ມຽນມາພົບຜູ້ປ່ວຍຕິດເຊື້ອໂຄວິດ-19 ເສຍຊີວິດເພີ່ມລວມເປັນ 3 ຄົນ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ເມສາ 2020 ວ່າ ກະຊວງສາທາລະນະສຸກມຽນມາອອກຖະແຫຼງການເມື່ອວັນພຸດທີ່ຜ່ານມາ ກ່ຽວກັບສະຖານະການຂອງໂຣກໂຄວິດ-19 ໃນມຽນມາ ປັດຈຸບັນມີຍອດຜູ້ປ່ວຍສະສົມເພີ່ມເປັນ 22 ຄົນ, ເສຍຊີວິດ 3 ຄົນ.

ຜູ້ເສຍຊີວິດຄົນທຳອິດໄດ້ຮັບການຢືນຢັນເມື່ອວັນທີ 31 ມີນາ ທີ່ຜ່ານມານັ້ນ ຄືຜູ້ປ່ວຍກໍລະນີທີ 5 ເປັນເພດຊາຍ ອາຍຸ 69 ປີ ມີໂຣກປະຈຳຕົວ ແລະ ມີປະຫວັດເດີນທາງໄປທີ່ປະເທດ ອົດສະຕຣາລີ ແລະ ສິງກະໂປ.

ຜູ້ເສຍຊີວິດຄົນທີສອງ ຄືຜູ້ປ່ວຍກໍລະນີທີ 16 ເປັນຊາວມຽນມາ ເພດຍິງ ອາຍຸ 63 ປີ ໄດ້ຮັບການຢືນຢັນວ່າຕິດເຊື້ອໂຄວິດ-19 ໃນວັນທີ 1 ເມສາ ທີ່ຜ່ານມາ ເຊິ່ງຜູ້ເສຍຊີວິດມີໂຣກປະຈຳຕົວເປັນເບົາຫວານຊະນິດທີ 2 ຜູ້ກ່ຽວມີປະຫວັດສຳພັດກັບລູກຊາຍ ທີ່ຫາກໍ່ເດີນທາງກັບມາຈາກເມືອງ ດູໄບ ເມື່ອບໍ່ດົນມານີ້.

ຜູ້ເສຍຊີວິດຄົນທີສາມ ຄືຜູ້ປ່ວຍກໍລະນີທີ 17 ເປັນເພດຊາຍ ອາຍຸ 47 ປີ ໄດ້ຮັບການຢືນຢັນວ່າຕິດເຊື້ອເມື່ອວັນທີ 2 ເມສາ ທີ່ຜ່ານມາ ມີປະຫວັດສຳພັດກັບຜູ້ເປັນເມຍ ຄືຜູ້ປ່ວຍຄົນທີ 15.

ອ່ານຂ່າວທີ່ກ່ຽວຂ້ອງກັບຫົວຂໍ້ຂ່າວນີ້ໄດ້ທີ່ລິ້ງ: ມຽນມາກຽມແຈກອາຫານ ແລະ ງົດເກັບຄ່າໄຟຟ້າກັບປະຊາຊົນໃນຊ່ວງວິກິດໂຄວິດ-19

 

ຮຽບຮຽງຂ່າວ: ພຸດສະດີ