ຢີລາບຂາວຫາຍາກສອງໂຕຖືກຂ້າໂດຍຜູ້ລັກລອບໃນເຂດສະຫງວນ

ນັກອະນຸຮັກສັດປ່າໃນປະເທດເຄນຍ່າ ໄດ້ອອກມາເປີດເຜີຍວ່າ ຢີລາບສາຍພັນສີຂາວສອງໂຕຖືກຂ້າໂດຍຜູ້ລັກລອບເຂົ້າເຂດສະຫງວນ. ຜູ້ດູແລເຂດສະຫງວນ Ishaqbini Hirola Community Conservancy ໄດ້ເຜີຍວ່າມີການພົບສາກສັດສອງໂຕ ເຊິ່ງເປັນຢີລາບສາຍພັນສີຂາວເພດເມຍກັບລູກມັນ ນັກອານຸລັກເຜີຍວ່າຕອນນີ້ຢີລາບສາຍພັນສີຂາວເຫຼືອພຽງໂຕດຽວໃນໂລກ.

ຜູ້ຈັດການເຂດສະຫງວນ Mohammed Ahmednoor ກ່າວວ່າເຫດການນີ້ຖືເປັນເຫດການທີ່ເສົ້າສະລົດໃຈຕໍ່ປະຊາຊົນໃນເມືອງ Ijira ກໍຄື ປະຊາຊົນໃນປະເທດ ເຄນຍ່າ ເພາະເປັນປະເທດດຽວໃນໂລກທີ່ໄດ້ອະນຸຮັກຢີລາບສາຍພັນນີ້.

ທາງ Kenya Wildlife Society ກຳລັງສືບຊອກເຫດການອັນໜ້າເສົ້ານີ້ ຕອນນີ້ຍັງບໍ່ມີການລະບຸໂຕ ຫຼື ເຫດຈົງໃຈຂອງຜູ້ລັກລອບຂ້າສັດປ່າ. ຢີລາບສາຍພັນສີຂາວເປັນທີ່ຮືຮາໃນໂລກອອນລາຍຫຼັງຈາກມີການເຜີຍແພ່ຮູບພາບຂອງມັນຈາກສວນອະນຸຮັກ.

 

ຮຽບຮຽງໂດຍ ວະນິດາ