ຢູເຄຣນຈະສະຫຼອງວັນຊາດເປັນເທື່ອທຳອິດ

0
806

ອີງຕາມການລາຍງານຂອງສຳນັກຂ່າວ CRI ໃນວັນທີ 24 ກໍລະກົດທີ່ຜ່ານມາ, ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນກ່າວຄຳປາໄສຜ່ານທາງວິດີໂອວ່າ: ຢູເຄຣນຈະສະຫຼອງວັນຊາດເປັນເທື່ອທຳອິດໃນວັນທີ 28 ກໍລະກົດນີ້.

ເຊິ່ງກ່ອນນີ້, ຢູເຄຣນໄດ້ກຳນົດເອົາວັນທີ 24 ສິງຫາຂອງແຕ່ລະປີເປັນວັນຊາດ ເພື່ອລະນຶກເຫດການຢູເຄຣນໄດຮັບຮອງເອົາຖະແຫຼງການປະກາດເອກະລາດໃນວັນທີ 24 ສິງຫາປີ 1991. ທ່ານເຊເລນສະກີໄດ້ລົງນາມໃນລັດຖະດຳລັດເມື່ອເດືອນພຶດສະພາປີນີ້ໂດຍກຳນົດເອົາວັນທີ 28 ກໍລະກົດເປັນວັນຊາດຢູເຄຣນ.

ໃນເວລານັ້ນ, ທ່ານເຊເລນສະກີໄດ້ອະທິບາຍວ່າ ປີທີ່ສ້າງຕັ້ງນະຄອນຫຼວງກີແອັບສຳເລັດແມ່ນຈຸດເລີ່ມຕົ້ນຂອງການສ້າງຕັ້ງປະເທດຢູເຄຣນ, ສ່ວນການຈັດງານສະຫຼອງວັນຊາດໃນວັນທີ 28 ກໍລະກົດ ແມ່ນກົງກັບ “ວັນລ້າງບາບຂອງຣັສ (RUS)” ເພື່ອສະແດງໃຫ້ເຫັນປະຫວັດສາດອັນຍາວນານຂອງຢູເຄຣນ.