ຢາກໃຫ້ພໍ່ແມ່ມີອາຍຸຍືນຍາວຄວນອ່ານ

ໃນຄໍລຳຊີວິດ ແລະ ຄວາມຮັກມື້ນີ້ແອັດມິນຈະມາເວົ້າກ່ຽວກັບຄວາມຮັກທີ່ລູກມີໃຫ້ພໍ່ ແລະ ແມ່ ຕ້ອງການໃຫ້ພວກທ່ານມີອາຍຸຍືນຍາວຢູ່ໄປດົນໆເທົ່າທີ່ຈະຢູ່ໄດ້ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານໄປພ້ອມກັນເລີຍ

  1. ຢ່າປ່ອຍໃຫ້ພວກເພິ່ນເຫງົາຢ່າງໂດດດ່ຽວ ເພາະຄວາມເຫງົາຈະເຮັດໃຫ້ພວກທ່ານເປັນໂຣກຊືມເສົ້າ ແລະ ອາດປ່ວຍທາງຈິດໃຈ ເຊິ່ງຈະເຮັດໃຫ້ຮ່າງກາຍຂອງພວກເພິ່ນອ່ອນເພຍໄປນຳ ຈິ່ງສ່ຽງອາຍຸສັ້ນ ດັ່ງນັ້ນທ່ານຄວນແບ່ງເວລາໃຫ້ພວກທ່ານແນ່ກໍ່ດີ
  2. ໃສ່ໃຈເລື່ອງອາຫານການກິນ ຄວນເລືອກສິ່ງທີ່ມີປະໂຫຍດ ແລະ ສະອາດໃຫ້ພວກເພິ່ນກິນ
  3. ຄວນໃສ່ໃຈເລື່ອງສຸຂະພາບ ໝັ່ນສັງເກດເບິ່ງການປ່ຽນແປງທາງດ້ານສຸຂະພາບຂອງພວກເພິ່ນ ຫາກມີຫຍັງຜິດປົກກະຕິຄວນພາພວກເພິ່ນໄປກວດສຸຂະພາບ ແລະ ຮັບການປິ່ນປົວ
  4. ໝັ່ນພາເພິ່ນອອກກຳລັງກາຍເບົາໆ
  5. ຫາເວລາພາພວກເພິ່ນໄປຍ່າງຫຼິ່ນເປີດຫູເປີດຕາ
  6. ຢ່ານຳເລື່ອງກຸ້ມໃຈມາໃຫ້ພວກເພິ່ນຫຼາຍ
  7. ເຮັດໃຫ້ພວກເພິ່ນຮັບຮູ້ເຖິງຄວາມຮັກ, ຄວາມອົບອຸ່ນ ຄວາມສຸກທີ່ລູກມອບໃຫ້
  8. ພະຍາຍາມເປັນລູກຫຼານທີ່ໜ້າພາກພູມໃຈ
  9. ດູແລເຄື່ອງນຸ່ງຖື ບ່ອນຢູ່ບ່ອນນອນ ໃຫ້ສະອາດ
  10. ສະຖານທີ່ຢູ່ອາໃສກໍ່ຄວນມີຄວາມປອດໄພແກ່ຜູ້ສູງອາຍຸ