄຳອາດຜິດພາດແຕະຕອ້ງຖືກພາກສວ່ນໃດກະຂໍອະໄພມາຍັງທີ່ນີ້ດວ້ຍ..ທີ່ຂຽນລົງໄປນີ້ກະເພາະວ່າເຫັນຄວາມໄປມາຂອງເລື່ອງມັນເກີດຂື້ນຈີ່ງ ເຊີ່ງພາກສວ່ນສະຫວັດດີການແຮງງານໃນທອ້ງຖີ່ນດັ່ງກ່າວ ລົງໄປກວດກາແບບບໍ່ລະອຽດຈີ່ງເຮັດໃຫ້ເລື່ອງນີ້ຖືກປິດອຳໄວ້ ແຕ່ພວກລູກຈ້າງກະບໍ່ກ້າສະເໜີຕໍ່ພວກຫອ້ງການສະຫວັດດີການແຮງງານທີ່ລົງໄປຕິດຕາມເພາະຢ້ານຖືກໄລ່ອອກວຽກ(ແຕ່ກະມີຫຼາຍຄົນທີ່ໄປເຮັດວຽກໃນຫ້າງນີ້ຖືກກົດດັນຫຼາຍຈົນລາອອກງານກາງຄັນແຕ່ບໍ່ໄດ້ຮັບການຊົດເຊີຍຄ່າແຮງງານໃດໆຖືວ່າເຮັດວຽກໃຫ້ນາຍທືນຟຣີໄປເຄີ່ງເດືອນຫຼືອາດເກືອບຮອດເດືອນ)….ຂໍຂອບໃຈ..

Comments are closed.