ມ.ສ ວຽງຈັນ ຈະເລີ່ມເປີດຮຽນປົກກະຕິໃນທ້າຍເດືອນມັງກອນນີ້

0
1301

ວັນທີ 31 ມັງກອນ 2022, ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມ.ສ ວຽງຈັນ) ຈະເລີ່ມເປີດທົດລອງການຮຽນປົກກະຕິສະເພາະຊັ້ນ ມ.7 ກ່ອນ, ຕາມການປະເມີນໃນ 10 ມາດຕະການ 40 ຂໍ້ແນະນໍາທີ່ທາງກະຊວງສາທາລະນະສຸກ ວາງອອກ ຊຶ່ງທາງໂຮງຮຽນຜ່ານຢູ່ 35 ຂໍ້, ປັດຈຸບັນໄດ້ສຳເລັດການກະກຽມຄວາມພ້ອມ ຄາດວ່າໃນວັນທີ 31 ມັງກອນນີ້, ຈະເປີດຮຽນທົດລອງໃນເບື້ອງຕົ້ນສະເພາະຊັ້ນ ມ.7 ຖ້າວ່າສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ຮຸນແຮງ, ປັດຈຸບັນທາງໂຮງຮຽນກຳລັງລໍຖ້າຂັ້ນເທິງລົງມາຕິດຕາມເບິ່ງຕົວຈິງຕື່ມ.

ທ່ານ ທອງພັນ ອຸໄລທອນ ຜູ້ອຳນວຍການໂຮງຮຽນ ມ.ສ ວຽງຈັນ ໄດ້ກ່າວໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ໂດຍອີງຕາມແຈ້ງການ ແລະ ທິດຊີ້ນໍາຂອງຂັ້ນເທິງໃນການເປີດຮຽນແບບປົກກະຕິ, ອີງໃສ່ 10 ມາດຕະການ ແລະ 40 ຂໍ້ແນະນຳຂອງກະຊວງສາທາລະນະສຸກວາງອອກ, ຕາມການປະເມີນໃນ 40 ຂໍ້ທາງໂຮງຮຽນຜ່ານຢູ່ 35 ຂໍ້ ເກືອບ 100%, ປັດຈຸບັນທາງໂຮງຮຽນກຳລັງລໍຖ້າຂັ້ນເທິງລົງມາກວດກາເບິ່ງຕົວຈິງ, ຜ່ານການປະເມີນຜູ້ປົກຄອງເຫັນດີໃຫ້ລູກມາຮຽນ 50%, ສ່ວນຜູ້ປົກຄອງທີ່ບໍ່ເຫັນດີໃຫ້ລູກມາຮຽນຢູ່ໃນໂຮງຮຽນຍ້ອນຢ້ານລູກຕິດ ພະຍາດໂຄວິດ-19; ສຳລັບຊັ້ນ ມ.7 ທີ່ຈະເປີດຮຽນໃນຄັ້ງນີ້ມີຈຳນວນນັກຮຽນ 536 ຄົນ ໄດ້ສັກວັກຊິນເກືອບ 90% ໂດຍຖືເອົາຜູ້ທີ່ສະໝັກໃຈມາຮຽນໃນ 245 ຄົນນີ້ມາຮຽນກ່ອນ.

ສ່ວນຜູ້ທີ່ບໍ່ສະໝັກໃຈມາຮຽນຢູ່ໂຮງຮຽນນັ້ນທາງໂຮງຮຽນຍັງສືບຕໍ່ສອນອອນລາຍຕາມປົກກະຕິເພື່ອໃຫ້ນັກຮຽນໄດ້ຮຽນຢ່າງຕໍ່ເນື່ອງຕາມຫຼັກສູດ, ຖ້າການເປີດຮຽນທົດລອງໃນຄັ້ງນີ້ເປັນໄປຕາມແຜນທີ່ວາງໄວ້ບໍ່ມີພະຍາດລະບາດ, ໃນຕໍ່ໜ້າທາງໂຮງຮຽນຈະສືບຕໍ່ເປີດຮຽນໃນຊັ້ນ ມ.4 ຫຼື ຊັ້ນອື່ນໆສືບຕໍ່ໄປ ທັງນີ້ເພື່ອເປັນການແບ່ງເບົາພາລະຂອງຄອບຄົວຜູ້ທີ່ມີລູກຫຼາຍຄົນ ທີ່ຍັງມີຄວາມຫຍຸ້ງຍາກດ້ານອຸປະກອນການຮຽນ, ອີກອັນໜຶ່ງເນື່ອງຈາກຜົນການຮຽນອອນລາຍຂອງນັກຮຽນຊັ້ນ ມ.ຕົ້ນ ຈຳນວນໜຶ່ງຍັງບໍ່ທັນໄດ້ດີ ສາເຫດຍ້ອນເຂົາເຈົ້າຍັງບໍ່ທັນເຂົ້າໃຈ ແລະ ບໍ່ທັນໄດ້ເອົາໃຈໃສ່ຕໍ່ການຮຽນເທົ່າທີ່ຄວນ ຊຶ່ງທາງໂຮງຮຽນໄດ້ພະຍາຍາມປຸກລະດົມໃຫ້ຜູ້ປົກຄອງ-ນັກຮຽນເຂົ້າໃຈນໍາເອົາລູກຫຼານເຂົ້າມາຮຽນຢູ່ໃນໂຮງຮຽນ ຖ້າຫາກພະຍາດໂຄວິດ-19 ຜ່ອນຄາຍລົງ ຄິດວ່າທຸກຄົນຈະໄດ້ມາຮຽນຢູ່ໃນໂຮງຮຽນປົກກະຕິພ້ອມກັນທັງໝົດ.

ທ່ານ ທອງພັນ ອຸໄລທອນ ກ່າວເນັ້ນຕື່ມອີກວ່າ: ປັດຈຸບັນທາງໂຮງຮຽນໄດ້ມີການກະກຽມຄວາມພ້ອມເພື່ອຮອງຮັບການເປີດຮຽນປົກກະຕິຢູ່ໃນໂຮງຮຽນ ຍ້ອນມີຂັ້ນເທິງເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ຄູ-ອາຈານ ມີປະສົບການມີບົດຮຽນຫຼາຍໃນການສິດສອນ, ມີບົດສອນເອກະພາບໃນວິຊາຮຽນ, ຄູພາຍໃນໂຮງຮຽນສາມາດນິເທດກັນຢູ່ພາຍໃນໄດ້, ແຕ່ກໍຍັງມີສິ່ງທ້າທາຍໃຫ້ຄູຈຳນວນໜຶ່ງທີ່ຍັງຈຳກັດດ້ານອຸປະກອນ, ດ້ານການນໍາໃຊ້ໄອທີ, ຄ່າໃຊ້ຈ່າຍອິນເຕີເນັດສູງ, ຜູ້ປົກຄອງຈຳນວນໜຶ່ງຍັງບໍ່ໃຫ້ການຮ່ວມມືເທົ່າທີ່ຄວນ, ພາກສະເໜີຂໍໃຫ້ທາງຂັ້ນເທິງຊອກແຫຼ່ງທຶນ, ຂໍອຸປະກອນເຄື່ອງໃຊ້ໄອທີເພື່ອປະກອບການຮຽນ-ການສອນຢ່າງມີຄຸນນະພາບເຊັ່ນ: ແລັບທອບ, ຄອມພີວເຕີ, ແອວຊີດີ, ກ້ອງວິດີໂອ ແລະ ອື່ນໆ ແລະ ສະໜອງອິນເຕີເນັດໃຫ້ຄູ-ອາຈານໄດ້ນໍາໃຊ້ໃນເວລາມີການຮຽນ-ການສອນອອນລາຍ, ຂໍອຸປະກອນປ້ອງກັນໂຄວິດເຊັ່ນ: ເຈວລ້າງມື, ຜ້າອັດປາກ-ດັງ ແລະ ອື່ນໆ.

ແຫຼ່ງຂ່າວ: ປະຊາຊົນ