ລະທຶກ! ໄຟໄໝ້ຕຶກອາຄານ 33 ຊັ້ນ ທີ່ເກົາຫຼີໃຕ້

ເວັບໄຊ ເດລີເມລອັງກິດ ລາຍງານເມື່ອວັນທີ 9 ຕຸລາ 2020 ເກີດເຫດໄຟໄໝ້ຕຶກອາຄານ 33 ຊັ້ນ ເຊິ່ງຕັ້ງຢູ່ເຂດການຄ້າ ແລະ ເຂດຊຸມຊົນໃນເມືອງ ອູລຊານ ທາງພາກໃຕ້ຂອງເກົາຫຼີໃຕ້.

ເຈົ້າໜ້າທີ່ດັບເພີງໄດ້ກ່າວວ່າ ໄຟໄດ້ລຸກໄໝ້ປະມານ 23:07 ໂມງ ໃນຄືນຂອງວັນທີ 8 ຕຸລາ ທີ່ຜ່ານມາ ເຊິ່ງຄາດວ່າ ຕົ້ນເພີງອາດຈະມາຈາກຊັ້ນ 12 ກ່ອນທີ່ຈະລາມຂຶ້ນໄປຊັ້ນເທິງຢ່າງໄວວາ ສຽງແວ່ນແກ້ວແຕກດັງສະນັ່ນ ເຊິ່ງຄາດວ່າສາເຫດທີ່ໄຟໄໝ້ລຸກລາມຢ່າງໄວວາອາດຈະແມ່ນວັດສະດຸດ້ານນອກອາຄານທີ່ຕິດໄຟໄດ້ງ່າຍ ແລະ ຍັງມີລົມພັດແຮງໃນເວລາເກີດເຫດໄຟໄໝ້.

ລາຍງານລະບຸວ່າອາຄານແຫ່ງນີ້ເປັນທີ່ພັກອາໄສຂອງປະຊາຊົນ 136 ຄອບຄົວ ແລະ ມີຮ້ານຄ້າຕ່າງໆຕັ້ງຢູ່ຈຳນວນຫຼາຍ. ຈາກຂໍ້ມູນຂອງໜ່ວຍງານດັບເພີງອຸລຊານພົບວ່າ ມີ 15 ຄົນ ໄດ້ຮັບບາດເຈັບຖືກນຳຕົວສົ່ງໂຮງໝໍ ແລະ 43 ຄົນຖືກນຳຕົວຂຶ້ນໄປຢູ່ຊັ້ນດາດຟ້າເຊິ່ງມີທີມງານຜູ້ຊ່ຽວຊານຄອບດູແລ

ຮຽບຮຽງຂ່າວ: ພຸດສະດີ