ມຽນມາມີຜູ້ປ່ວຍຕິດເຊື້ອໂຄວິດ-19 ເສຍຊີວິດຄົນທຳອິດຂອງປະເທດ

ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງ ຢາງກຸ້ງ ປະເທດ ມຽນມາ ເມື່ອວັນທີ 31 ມີນານີ້ວ່າ ກະຊວງສາທາລະນະສຸກຂອງມຽນມາອອກຖະແຫຼງການກ່ຽວກັບການເສຍຊີວິດຂອງຜູ້ຕິດເຊື້ອໂຄວິດ-19 ຄົນທຳອິດຂອງປະເທດ ເຊິ່ງເປັນຜູ້ປ່ວຍກໍລະນີທີ 5 ເປັນຊາຍຊາວມຽນມາ ໄວອາຍຸ 69 ປີ ເຂົ້າຮັກສາຕົວທີ່ໂຮງໝໍກາງໃນເມືອງ ຢາງກຸ້ງ ໃນວັນທີ 25 ມີນາທີ່ຜ່ານມາ ແລະ ເສຍຊີວິດລົງໃນຕອນເຊົ້າຂອງວັນທີ 31 ມີນານີ້.

ຜູ້ປ່ວຍຄົນດັ່ງກ່າວກັບເຂົ້າມາທີ່ເມືອງ ຢາງກຸ້ງ ໃນວັນທີ 14 ມີນາ ທີ່ຜ່ານມາ ຫຼັງໄປປິ່ນປົວພະຍາດຜູ້ກ່ຽວທີ່ປະເທດ ອົດສະຕາລີເປັນເວລາ 1 ເດືອນ ແລະ ກ່ອນກັບປະເທດໄດ້ແວ່ທີ່ສິງກະໂປ 4 ວັນ.

ທັງນີ້, ການເສຍຊີວິດຂອງຜູ້ປ່ວຍຄົນທີ 5 ເຮັດໃຫ້ມຽນມາເຫຼືອຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງຮັບການຮັກສາ 13 ຄົນ ຜູ້ປ່ວຍສ່ວນຫຼາຍແມ່ນມີປະຫວັດໄປທ່ຽວຕ່າງປະເທດໃນໄລຍະ 14 ວັນ ກ່ອນຈະລົ້ມປ່ວຍ.

 

ຮຽບຮຽງຂ່າວ: ພຸດສະດີ