ຣັດເຊຍປະກາດຜະລິດລົດຖັງເພີ່ມ

0
636

ໃນວັນທີ 9 ກຸມພາ 2023 ທ່ານ ດິມິທຣີ ເມດເວເດັຟ ອະດີດປະທານາທິບໍດີຣັດເຊຍ ເຊິ່ງປັດຈຸບັນເປັນ ຮອງປະທານສະພາຄວາມໝັ້ນຄົງ ອອກມາກ່າວວ່າ ຣັດເຊຍຈະເພີ່ມການຜະລິດລົດຖັງ ເພື່ອຕອບໂຕ້ຊາດຕາເວັນຕົກທີ່ປະກາດສົ່ງລົດຖັງໃຫ້ຢູເຄຣນໃນອາທິດແລ້ວນີ້.

ດິມິທຣີ ກ່າວວ່າ ເມື່ອມີການສັ່ງລົດຖັງໄປຕ່າງປະເທດ ມັນກໍເປັນເລື່ອງທຳມະຊາດສຳລັບເຮົາທີ່ຈະເພີ່ມການຜະລິດອາວຸດ ແລະ ອຸປະກອນກອງທັບທີ່ຫຼາກຫຼາຍຂຶ້ນ ຮວມເຖິງລົດຖັງທີ່ທັນສະໄໝ.

ການຜະລິດຖືກກຳນົດຕາມຄຳສັ່ງຂອງ ກະຊວງປ້ອງກັນປະເທດ ເຊິ່ງມາຈາກການຕັດສິນໃຈຂອງປະທານາທິບໍດີຣັດເຊຍເອງ.

ແຫຼ່ງຂ່າວ CNN