ມຽນມ່າຂາຍກ໊າຊ 12 ເດືອນລາຍໄດ້ທະລຸ 3.200 ລ້ານໂດລາ

557000005047401
ທໍ່ກ໊າຊຍາວ 2.520 ກິໂລແມັດເຊິ່ງລວມກັບສ່ວນທີ່ຢູ່ໃນດິນແດນມຽນມ່າ 793 ກມ

ລາຍ​ໄດ້​ຈາກ​ການ​ສົ່ງ​ອອກ​ກ໊າ​ຊ​ທຳມະຊາດ​ຂອງມຽນ​ມ່າ​ເພີ່ມ​ຂຶ້ນ​ກວ່າ 50% ໃນ​ປີ​ງົບ​ປະ​ມານ 2013-2014ທີ່​ຜ່ານມາ ລວມ​ເປັນ​ມູນ​ຄ່າ​ກວ່າ 3.200 ລ້ານ​ໂດ​ລາເຊິ່ງ​ເປັນ​ຕົວ​ເລກ​ລ່າ​ສຸດ​ກ່ຽວກັບ​ລາຍ​ໄດ້​ຈາກ​ອຸດສາຫະກຳ​ພະລັງ​ງານ​ ທີ່​ເຜີຍແພ່​ໂດຍ​ກະ​ຊວງ​ການຄ້າໂດຍ​ສະເພາະ​ແມ່ນ​ຫຼັງ​ຈາກ​ໄດ້​ເລີ່ມ​ຂາຍ​ກ໊າ​ຊ​ໃຫ້​ແກ່​ຈີນ​ ໂດຍ​ສົ່ງ​ຜ່ານ​ລະບົບ​ທໍ່​ໃນ​ທ້າຍເດືອນ ຕຸລາ.2013ເປັນ​ຕົ້ນ​ມາ.
ລາຍ​ໄດ້​ຈາກ​ກ໊າ​ຊ​ຂຶ້ນນຳ​ໜ້າ​ສິນ​ຄ້າ​ສົ່ງ​ອອກ​ອີກ 5 ປະ​ເພດ ເຊິ່ງ​ໄດ້​ແກ່ຜົນ​ຜະລິດ​ການ​ກະເສດ, ຜົນ​ຜະລິດ​ອາຫານ​ທະ​ເລ, ສິນ​ຄ້າ​ອຸດສາຫະກຳ​ສຳ​ເລັດ​ຮູບ, ຜົນ​ຜະລິດ​ຈາກ​ສັດ,ຜົນ​ຜະລິດ​ຈາກ​ປ່າ​ໄມ້​ແລະ​ສິນ​ຄ້າ​ກຸ່ມ​ແຮ້ທາດ​ຕ່າງໆໂດຍ​ໝວດ​ສິນ​ຄ້າ​ການ​ກະເສດ​ເຊິ່ງ​ໄດ້​ແກ່ ເຂົ້າ ໝາກຖົ່ວ​ແລະ​ງາ ເຂົ້າ​ໂພດຢາງ​ພາ​ລາ ນ້ຳ​ມັນ​ແກ່ນມາກ​ມ່ວງ​ຫິມະ​ພານ​ແລະ ອື່ນໆ ມາ​ເປັນ​ອັນ​ດັບ 2 ລວມ​ມູນ​ຄ່າ​ກວ່າ 2.000 ລ້ານໂ​ດ​ລາ.
ຍັງ​ບໍ່​ມີ​ການ​​ແຈງ​​ລາຍ​ລະອຽດ​ຂະນະ​ນີ້​ວ່າ​ລະຫວ່າງ​ເດືອນ ເມສາ.2013ຈົນ​ເຖິງ​ທ້າຍ​ປີ​ງົບ​ປະ​ມານ​ວັນທີ່ 31ມີນາ.2014ມຽນມ່າ​ຈຳ​ໜ່າຍ​ກ໊າ​ຊະ​ໃຫ້​ແກ່​ປະເທດ​ໄທແລະ​ຈີນ.
ມຽນມ່າ​ເລີ່ມ​ສົ່ງ​ກ໊າ​ຊ​ຈາກ​ແຫຼ່ງ​ຊາຍ​ຝັ່ງ​ທະ​ເລ​ເບງ​ກອນ ລັດ​ຍະ​ໄຂ່ຈຳ​ໜ່າຍ​ກ໊າ​ຊ​ໃຫ້​ແກ່​ຈີນ​ຜ່ານ​ລະບົບ​ທໍ່​ຕັ້ງ​ແຕ່​ວັນທີ່ 20 ຕຸລາ.2013ໂດຍ​ບໍ່​ຮູ້​ລາ​ຄາ​ຊື້​ຂາຍ​ຢ່າງ​ເປັນ​ທາງ​ການແຕ່​ໜັງສື​ພິມ​ໂກ​ບອນ​ທາຍ​ຂອງ​ທາງ​ການ​ຈີນ​ກ່າວ​ວ່າລະບົບ​ທໍ່​ທີ່​ອອກ​ມາ​ເພື່ອ​ຂົນ​ສົ່ງ​ກ໊າ​ຊ​ໃນ​ປະລິມານ 12.000 ລ້ານ​​ແມັດກ້ອນ​ຕໍ່​ປີ​ນັ້ນຈະ​ເຮັດໃຫ້​ມຽນມ່າ​ມີ​ລາຍ​ໄດ້​ປີ​ລະ 1.500 ລ້ານໂ​ດ​ລາສະຫະລັດ
ລະບົບ​ທໍ່​ກ໊າ​ຊ​ແລະ​ນ້ຳ​ມັນ​ດິ​ບ ມຽນມ່າ -ຈີນ ໄລຍະ​ເມືອງ​ຈອກ​ຍູ (Kyaukpyu) ຝັ່ງ​ອ່າວ​ເບງ​ກອນ ເຖິງ​ຊາຍແດນ​ມົນ​ທົນ​ຫຍຸນ​ໜານ ມີ​ຄວາມ​ຍາວ​ປະ​ມານ 793 ກິ​ໂລ​ແມັດເປັນ​ສ່ວນໜຶ່ງ​ຂອງ​ລະບົບ​ທໍ່​ສົ່ງ​ກ໊າ​ຊ​ແລະ​ນ້ຳ​ມັນ​ດິບ​ຍາວ 2.520 ກມ. ມູນ​ຄ່າ​ກໍ່​ສ້າງ​ຫຼາຍກວ່າ 2.500 ລ້ານໂ​ດ​ລາ​ທີ່​ຕໍ່​ເຂົ້າໄປ​ຈົນ​ເຖິງ​ມົນ​ທົນ​ກຸ້ຍ​ໂຈວໃນ​ພາກ​ກາງ​ຂອງ​ຈີນເພື່ອ​ນຳ​ພະລັງ​ງານ​ເຂົ້າ​ສູ່​ດິນແດນ​ເຊິ່ງ​ກ່ອນ​ໜ້າ​ນັ້ນ​ຂາດ​ແຄນ​ຢ່າງ​ໜັກແລະ​ມີ​ລາ​ຄາ​ແພງ​ຫຼາຍ ສື່​ຂອງ​ທາງ​ການ​ຈີນ​ກ່າວ.
ຈາກການ​ສຳ​ຫຼວດ​ແລະ​ຜະລິດ​ພະລັງ​ງານ​ຍັງ​ເປັນ​ຂະແໜງ​ການ​ລົງ​ທຶນ​ນຳ​ໜ້າ​ຂອງ​ນັກ​ລົງ​ທຸນ​ຕ່າງຊາດ​ໃນ​ມຽນມ່າ ຈົນ​ເຖິງ​ທ້າຍປີ​ເດືອນ ມີນາ. ປີ​ນີ້​ລວມ​ເປັນ​ມູນ​ຄ່າ​ກວ່າ 14.000 ລ້ານ​ໂດ​ລາຄິດ​ເປັນ 31,09% ຂອງ​ມູນ​ຄ່າ​ການ​ລົງ​ທຶນ​ຈາກ​ຕ່າງ​ປະເທດ​ທັງ​ໝົດ ທັງ​ນີ້ເປັນ​ຕົວ​ເລກ​ຂອງ​ສຳ​ນັກ​ງານ​ບໍລິຫານ​ການ​ລົງ​ທຶນ​ແລະ​ບໍລິສັດ​ເຊິ່ງ​ເປັນ​ໜ່ວຍ​ງານ​ໜຶ່ງ​ໃນສັງ​ກັດ​ກະ​ຊວງ​ການຄ້າ
ເມື່ອ​ເດືອນ​ຜ່ານມາລັດຖະບານ​ມຽນມ່າ​ໄດ້​ອະ​ນຸ​ມັດ​ໃຫ້​ບໍລິສັດ​ຕ່າງ​ຊາດ​ອີກ​ຫຼາຍ​ແຫ່ງ​ເຂົ້າ​ສຳ​ຫຼວດ​ກ໊າ​ຊ​ແລະ​ນ້ຳ​ມັນ​ເພີ່ມ​ອີກ​ຈຳນວນ 20 ແຫ່ງ ຜູ້​ຊະນະ​ການ​ປະ​ກວດ​ລາ​ຄາ ໄດ້​ແກ່ບໍລິສັດ​ເຊນເຊ​ຟ​ລອນ ໂຄ​ໂນ​ໂຄ​ຟິ​ລິ​ປິນ ​ແລະ​ຜະລິດ ບີ​ຈີວູ້​ດ​ໄຊ​ເອັນ​ເນີຍີ ແລະ​ບໍລິສັດ​ຊັ້ນ​ນຳ​ອື່ນໆ ຈາ​ກສະຫະ​ລັດ , ອັງກິດ​,ອອດສະ​ເຕ​ເລຍ ແລະ​ອິນ​ເດຍ ລາຍ​ງານ​ຂອງ​ກະ​ຊວງ​ການຄ້າ​ລະ​ບຸ.