ມົງກຸດ Miss World 2017 ນາງງາມຈາກອິນເດຍໄດ້ໄປຄອງ

ຈົບລົງໄປແລ້ວກັບການປະການ Miss World 2017 ທີ່ປະເທດຈີນ ໃນວັນທີ 18 ພະຈິກ 2017 ທີ່ຜ່ານມາສຳລັບສາວງາມຜູ້ໄດ້ຄອງມົງກຸດ Miss World 2017 ຕົກເປັນຂອງ ນາງງາມ ຈາກປະເທດອິນເດຍ ສ່ວນຮອງອັນດັບ 1 ແມ່ນນາງງາມຈາກອິງແລນ ແລະ ຮອງອັນດັບ 2 ຈາກແມັກຊີໂກ.

ເຊິ່ງເວທີນີ້ກໍ່ມີຕົວແທນນາງງາມຈາກ ສປປ ລາວ ເຂົ້າຮ່ວມຄື “ຕົ້ນຄຳ ພົນຈັນເຮືອງ” Miss World Laos 2017 ແຕ່ກໍ່ເປັນທີ່ໜ້າເສຍດາຍທີ່ບໍ່ໄດ້ເຂົ້າສູ່ຮອບເລິກໆ ແລະ ບໍ່ໄດ້ລາງວັນໃດຕິດມືກັບມາຕ້ອນພີ່ນ້ອງຊາວລາວ ແຕ່ກໍ່ເຊື່ອວ່າ ຕົ້ນຄຳ ໄດ້ເຮັດຢ່າງສຸດຄວາມສາມາດແລ້ວ

ນີ້ເປັນພຽງປີທຳອິດທີ່ລາວເຮົາເປີດກວ້າງສົ່ງນາງງາມເຂົ້າສູ່ເວທີລະດັບສາກົນ ຖືວ່າມັນເປັນບາດກ້າວໃໝ່ທີ່ສຳຄັນໃນການກ້າວເດີນໃນປີຕໍ່ໄປໆ ແຕ່ຕອນນີ້ເຮົາໄປເບິ່ງຂອງນາງງາມທັງສາມຜູ້ຄອງຕຳແໜ່ງກັນກ່ອນດີກວ່າ