ຣັດເຊຍເລີ່ມຍຶດເຮືອນພັກ ນັກການທູດອາເມຣິກາຢູ່ມົດສະກູ ຕອບໂຕ້ມາດຕະການຂວ້ຳບາດແລ້ວ

ສຳນັກຂ່າວເອເຈນຊີ ລາຍງານໃນວັນທີ 2 ສິງຫາຜ່ານມານີ້ວ່າ ທາງການຣັດເຊຍໄດ້ເລີ່ມເຂົ້າຍຶດເຮືອນພັກລະດູຮ້ອນ ຂອງສະຖານທູດສະຫະລັດອາເມຣິກາ ທີ່ເຊົ່າໄວ້ໃນນະຄອນຫລວງມົດສະກູແລ້ວ ຫລັງຈາກພຽງ 5 ວັນທີ່ປະທານາທິບໍດີ ວະລາດີເມຍ ປູຕິນ ໄດ້ສັ່ງໃຫ້ຫລຸດຜ່ອນນັກການທູດຂອງອາເມຣິກາໃນຣັດເຊຍລົງ 60% ພາຍໃນວັນທີ 1 ກັນຍາຈະມາເຖິງນີ້, ທັງຍັງບອກອີກວ່າ ຣັດເຊຍຈະເຂົ້າຍຶດເຮືອນພັກ ແລະ ສາງ ທີ່ຖືກໃຊ້ງານໂດຍສະຖານທູດອາເມຣິກາ ປະຈຳຣັດເຊຍ.

ທັງນີ້, ເຈົ້າໜ້າທີ່ຂອງອາເມຣິກາ ໄດ້ຖືກໃຫ້ອົບພະຍົບອອກຈາກເຮືອນພັກຫລັງດັ່ງກ່າວ ໃນມື້ວັນອັງຄານທີ 2 ສິງຫາຜ່ານມາ ໂດຍສະຖານທີ່ແຫ່ງນີ້ ໄດ້ຖືກໃຊ້ໃຫ້ເປັນບ່ອນພັກຜ່ອນທ້າຍອາທິດ ແລະ ຈັດງານລ້ຽງຕ່າງໆ ສຳລັບເຈົ້າໜ້າທີ່ການທູດອາເມຣິກາ, ແຕ່ປັດຈຸບັນ ໄດ້ກາຍເປັນເຮືອນເປົ່າວ່າງ ແລະ ຖືກລ໊ອກກຸນແຈໄວ້ ພ້ອມທັງມີເຈົ້າໜ້າທີ່ຕຳຫລວດຣັດເຊຍ ປະຈຳການປ້ອງກັນແທນ.

2 COMMENTS

  1. ທ່ານ ວາລາດີເມຍ ປູຕີນ ເຮັດໄດ້ຄັກຫຼາຍ, ການທີ່ໃຊ້ອຳນາດໄປນາບຄູ່ຜູ້ອື່ນເຮົາບໍ່ມີຄວາມຮູ້ສືກຫຍັງ, ແຕ່ໃຫ້ຮູ້ວ່າການທີ່ຜູ້ອື່ນເຮັດໃຫ້ເຮົາມີຄວາມຮູ້ສືກແນວໃດ? ໃຫ້ຄົນເມກາຈື່ ແລະ ຈຳຮອດກະດູດດຳເລີຍ

  2. May God protects you USA you are the only Hero in the world just keep silence everything will be okay

Comments are closed.