ມຽນມ້າໄຟຂຽວທະນາຄານຕ່າງຊາດເຂົ້າປະເທດ ຄັ້ງທຳອິດໃນຮອບຫລາຍທົດສະວັດ

 

ທະນາຄານແຫ່ງຊາດມຽນມ້າ ປະກາດອະນຸມັດໃຫ້ທະນາຄານຕ່າງຊາດ 9 ລາຍ ສາມາດເຂົ້າດຳເນີນການພາຍໃນ

ປະເທດໄດ້ ເປັນຄັ້ງທຳອິດໃນຮອບຫລາຍທົດສະວັດ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 1 ຕຸລາ 2014 ຜ່ານມາວ່າ ທະນາຄານຕ່າງຊາດ ຈຳນວນ 9 ລາຍທຳອິດ

ນີ້ ແມ່ນລ້ວນມາຈາກພູມີພາກອາຊີ – ປາຊີຟິກ ເຊິ່ງລວມທັງກຸ່ມທະນາຄານອົດສະຕາລີ ແລະ ນິວຊີແລນ (ANZ),

ທະນາຄານການຄ້າອຸດສາຫະກຳແຫ່ງປະເທດຈີນ (ICBC) ແລະ ທະນາຄານໂຕກຽວ-ມິດຊູບິຊິ ຢູເອັບເຈ ຂອງຍີ່ປຸ່ນ.

 

ຄຳຖະແຫລງຂອງທະນາຄານແຫ່ງຊາດມຽນມ້າລະບຸວ່າ ຄະນະກຳມະການອອກໃບອະນຸຍາດ ໄດ້ຕັດສິນໃຈທີ່ຈະອະ

ນຸຍາດເບື້ອງຕົ້ນ ເພື່ອກຽມຄວາມພ້ອມສຳລັບການເລີ່ມຕົ້ນດຳເນີນກິດຈະການຂອງທະນາຄານຕ່າງຊາດ 9 ລາຍ

ໃນປະເທດມຽນມ້າ ແລະ ຄາດຫວັງວ່າ ທະນາຄານຕ່າງໆຈະຍັງຄົງມີສ່ວນຮ່ວມຢ່າງຕໍ່ເນື່ອງ ໃນການພັດທະນາພາກ

ການເງິນ ແລະ ເສດຖະກິດໃນປະເທດ.

 

ທະນາຄານແ່ຫງຊາດມຽນມ້າຍັງໄດ້ລະບຸອີກວ່າ ທະນາຄານທັງໝົດ ຈະສາມາດດຳເນີນກິດຈະການໄດ້ ໃນຊ່ວງໄລຍະ

ເວລາ 12 ເດືອນ ເພື່ອທົດລອງ ກ່ອນທີ່ຈະໄດ້ຮັບໃບອະນຸຍາດສຸດທ້າຍອີກເທື່ອໜຶ່ງ ເພື່ອໃຫ້ດຳເນີນທຸລະກິດໃນມຽນ

ມ້າ.