ຣັດເຊຍໃຫ້ໂທລະພາບສະຫະລັດຂໍໂທດດ່ວນ! ກໍລະນີຮຽກ “ປູຕິນ” ເປັນຄາດຕະກອນ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງ ມອສກູ ປະເທດ ຣັດເຊຍ ເມື່ອວັນທີ 7 ກຸມພານີ້ວ່າ ທ່ານ ດາມິທຣີ ເປສຄອຟ ໂຄສົກທຳນຽບ ເຄຣມລິນ ຖະແຫລງການເມື່ອວັນຈັນ ຮຽກຮ້ອງໃຫ້ສະຖານີໂທລະພາບ ຟ໊ອກຂອງ ສະຫະລັດອາເມລິກາ ຂໍ້ໂທດ ຣັດເຊຍ ຢ່າງເປັນທາງການ ເນື່ອງຈາກໃຊ້ສັບຮຽກປະທານາທິບໍດີ ວາລະດິເມຍ ປູຕິນ ວ່າເປັນ “ຄາດຕະກອນ” ເນື່ອງຈາກຖືເປັນເລື່ອງທີ່ບໍ່ສາມາດຮັບໄດ້ ແລະ ເປັນການດູໝິ່ນຜູ້ນຳຣັດເຊຍຫຼາຍເກີນໄປ.

26-90

ລາຍການ “ດິ ໂອ ໄຣລລີ ແຟັກເຕີ” ເທັບບັນທຶກລາຍການທີ່ອອກອາກາດເມື່ອວັນອາທິດທີ່ຜ່ານມາ ດຳເນີນລາຍ ການໂດຍ ດິ ໂອ ໄຣລລີ ຜູ້ປະກາດຂ່າວ ແລະ ພິທີກອນສື່ດັງ ໄດ້ເປີດປະເດັນສົນທະນາກັບຜູ້ນຳສະຫະລັດ ໂດນັລ ທຣັມ ໃນຊ່ວງໜຶ່ງຂອງລາຍການວ່າ “ປູຕິນຄືຄາດຕະກອນ” ແຕ່ບໍ່ໄດ້ກ່າວລົງເລິກໃນລາຍລະອຽດ ຂະນະທີ່ໂດນັລ ທຣັມ ກ່າວຕອບໄປວ່າ “ຄາດຕະກອນມີຢູ່ທົ່ວໄປ ປະເທດຂອງເຮົາກໍ່ເຕັມໄປດ້ວຍຄາດຕະກອນ… ທ່ານຄິດວ່າປະເທດຂອງເຮົາ ໄຮ້ດຽງສາ ແບບນັ້ນບໍ?”

ດ້ານ ໂອ “ໄຣລລີ” ກ່າວວ່າໃນລາຍການພາກເດິກຂອງສະຖານີໂທລະພາບ ຟ໊ອກ ວ່າ: ຕົນເອງຮູ້ຂໍ້ຮຽກຮ້ອງຂອງຣັດເຊຍແລ້ວ ແຕ່ຄົງຕ້ອງລໍດົນເຕີບ…ອາດເປັນປີ 2026.

 

ແຫລ່ງຂ່າວຈາກ: http://www.dailynews.co.th/foreign/553912
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!