ມູນນິທິຊ່ວຍເຫຼືອຄົນທຸກຍາກ ໄດ້ຮັບການຊ່ວຍເຫຼືອ

20141225124037

 

ພິທີ​ມອບ-ຮັບ​ລົດ​ສຸກ​ເສີນ ​ຈຳນວນ 2 ຄັນ ພ້ອມ​ອຸປະກອນ​ການແພດ ມູນ​ຄ່າ 38 ພັນ​ກວ່າ​ໂດ​ລາສະຫະລັດ ຫຼື ປະມານ

300 ກວ່າລ້ານ​ກີບ ໃຫ້​ແກ່​ມູນ​ນິທິ​ຊ່ວຍເຫຼືອຄົນ​ທຸກ​ຍາກແຫ່ງ ​ສປປ ລາວ ຈັດ​ຂຶ້ນ​ວັນ​ທີ 25 ທັນວາ 2014 ຢູ່​ທີ່​ມູນ​ນິທິ

(ຫ້ອງ​ປະຈຳການທາດຫຼວງ) ນະຄອນຫຼວງ​ວຽງຈັນ.

 

ໃຫ້​ກຽດ​ກ່າວ​ມອບ​ລົດ​ຈຳນວນດັ່ງກ່າວ​ນີ້ ມີ​ທ່ານ ວັນ​ໄຊ ລວຍອາລີ ແລະ ທ່ານ ວົງ​ເດືອນ ແສງສະຫວ່າງ​ກຸນ ໂດຍ​ພຣ

ະ​ອາຈານ ພົງ​ສະຫວັນ ອາ​ນຸ​ສິນ ສັນ​ຕະ​ຈີໂຕ ໄດ້​ຕາງໜ້າ​ໃຫ້​ແກ່​ມູນ​ນິທິຊ່ວຍເຫຼືອ​ຄົນ​ທຸກ​ຍາກ​ແຫ່ງ ​ສປປ ລາວ ເປັນ​

ຜູ້​ກ່າວ​ຮັບ ໃນ​ໂອກາດດຽວ​ກັນ ຕາງໜ້າ​ບໍລິສັດ ETL ມະຫາຊົນ ທ່ານ ຄຳ​ພອນ ດວງເດັດ ຫົວໜ້າ​ພະ​ແນກ​ບໍລິຫານ

ໄດ້​ນຳ​ເງິນ​ຈຳນວນ 3 ລ້ານ​ກີບ ມາ​ອຸປະຖຳ​ແກ່​ມູນ​ນິທິ​ດັ່ງກ່າວ ເຊິ່ງ​ມີ​ທ່ານ​ນາງ ສີ​ສະຫຼຽວ ທຳມະ​ເທວາ ປະທານ​ມູນ​ນິ

ທິຊ່ວຍເຫຼືອ​ຄົນ​ທຸກ​ຍາກ​ແຫ່ງ ​ສປປ ລາວ ບັນດາ​ອາສາ​ສະໝັກ​ໜ່ວຍກູ້​ໄພ ແລະ ແຂກ​ທີ່​ຖືກ​ເຊີນ​ເຂົ້າຮ່ວມ​ເປັນ​ສັກ

ຂີ​ພິຍານ.

 

ປັດຈຸບັນ ມູນ​ນິທິ​ຊ່ວຍເຫຼືອຄົນ​ທຸກ​ຍາກ​ແຫ່ງ ​ສປປ ລາວ ມີລົດ​ສຸກ​ເສີນ​ຈຳນວນ 7 ຄັນ ໃນ​ປີ 2014 ໄດ້​ຮັບ​ໃຊ້​ຜູ້​ບາດ

ເຈັບ​ທົ່ວປະເທດ ເວົ້າ​ລວມ ເວົ້າ​ສະເພາະ ໃນ​ນະຄອນຫຼວງ​ວຽງ​ຈັນ ຈຳນວນ 1.065 ຄັ້ງ ເຊິ່ງ​ມີ​ຜູ້​ບາດເຈັບ ຈຳນວນ

1.227 ຄົນ.

 

ແຫລ່ງຂ່າວ: ວຽງຈັນໃໝ່