ຢູເຄຣນຮຽກຮ້ອງໃຫ້ຈີນຊ່ວຍເຈລະຈາໃນການແກ້ໄຂຄວາມຂັດແຍ່ງກັບຣັດເຊຍ

0
1329

ຕາມລາຍງານຈາກ ສື່ມວນຊົນຈີນ GGTN ໃຫ້ຮູ້ວ່າ ນາຍົກລັດຖະມົນຕີການຕ່າງປະເທດຢູເຄຣນໄດ້ຮຽກຮ້ອງໃຫ້ຈີນໃຊ້ອິດທິພົນຂອງຕົນເພື່ອຊ່ວຍໄກ່ເກ່ຍຄວາມຂັດແຍ່ງຂອງຕົນກັບຣັດເຊຍ.

ໃນການໂອ້ລົມກັບຄູ່ຮ່ວມງານທ່ານ ຫວັງ ອີ້ (Wang Yi) ລັດຖະມົນຕີການຕ່າງປະເທດຢູເຄຣນ ທ່ານ ດາມິດໂຕ ຄູເລບາ (Dmytro Kuleba) ໄດ້ຂໍຄວາມຊ່ວຍເຫຼືອໃນການຊອກຫາທາງອອກທາງການທູດ.

ບົດລາຍງານຫຍໍ້ຈາກກະຊວງການຕ່າງປະເທດທີ່ນະຄອນຫຼວງ ຄຽບ (Kyiv) ກ່າວວ່າ ທ່ານ ດາມິດໂຕ ຄູເລບາ “ໄດ້ຮ້ອງຂໍໃຫ້ທ່ານ ຫວັງອີ້ ໃຊ້ລະດັບຄວາມສໍາພັນລະຫວ່າງປັກກິ່ງ ແລະ ມົສກູ ເພື່ອບັງຄັບໃຫ້ຣັດເຊຍຢຸດການຮຸກຮານດ້ວຍກຳລັງອາວຸດຕໍ່ປະຊາຊົນຢູເຄຣນ.”

ໃນຖະແຫຼງການຂອງຕົນ, ກະຊວງການຕ່າງປະເທດຂອງຈີນຍັງໃຫ້ຂໍ້ສັງເກດວ່າ: “ຢູເຄຣນຍິນດີເພີ່ມທະວີການຕິດຕໍ່ພົວພັນກັບຈີນ ແລະ ຕັ້ງຕາລໍຖ້າການໄກ່ເກ່ຍຂອງຈີນເພື່ອເຮັດໃຫ້ຂໍ້ຕົກລົງການຢຸດຍິງໃຫ້ເປັນຈິງ.”

ປັກກິ່ງໄດ້ລາຍງານວ່າ ທ່ານ ຄູເລບາ ໄດ້ບອກ ທ່ານ ຫວັງ ວ່າໄລຍະທຳອິດຂອງການເຈລະຈາກັບຣັດເຊຍບໍ່ໄດ້ດຳເນີນໄປຢ່າງຄ່ອງແຄ້ວ, ໃນຂະນະທີ່ຍັງຄົງຢໍ້າວ່າ ຄຽບ Kyiv ໝຸ້ງໝັ້ນທີ່ຈະຢືນຢັດຕໍ່ໄປ.

ຈີນໄດ້ລະມັດລະວັງທີ່ຈະບໍ່ເຂົ້າຂ້າງຝ່າຍໃດໃນຄວາມຂັດແຍ່ງ, ການຮັບຮູ້ເຖິງອະທິປະໄຕຂອງຢູເຄຣນໃນຂະນະທີ່ຮຽກຮ້ອງໃຫ້ຮັບຮູ້ຄວາມກັງວົນດ້ານຄວາມປອດໄພທີ່ມົສກູກ່າວວ່າໄດ້ບັງຄັບໃຫ້ຕ້ອງປະຕິບັດ.