ມ.ສ ລຽວໂຕວ໌ ຈັດພິທີວາງສີລາລຶກກຽມສ້າງອາຄານຮຽນຫຼັງໃໝ່ມູນຄ່າ 9 ຕື້ກວ່າກີບ

0
1349

ອີງຕາມການລາຍງານຈາກວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ ຫຼື CRI ລາຍງານໃຫ້ຮູ້ວ່າ: ໃນວັນທີ 11 ກຸມພາ 2022 ນີ້ ທີ່ໂຮງຮຽນ ມ.ສ ລຽວໂຕວ໌ ນະຄອນຫຼວງວຽງຈັນ ໄດ້ມີໂຄງການປຸກສ້າງອາຄານຮຽນຫຼັງໃໝ່ທີ່ສາມາດຮັບນັກຮຽນໄດ້ອີກ 1.000 ກວ່າຄົນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ຈັນທະວົງ ຕາງໜ້າໂຮງຮຽນ ມ.ສ ລຽວໂຕວ໌, ທ່ານ ເລັ່ງ ສະຫວັນວາລີ ຕາງໜ້າຜູ້ອາວຸໂສຊາວຈີນ ແລະຄະນະກໍາມະການປຸກສ້າງ, ທ່ານ ທອງດີ ແກ້ວມະນີທອງ ຫົວໜ້າພະແນກສຶກສານະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເລັ່ງ ສະຫວັນວາລີ ໄດ້ກ່າວວ່າ: ໃນອາຄານຫຼັງນີ້ປະກອບມີອະນຸບານຈົນຮອດມັດທະຍົມຕອນປາຍ ມີທັງໝົດ 4 ຊັ້ນ, 28 ຫ້ອງຮຽນ ແລະ ໃຊ້ທຶນປຸກສ້າງອາຄານໃໝ່ຫຼັງນີ້ລວມ 800.000 ໂດລາສະຫະລັດ ຫຼື 9 ຕື້ກວ່າກີບໂດຍໄດ້ຮັບການປຸກລະດົມມາໄດ້ຫຼາຍປີແລ້ວຈາກລູກສິດເກົ່າຂອງໂຮງຮຽນລຽວໂຕວ໌ທີ່ຢູ່ລາວ ແລະ ຕ່າງປະເທດ ລວມເຖິງປະຊາຊົນທົ່ວໄປໃນສັງຄົມ.

ທ່ານ ສະໝານ ບົວຜາວົງ ອາຈານໂຮງຮຽນ ມ.ສ ລຽວໂຕວ໌ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ພວກເຮົາຮູ້ສຶກດີໃຈຫຼາຍເພາະພວກເຮົາໄດ້ຄອງຄອຍມາເປັນເວລາຫຼາຍປີ ເຊິ່ງຈະເປັນໂຮງຮຽນຈີນທີ່ໃຫຍ່ທີ່ສຸດໃນປະເທດລາວ ກໍຖືວ່າເປັນສິ່ງທີ່ທ້າທາຍ ແລະ ພວກເຮົາຕ້ອງໄດ້ສຸມກຳລັງເພື່ອເຮັດໃຫ້ໄດ້,ເມື່ອມີອາຄານຮຽນດີແລ້ວພວກເຮົາກໍຕ້ອງມີຄວາມຮູ້ຄວາມສາມາດໄປສິດສອນເພື່ອໃຫ້ເກີດດອກອອກຜົນໃຫ້ສົມກັບນັກຮຽນຢາກມາຮຽນກັບພວກເຮົາ.

ນອນຈາກນີ້ລັດຖະບານຈີນຍັງຈະຊ່ວຍເຫຼືອອຸປະກອນການຮຽນ, ລວມເຖິງສົ່ງຄູອາຈານສອນມາຊ່ວຍເຫຼືອຕື່ມອີກ ສຳຫຼັບໂຮງຮຽນລຽວໂຕວ໌ມີນັກສຶກສາ 3000 ກວ່າຄົນ, ລູກຫຼານນັກຮຽນລາວມີ 2000 ກວ່າຄົນ ເຫຼືອນັ້ນແມ່ນນັກຮຽນຕ່າງປະເທດ ແລະ ໃນອະນາຄົດຍັງຈະມີແຜນສ້າງມະຫາວິທະຍາໄລຕື່ມອີກຊຶ່ງຈະເປັນເງື່ອນໄຂດີໃຫ້ແກ່ຜູ້ປົກຄອງເດັກແລະນັກຮຽນເອງທີ່ສົນໃຈຢາກຮຽນຢູ່ພາຍໃນປະເທດ.