ຢູໂຣບຂຶ້ນບັນຊີດໍາສາຍການບິນອິນໂດເນເຊຍ 62 ສາຍ!

10347558_620472234747050_1934695388654455693_n

(ຮູບພາບປະກອບບໍ່ກ່ຽວຂ້ອງກັບຂໍ້ມູນ)

 

ຢູໂຣບ ຂຶ້ນບັນຊີດໍາສາຍການບິນອິນໂດເນເຊຍ 62 ສາຍ ເຫດຜົນຍ້ອນມີມາດຖານຄວາມປອດໄພຕໍ່າ ພຽງແຕ່ 17 ວັນກ່ອນເກີດເຫດເຄື່ອງບິນແອຣ໌ເອເຊຍ ອິນໂດເນເຊຍ ທ່ຽວບິນ QZ8501 ຕົກໃນທະເລຊາວາ.

ເມື່ອວັນທີ 5​ ມັງກອນ 2014 ເວັບໄຊທ໌ ຊີຊີທີວີມີລາຍງາຍວ່າ ຢູໂຣບປະກາດຂຶ້ນບັນຊີດໍາສາຍການບິນອິນໂດເນເຊຍ 62 ສາຍ ຫຼື 92% ກ່ອນເກີດເຫດການເຄື່ອງບິນຕົກທີ່ທະເລຊາວາ ພຽງ 17 ວັນ  ເຫດຍ້ອນມາຕະຖານຄວາມປອດໄພໃນການເດີນອາກາດບໍ່ຜ່ານເກນ.

ໂດຍກໍາມະການຢູໂຣບເຜີຍຕໍ່ທີ່ປະຊຸມວ່າປະເທດທີ່ເປັນສະໝໍລະພູມຂອງສົງຄາມຢ່າງອັຟການິສະຖານ ແອງໂກລາ ລີເບຍ ຊູດານ ແລະ ເຊຍລາລີໂອນ ຕ່າງກໍ່ຖືກຂຶ້ນບັນຊີດໍາສາຍການບິນ ຫ້າມສາຍການບິນຈາກປະເທດເຫຼົ່ານີ້ບິນເຂົ້າສະຫະພາບຢູໂຣບ ລວມເຖິງເຕືອນພົນລະເມືອງຂອງສະຫະພາບຫ້າມໂດຍສານສາຍການບິນເຫຼົ່ານີ້ດ້ວຍເຊັ່ນດຽວກັນ ແຕ່ອິນໂດເນເຊຍເປັນປະເທດສດຖະກິດຂະໜາດໃຫຍ່ພຽງປະເທດດຽວທີ່ມີລາຍຊື່ໃນບັນຊືດໍາ ຊຶ່ງສາຍການບິນອິນໂດເນເຊຍທີ່ຖືກຂຶ້ນບັນຊີດໍານັ້ນ ໄດ້ລວມສາຍການບິນທີ່ຮູ້ຈັກກັນດີຢ່າງ ໄລອອນ ບາຕິກແອຣ໌ ແລະ ຊີຕີ່ລິ້ງຄ໌ ດ່ວຍ.

ລາຍງານເປີດເຜີຍວ່າແມ່ຈະມີສາຍການບິນອິນໂດເນເຊຍທີ່ຖືກຂຶ້ນບັນຊີດໍາເຖິງ 62 ສາຍ ແຕ່ສະຖານະການໃນປັດຈຸບັນນັບວ່າດີຂຶ້ນຫຼາຍຈາກໃນປີ 2007 ທີ່ຢູໂຣບໄດ້ຂຶ້ນບັນຊີດໍາສາຍການບິນທັງໝົດຂອງອິນໂດເນເຊຍ ລວມໄປເຖິງສາຍການບິນແອຣ໌ເອເຊຍ ແລະ ສາຍການບິນກາຣູດາ ຊຶ່ງເປັນສາຍການບິນປະຈໍາຊາດ ຈົນກະທັງໃນປີ 2010 ທັງ 2​ ສາຍການບິນໄດ້ຖືກຖອດຊື່ອອກຈາກບັນຊີດໍາ ເມື່ອໄດ້ເຮັດການປັບປຸງຈົນທີມາດຕະຖານຄວາມປອດໄພຢູ່ໃນເກນທີ່ຍອມຮັບໄດ້.

>>http://hilight.kapook.com/view/113724