ຢາກໃຫ້ຄົນລາວຂຽນໜັງສືລາວຖືກ ຕ້ອງເລິ່ມຈາກຄູສອນມັດທະຍົມ

ບັນຫາການຂຽນໜັງສືລາວບໍ່ຖືກຂອງຄົນລາວ ເປັນບັນຫາຊໍ້າເຮື້ອມາຍາວນານ ແລະຍັງແກ້ໄຂບໍ່ຕົກ ຊໍ້າຍັງນັບມື້ປາກົດເຫັນການຂຽນໜັງສືລາວຂອງຄົນລາວຜິດຫຼາຍຂຶ້ນເລື້ອຍໆ ແມ່ນແຕ່ຊື່ “ໝາກຫຸ່ງ” ກໍຍັງຫາຄົນຂຽນຖືກໜ້ອຍລົງ. ຍ້ອນຫຍັງຈັ່ງເປັນແບບນັ້ນ ແລະເຮົາຈະແກ້ໄຂແນວໃດ?

ຄວາມພະຍາຍາມທີ່ຈະແກ້ໄຂບັນຫາດັ່ງກ່າວນີ້ມີມາຍາວນານແລະມີການຈັດຕັ້ງຄົ້ນຄວ້າຫາທາງອອກຫຼາຍເທື່ອ ແຕ່ເບິ່ງແລ້ວກໍຍັງບໍ່ມີວີ່ແວວວ່າການແກ້ບັນຫາດັ່ງກ່າວຈະເກີດດອກອອກຜົນຫຼືປະສົບຜົນສຳເລັດແຕ່ຢ່າງໃດ ເນື່ອງຈາກວ່າບັນຫາການຂຽນໜັງສືລາວບໍ່ຖືກນັ້ນ ມັນບໍ່ແມ່ນບັນຫານ້ອຍ ແຕ່ມັນພັດແມ່ນບັນຫາໃຫຍ່ລະດັບຊາດ ເປັນບັນຫາທົ່ວສັງຄົມ ເຊິ່ງສາມາດເວົ້າໄດ້ວ່າ ຄົນລາວລຸ້ນໜຸ່ມຫຼາຍກວ່າ 90% ແມ່ນມັກຂຽນໜັງສືລາວຜິດ ມັນຈຶ່ງເປັນເລື່ອງຍາກທີ່ບຸກຄົນຫຼືກຸ່ມຄົນນ້ອຍໆ ຈະສາມາດແກ້ບັນຫາໃນໂຕຂອງຄົນທົ່ວປະເທດໄດ້ໃນເວລາອັນສັ້ນ.

ທິດທາງຂອງການແກ້ບັນຫາດັ່ງກ່າວນັ້ນ ຕາມທັດສະນະຂອງທ່ານ ສຈ. ປອ. ບົວລີ ປະພາພັນ ອະດີດຫົວໜ້າພາກວິຊາພາສາລາວ-ສື່ສານມວນຊົນ ໄດ້ໃຫ້ທັດສະນະວ່າ: “ຖ້າຢາກແກ້ບັນຫາຄົນລາວຂຽນໜັງສືລາວບໍ່ຖືກ ຕ້ອງເລິ່ມແຕ່ຕອນນັກຮຽນຍັງຮຽນຢູ່ ມັດທະຍົມ ຄືກະໂຕຄູສອນທຸກວິຊາຕ້ອງເປັນແບບຢ່າງ ຕ້ອງເຄັ່ງຄັດໃນຫຼັກການຂຽນພາສາລາວ“. 

ຖ້າຂຽນໜັງສືລາວບໍ່ຖືກ ຈະເປັນວິຊາຫຍັງກໍບໍ່ຄວນໃຫ້ຜ່ານ ຫຼືເວົ້າອີກຢ່າງໜຶ່ງວ່າ ຖ້າຫາກບໍ່ສາມາດຂຽນພາສາລາວໃຫ້ຖືກຕ້ອງແລ້ວ ກໍບໍ່ຄວນຈະໃຫ້ຈົບມັດທະຍົມ, ຄູສອນເອງ ຖ້າຂຽນໜັງສືລາວບໍ່ຖືກກໍບໍ່ຄວນຈະອະນຸຍາດໃຫ້ເປັນຄູສອນ ແລະເອກະສານທາງການຕ່າງໆ ຖ້າບໍ່ຖືກຫຼັກໄວຍາກອນລາວຄັກແນ່ ແມ່ນບໍ່ໃຫ້ຜ່ານ.

ລິດຈະນາ ງາມວິໄລ

 

8 COMMENTS

  1. ໂດຍທົ່ວໄປເຫັນພ້ອມຢູ່ ແຕ່ສະເໜີໃຫ້ເບິ່ງແບບສະເພາະໜ້າແລະຍາວນານ, ຖ້າເຈາະຈົງໃສ່ແຕ່ໂຮງຮຽນນັກຮຽນແລະຄູ ກໍຍັງບໍ່ພໍ ເພາະກຸ່ມຄົນອື່ນນອກນີ້ ກໍບໍ່ຄວນປະປ່ອຍ ຈຶ່ງຄວນຫັນເຂົາເຈົ້າເຂົ້າສູ່ຫຼັກການອັນດຽວ ດ້ວຍວິທີໃດກໍດີ, ຕາມຮູ້ມີຫຼາຍພາສາມີ“ສັບພານຸກົມອອນລາຍ“ ເປັນເຄື່ອງມື ທີ່ສາມາດຊ່ວຍກວດແກ້/ເລືອກສັບສຳນວນທີ່ຂຽນຫຼືພິມອອກມາ, ທຸກເທື່ອຖ້າຂຽນ/ພິມຜິດ ມັນຈະໝາຍແດງໃຫ້ເຫັນທັນທີ. ເປັນພຽງຂໍ້ສະເໜີນ້ອຍໆ.

  2. ຄົນຂຽນຫນັງສືລາວບໍ່ຖືກ ເຮົາຮູ້ເຮົາເຫັນວ່າບໍ່ຖືກ ເພາະວ່າຄົນທົ່ວໆໄປຮູ້ ແຕ່ຮ້າຍແຮງກວ່ານັ້ນພວກນີ້ ທາງດ້ານ​ວິຊາການ​ຈະ​ອ່ອນ ແລະ ຈະແຂງດ້ານຫນ້າ ດ່າໄປ​ກໍ່​ຍອມຮັບ ແຕ່ປ່ຽນບໍ່ໄດ້ເພາະສຸດຄວາມສາມາດ ແລະ ຈະແກ້ໄຂແນວໃດ

  3. ຊົມເຊີຍ ແລະ ດີໃຈທີ່ຂຽນຂ່າວນີ້, ເປັນຫ່ວງນຳການຂຽນພາສາລາວບໍ່ຖືກຄືກັນ

  4. ຢ່າວ່າແຕ່ຕົນອື່ນເດີ laopost ກະຄືກັນ ເຫັນຂຽນຜິດເລື້ອຍໆ ເຊັ່ນມີບົດຫນຶ່ງເພິ່ນຂຽນວ່າຫມາກເພັດ ແລະ ເຄືອເຂົາຫໍ ນີ້ມັນຖືກບໍ ? ແລະ ຕົວເລກທີ່ວ່າ ຫລາຍກວ່າ 90% ແມ່ນເອົາມາຈາກໃສ? ໃຫ້ເບິ່ງຄືນເດີ ກະຊວງສຶກສາຄືບໍ່ມີການສະຫລຸບແນວນັ້ນ . ອັນນີ້ກະເວົ້າໃນທາງສ້າງສັນເດິ ຫາກຜິດພາດກະຂໍອະໄພ.

    • ສະບາຍດີທ່ານ ແມ່ນຄວາມທ່ານຫັ້ນແລ້ວ, ກະໂຕຄົນໃນທີມງານ Laopost ຂອງເຮົາກໍເຕັມໄປດ້ວຍຄົນຜູ້ທີ່ຂຽນໜັງສືືບໍ່ຖືກ ຍ້ອນຫຍັງ? ກໍຍ້ອນວ່າບຸກຄະລາກອນຂອງເຮົາມັນບໍ່ແນ່ນອນດ້ານການຂຽນຫນັງສືລາວມາແຕ່ກ່ອນຈົບອອກມາເຮັດວຽກ. ບ່ອນທີ່ຫຍຸ້ງຍາກກວ່າໝູ່ແມ່ນບັນດາສຳນັກຂ່າວ, ບັນດາສຳນັກພິມ ເພາະໝົດສຳນັກງານໜຶ່ງມີຜູ້ແນ່ນອນທາງດ້ານການຂຽນພາສາລາວບໍ່ທໍ່ໃດຄົນ.
      ທີ່ເຮົານຳສະເໜີບົດຄວາມແບບນີ້ອອກໄປ ກໍແມ່ນເພື່ອໃຫ້ຜູ້ອ່ານໄດ້ຄົ້ນຫາວິທີການນຳກັນວ່າ ຈະແກ້ໄຂບັນຫາດັ່ງກ່າວນີ້ຈັ່ງໃດ ແລະເຮົາກໍບໍ່ໄດ້ຢືນຢັນວ່າທີມງານຂອງເຮົາຈະຂຽນຖືກໝົດທຸກຄົນແລະທັງບໍ່ໄດ້ເວົ້າວ່າສຳນັກໃດຂຽນຜິດທຸກຄົນ ເວົ້າມາແລ້ວມັນເປັນເລື່ອງທີ່ເສົ້າໃຈ ເບົ້າຫຼໍ່ມັນມາແນວໃດ ມັນກໍໄດ້ຮູບຮ່າງອອກມາແນວນັ້ນ.

  5. ເຮົາດີໃຈທີ່ເຫັນຫຼາຍທ່ານເປັນຫ່ວງກ່ຽວກັບການຂຽນພາສາລາວຂາດການນຳໃຊ້ຫຼັກໄວຍະກອນທີ່ຖືກຕ້ອງ ເຮົາເອງກໍເຄີຍມີຄຳເຫັນມາຫຼາຍໆເທື່ອ ໃນຫຼາຍລະດັບ ຄືວ່າຫັ້ນລະ ສຸດທ້າຍເພິ່ນກໍວ່າ ຍັງບໍ່ທັນສຳຄັນ ຂໍພຽງອ່ານລະເຂົ້າໃຈກໍໄດ້ລະ ຈຶ່ງເປັນບັນຫາແກ່ຍາວມາ ນອກຈາກຂຽນແລ້ວ ອັນຂ່າວທາງໂທລະພາບ ວິທະຍຸ ກໍຍິ່ງໜັກ ໃນການບໍ່ຮູ້ວ່າ ອັນໃດຄວນບໍ່ຄວນເວົ້າ ນີ້ລະເພິ່ນວ່າ ການເບິ່ງຂ້າມຄວາມສຳຄັນພາສາຊາດ ຂາດວິໃນ ຂໍປະກອບຄຳເຫັນພຽງເທົ່ານີ້ກ່ອນ ຂໍຂອບໃຈ.

  6. ຄູບາຂໍອອກຄຳເຫັນນຳ ເທົ່າທີ່ຮູ້ມາ ຄູບາກໍ່ເນັ້ນການໃຊ້ພາສາລາວ ແຕ່ກໍ່ມີຜິດບາງຄັ້ງເຊັ່ນກັນ ຄູບາເຄີຍເຫັນ ມີພາກສ່ວນກ່ຽວຂ້ອງໄດ້ມີການປ່ຽນແປງພາສາ ຫຼາຍເທື່ອ ຕອນຮຽນໃນມະຫາໄລ ເຊັ່ນ: ຂີ້ເຫຍື້ອ ກໍ່ປ່ຽນມາເປັນ ຂີ້ເຫຍື່ອ, ອະນຸລັກ ກໍ່ປ່ຽນມາເປັນ ອະນຸຮັກ ແລະ ຍັງມີອີກຫຼາຍໆຢ່າງໆທີ່ມີການປ່ຽນແປງ ໂດຍບາງຄັ້ງໃຫ້ເຫດຜົນວ່າ ມັນຄ້າຍຄືພາສາໄທ.. ຈົນມ້າງເພພາສາລາວໃຫ້ບົກພ່ອງໄປອີກ… ຄູບາວ່າຖ້າຈະມີການປ່ຽນແປງພາສາ ຂໍໃຫ້ປ່ຽນແປງລະດັບການສຶກສາຈະດີກ່ວາ… ສ່ວນການຂຽນຜິດຂອງນັກຮຽນນັກສຶກສາທີ່ເຄີຍມີມາແລ້ວ ຍິ່ງເຮັດໃຫ້ສັບສົນເຂົ້າໄປອີກ… ເມື່ອກ່ອນພາສາລາວມີຄວາມສົມບູນແບບຢ່າງແທ້ຈິງ ແຕ່ດຽວນີ້ເຮັດໃຫ້ຊຸດໂຊມຍ້ອນມັນຄືພາສາໄທຊື່ໆກໍ່ວ່າໄດ້ ເຊິ່ງພາສາໄທກໍ່ໄດ້ພັດທະນາມາຈາກພາສາລາວແທ້ໆ ຕາມການອ່ານປະຫວັດສາດ ແລະ ເຄົ້າກຳເນີດຂອງພາສາບາງເອກກະສານ… ປັດຈຸບັນການອອກແບບໂຕໜັງສືຂຽນ ຫຼື ເອີ້ນວ່າຟ້ອນຕ໌ລາຍມືທີ່ເຮົາໃຊ້ໃນຄອມພິວເຕີ່ ແລະ ອື່ນໆ ທີ່ຕ່າງຈາກ ຟ້ອນຕ໌ Settha_OT ຍັງມີນັກຮຽນນັກສຶກສາບາງກຸ່ມ ບອກວ່າມັນຄ້າຍຄືພາສາໄທ ຈົນເຮັດໃຫ້ພາສາລາວ ມີຂອບເຂດຈຳກັດ… ຍາກທີ່ຈະພັດທະນາໄປໄດ້…(ຖ້າຫາກຄຳເຫັນນີ້ມີຂໍ້ຜິດພາດກໍ່ຂໍອະໄພນຳ ເພາະບໍ່ໄດ້ມີການກວດແກ້ລະອຽດ…ເນື່ອງຈາກມີເວລາຈຳກັດ)

Comments are closed.